ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທີ່ປຶກສາທ່ານ ຈິມມີ ລາຍ ກ່າວວ່າ ໜັງສືພິມ ແອັບໂປ ເດລີ ຈະປິດລົງ ໃນບໍ່ເທົ່າໃດມືີ້ນີ້


ພວກເຈົ້າໜ້າທີ່ຕຳຫຼວດນຳພາໂຕ ທ່ານເຈືອງ ກິມ-ຮັງ (Cheung Kim-Hung.) ຫົວໜ້າບໍລິຫານເນັກສ ດີຈີຕອນຈຳກັດ (Next Digital Ltd) ຢູ່ຫ້ອງການໃຫຍ່ແaັບໂປ ເດລີ (Apple Daily) ໃນຮົງກົງ ເມື່ອວັນພະຫັດ ທີ 17 ມິຖຸນາ 2021.
ພວກເຈົ້າໜ້າທີ່ຕຳຫຼວດນຳພາໂຕ ທ່ານເຈືອງ ກິມ-ຮັງ (Cheung Kim-Hung.) ຫົວໜ້າບໍລິຫານເນັກສ ດີຈີຕອນຈຳກັດ (Next Digital Ltd) ຢູ່ຫ້ອງການໃຫຍ່ແaັບໂປ ເດລີ (Apple Daily) ໃນຮົງກົງ ເມື່ອວັນພະຫັດ ທີ 17 ມິຖຸນາ 2021.

ທີ່ປຶກສາຄົນນຶ່ງ ຂອງນັກທຸລະກິດທີ່ລ້ຳລວຍຊາວຮົງກົງທີ່ຖືກຄຸກ ທ່ານຈິມມີ ລາຍ
ກ່າວວ່າ ໜັງສືພິມແອັບໂປ ເດລີ (Apple Daily) ຈະຖືກປິດໃນບໍ່ເທົ່າ ໃດມື້ຂ້າງໜ້ານີ້.

ໜັງສືພິມຮົງກົງທີ່ສະໜັບສະໜູນປະຊາທິປະໄຕ ແອັບໂປ ເດລີ (Apple Daily) ຈະຖືກ
ບັງຄັບໃຫ້ປິດ “ໃນບໍ່ເທົ່າໃດມື້ນີ້” ຫຼັງຈາກພວກເຈົ້າໜ້າທີ່ ໄດ້ຍຶດຊັບສິນ ຂອງບໍລິສັດ
ພາຍໃຕ້ກົດໝາຍຄວາມປອດໄພແຫ່ງຊາດສະບັບໃໝ່ ອີງຕາມຄຳ ເວົ້າຂອງທີ່ປຶກສາ
ຄົນນຶ່ງຂອງທ່ານຈິມມີ ລາຍ (Jimmy Lai) ກ່າວຕໍ່ອົງການ ຂ່າວຣອຍເຕີ ໃນວັນຈັນມື້ນີ້.
ທ່ານມາຣກ໌ ຊາຍມອນ (Mark Simon) ກ່າວຜ່ານທາງໂທລະສັບຈາກສະຫະລັດ ວ່າ
ເນັກທ໌ ດີຈີໂທລ(Next Digital) ຜູ້ພິມເຜີຍແຜ່ໜັງສືພິມເປັນຊຶ່ງ ເປັນທີ່ນິຍົມຂອງຮົງກົງ
ຈະຈັດກອງປະຊຸມຄະນະກຳມະການປຶກສາໃນວັນຈັນ ມື້ນີ້ ເພື່ອສົນທະນາຫາລືກັນວ່າ
ຈະເຄື່ອນໄປໜ້າຢ່າງໃດ.

ທ່ານຊາຍມອນ ກ່າວວ່າ “ພວກເຮົາຄິດວ່າ ພວກເຮົາສາມາດທີ່ຈະດຳເນີນຕໍ່ໄປ ໄດ້ຈົນ
ເຖິງທ້າຍເດືອນນີ້. ມັນຫຍຸ້ງຍາກຫຼາຍຂຶ້ນນັບມື້. ພຽງແຕ່ວ່າມັນຈະເກີດ ຂຶ້ນ ໃນບໍ່ເທົ່າມື້
ໃດເທົ່ານັ້ນ.

ຄຳເວົ້າຂອງທ່ານໄດ້ໃຫ້ສັນຍານເຖິງການຫຍັບເຂົ້າມາໃກ້ທຸກຍາມ ແມ່ນແຕ່ຫຼັງ ຈາກແອັບ
ໂປເດລີ ກ່າວວ່າ ການຍຶດເອົາຊັບສິນ ໄດ້ປ່ອຍໃຫ້ໝັງສືພິມມີເງິນສົດ ພໍແຕ່ “ສອງສາມອາ
ທິດ” ສຳລັບການປະຕິບັດງານຕາມເປັນປົກກະຕິ.”

ລາຍງາຂ່າວມີຂຶ້ນສອງມື້ ຫຼັງຈາກຫົວໜ້າບັນນາທິການ ທ່ານຣາຍອານ ລໍ (Ryan Law)
ອາຍຸ 47 ປີ ແລະຫົວໜ້າບໍລິຫານ ທ່ານເຈີງ ກິມ-ຮັງ (Cheung Kim-Hung ອາຍຸ 59 ປີ
ໄດ້ຖືກປະຕິເສດບໍ່ໃຫ້ປະກັນໂຕຫຼັງຈາກ ໄດ້ຖືກກ່າວຫາວ່າ ຮ່ວມມືກັບຕ່າງປະເທດ.

ບັນດາຜູ້່ບໍລິຫານອີກສາມຄົນ ຍັງໄດ້ຖືຈັບໃນວັນພະຫັດທີ່ຜ່ານມາ ເວລາພວກເຈົ້າໜ້າທີ່
ຕຳຫຼວດ 500 ຄົນ ໄດ້ບຸກເຂົ້າໄປກວດຄົ້ນບັນດາຫ້ອງການໜັງສືພິມ ຊຶ່ງເປັນຄະດີທີ່ໄດ້
ຮັບການການປະນາມຈາກບັນດາປະເທດຕາເວັນຕົກ ກຸ່ມປົກ ປ້ອງສິດທິມະນຸດຢູ່ທົ່ວໂລກ
ແລະຫົວໜ້າໂຄສົກດ້ານສິດທິມະນຸດຂອງອົງການ ສະຫະປະຊາດ.

ທັງສາມທ່ານໄດ້ຖືກປ່ອຍ ຍ້ອນມີການປະກັນໂຕ.

ທ່ານຊາຍມອນ ໄດ້ກ່າວຕໍ່ອົງການຂ່າວຣອຍເຕີວ່າ ມັນເປັນໄປບໍ່ໄດ້ ທີ່ຈະຕິບັດງານທາງ
ດ້ານທະນາຄານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG