ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ​ຂໍຮ້ອງ ​ການ​ຊ່ວຍ​ກູ້​ໄພ​ ເດັກນ້ອຍ ຢູ​ເຄ​ຣນ ທີ​່​ຖືກ​ລັກ​ພາ​ຕົວ​ໄປ ຣັດ​ເຊຍ


ເດັກ​ຊາຍ ຢູ​ເຄ​ຣນ ທີ່​ຖືກ​ສົ່ງ​ຈາກ ຣັດ​ເຊຍ ກັບ​ໄປ ຢູ​ເຄ​ຣນ ນັ່ງ​ຢູ່​ທາງ​ຂ້າງ​ແມ່​ເຖົ້າ​ຂອ​ງ​ລາວ, ຊ້າຍ, ແລະ ຄະ​ນະ​ກຳ​ມາ​ທິ​ການ​ ຣັດ​ເຊຍ ເພື່ອ​ສິດ​ທິ​ຂອງ​ເດັກ​ນ້ອຍ ທ່ານ​ນາງ ມາ​ເຣຍ ໂລ​ວາ-ເບ​ໂລ​ວາ, 13 ຕຸ​ລາ, 2023. (Qatar's Ministry of Foreign Affairs/Handout via Reuters)
ເດັກ​ຊາຍ ຢູ​ເຄ​ຣນ ທີ່​ຖືກ​ສົ່ງ​ຈາກ ຣັດ​ເຊຍ ກັບ​ໄປ ຢູ​ເຄ​ຣນ ນັ່ງ​ຢູ່​ທາງ​ຂ້າງ​ແມ່​ເຖົ້າ​ຂອ​ງ​ລາວ, ຊ້າຍ, ແລະ ຄະ​ນະ​ກຳ​ມາ​ທິ​ການ​ ຣັດ​ເຊຍ ເພື່ອ​ສິດ​ທິ​ຂອງ​ເດັກ​ນ້ອຍ ທ່ານ​ນາງ ມາ​ເຣຍ ໂລ​ວາ-ເບ​ໂລ​ວາ, 13 ຕຸ​ລາ, 2023. (Qatar's Ministry of Foreign Affairs/Handout via Reuters)

“ທະ​ຫານ​ໄດ້​ມາ​ເຮືອນ​ຂອງ​ຂ້ອຍ​ໃນ​ເມືອງ ເຄີ​ສັນ ແລະ ໄດ້​ເວົ້າ​ວ່າ​ພວກ​ເຂົາ​ຈະ​ເອົາ​ຂ້ອຍ​ໄປ​ສູນ​ຂອງ​ເດັກ​ນ້ອຍ ​ໃນ​ແຫຼມ​ ໄຄ​ຣ​ເມຍ,” ອະ​ທິ​ບາຍ​ໂດຍ​ເດັກ​ຊາຍ​ອາ​ຍຸ 18 ປີ ທ້າວ ເດນິ​ສ ເບ​ເຣສ​ຍີ, ໃນ​ການ​ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງວໍ​ຊິງ​ຕັນ ເມື່ອ​ເດືອນ​ແລ້ວນີ້. ລາວ​ເວົ້າ​ວ່າ ພໍ​ແມ່​ຂອງ​ລາວ​ແມ່ນ​ຫູ​ໜວກ ແລະ ປາກ​ກືກ, ແລະ​ບໍ່​ສາ​ມາດ​ທີ່​ຈະ​ຖຽງ​ກັບ​ພວກ​ທະ​ຫານ​ຣັດ​ເຊຍ​ໄດ້.

ລາວ​ເວົ້າ​ວ່າ​ຢູ່​ໃນ​ສູນ​ດັ່ງ​ກ່າວ, ຜູ້​ຊີ້​ນຳ​ຂອງ​ລາວ ​ໄດ້​ປະ​ຕິ​ເສດ​ການ​ປິ່ນ​ປົວ​ໂຣກ​ເບົາ​ຫວານ​ຂອງ​ລາວ ເພື່ອ​ບັງ​ຄັບ​ໃຫ້​ລາວ​ເຊື່ອ​ຟັງ​ຄວາມ, ຈົນ​ກວ່າ​ຮ່າງ​ກາຍ​ຂອງ​ລາວ​ຊຸດ​ໂຊມ​ລົງ ແລະ ລາວ​ກໍ​ຖື​ນຳ​ຕົວ​ໄປ​ໂຮງ​ໝໍ​ ໃນ​ລົດ​ໂຮງພະ​ຍາ​ບານ.

ທ້າວ ເບ​ເຣ​ສ​ຍີ ໄດ້​ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ຮັກ​ສາ​ຄວາມ​ປອດ​ໄພ ແລະ ການ​ຮ່ວມ​ມື​ໃນ ຢູ​ໂຣບ​, ເຊິ່ງ​ຮູ້​ຈັກ​ກັນ​ໃນ​ອີກ​ຊື່​ນຶ່ງ​ວ່າ ຄະ​ນະ​ກຳ​ມາ​ທິ​ການ ສະ​ຫະ​ລັດ ແຮ​ລ​ຊິງ​ກິ “ຂ້ອຍບໍ່​ຍາກ​ເປັນ​ຄົນ​ສັນ​ຊາດ ຣັດ​ເຊຍ. ຂ້ອຍ​ໂທ​ຫາ​ໂທ​ລະ​ສັບ​ສາຍ​ດ່ວນ ຢູ​ເຄ​ຣນ ຈາກ​ເບີ​ຂອງ ຣັດ​ເຊຍ ແລະ ໄດ້​ໂດດ​ຂຶ້ນ​ດ້ວຍ​ຄວາມ​ດີ​ໃຈ ເວ​ລາ​ທີ່​ຂ້ອຍ​ຮູ້​ວ່າ ​ເຂົາ​ເຈົ້າ​ຈະ​ມາ​ຊ່ອຍ​ຂ້ອຍ.”

ທ້າວ ເບ​ເຣ​ສ​ຍີ ແມ່ນ​ນຶ່ງ​ໃນ​ເດັກ​ນ້ອຍ​ຢູ​ເຄ​ຣນ ທີ່​ໂຊກ​ດີຫຼາຍ​ຄົນ​ຜູ້​ທີ່​ໄດ້​ກັບ​ບ້າ​ນ​ຢ່າ​ງ​ປອດ​ໄພ. ອົງ​ການ Save Ukraine ແມ່ນ​ເຄືອ​ຂ່າຍ​ການ​ຊ່ວຍ​ເຫຼືອ​ເດັກ​ນ້ອຍ ຢູ​ເຄ​ຣນ ທີ່ຖືກ​ລັກ​ພາ​ຕົວ​ໄປ ຣັດ​ເຊຍ ທີ່​ໃຫຍ່​ທີ່​ສຸດ, ເຊິ່ງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໂດຍອົງ​ການ​ເພື່ອ​ການ​ພັດ​ທະ​ນາ​ສາ​ກົນ ແລະ ການ​ບໍ​ລິ​ຈ​າກ​ ຂອງ ເອ​ກະ​ຊົນ​ ສະ​ຫະ​ລັດ.

ແຕ່​ວ່າ, ເຂົາ​ເຈົ້າ​ບໍ່​ສາ​ມາດ​ທີ່​ຈະ​ສົ່ງ​ເດັກ​ນ້ອຍ 239 ຄົນກັບ​ບ້ານ, ເຊິ່ງ 64 ຄົນ​ແມ່ນ​ເດັກ​ກຳ​ພ້າ.

​ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG