ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄູ່ປໍລະປັກ ທົດສອບຄວາມພ້ອມ ຂອງກອງທັບ ສະຫະລັດ ທ່າມກາງ ໂຣກລະບາດ ໄວຣັສ ໂຄໂຣນາ


ເຮືອບິນລົບ Su-35 ຂອງ ຣັດເຊຍ ບິນອອກຈາກຖານທັບອາກາດ ຮີເມມີມ ໃນປະເທດ ຊີເຣຍ.
ເຮືອບິນລົບ Su-35 ຂອງ ຣັດເຊຍ ບິນອອກຈາກຖານທັບອາກາດ ຮີເມມີມ ໃນປະເທດ ຊີເຣຍ.

ການກະທຳທີ່ອັນຕະລາຍຫຼາຍຄັ້ງຈາກ ອີຣ່ານ, ຣັດເຊຍ ແລະ ເກົາຫຼີເໜືອ ໄດ້ ທົດສອບການຕັດ ສິນໃຈຂອງທະຫານ ສະຫະລັດ ຢູ່ຕ່າງປະເທດໃນ 48 ຊົ່ວ ໂມງທີ່ຜ່ານມາ, ໃນຂະນະທີ່ ສະຫະລັດ ສືບຕໍ່ການຕໍ່ສູ້ກັບໂຣກລະບາດໄວຣັສ ໂຄໂຣນາຢູ່ພາຍໃນເຂດຊາຍແດນຂອງເຂົາເຈົ້າ.

ລັດຖະມົນຕີກະຊວງປ້ອງກັນປະເທດທ່ານ ມາກ ເອັສເປີ ໄດ້ກ່າວຕໍ່ໂທລະພາບ NBC ໃນການສຳ ພາດວັນພະຫັດວານນີ້ວ່າ “ພວກເຮົາໄດ້ສືບຕໍ່ເຝົ້າລະວັງ. ຂ້າ ພະເຈົ້າໝັ້ນໃຈ ຢ່າງເຕັມທີ່ວ່າ ພວກເຮົາພ້ອມທີ່ຈະຮັບມືກັບໄພຂົ່ມຂູ່ 100 ເປີ ເຊັນ, ພວກສັດຕູທຸກໆຄົນທີ່ຢູ່ຂ້າງນອກນັ້ນ.”

ທຳນຽບຫ້າແຈໄດ້ເປີດເຜີຍວິດີໂອຕອນນຶ່ງ ກ່ຽວກັບ ສິ່ງທີ່ຖືກອະທິບາຍວ່າເປັນ “ວິທີການທີ່ອັນຕະ ລາຍ ແລະ ຮາວີລົບກວນ” ຢ່າງຊໍ້າແລ້ວຊໍ້າອີກ ໃນວັນພຸດ ທີ່ຜ່ານມາ ໂດຍເຮືອຂອງກອງທັບເຮືອພິທັກປະຕິວັດ ອິສລາມ ຂອງ ອີຣ່ານ 11 ລຳທີ່ເຄື່ອນເຂົ້າໄປໃກ້ກຳປັ່ນ ສະຫະລັດ ໃນນ່ານນໍ້າສາ ກົນຢູ່ ອ່າວເປີເຊຍ. ເຮືອເຫຼົ່ານີ້ ແມ່ນແລ່ນເຂົ້າມາໃກ້ກັບຫົວຂອງກຳປັ່ນ ຍາມຝັ່ງ ສະຫະລັດ ຊື່ວ່າ Cutter Maui 10 ແມັດ.

ໃນນ່ານຟ້າສາກົນເໜືອທະເລ ເມດີເທີເຣນຽນ ນັ້ນ, ເຮືອບິນລົບ ຣັດເຊຍ SU-35 ໄດ້ເຂົ້າສະກັດ ເຮືອບິນລາດຕະເວນ P-8A Poseidon ຂອງ ສະຫະລັດ ຢ່າງອັນຕະລາຍ, ທີ່ບິນດ້ວຍຄວາມໄວສູງ, ບິນປີ້ນຫົວປີ້ນຫາງໂດຍກົງ ຢູ່ຕໍ່ໜ້າ ຂອງເຮືອບິນ ທີ່ກຳລັງປະຕິບັດພາລະກິດ ເກືອບ 10 ນາທີ. ຈຸບິນຂອງເຮືອບິນ P-8A ໄດ້ລາຍງານຄື້ນສະເທືອນລຸນຫຼັງການປະເຊີນໜ້າກັນ, ເຊິ່ງແກ່ຍາວປະ ມານ 40 ນາທີ, ອີງຕາມກອງທັບເຮືອ ສະຫະລັດ.

ນາຍພົນ ສະຫະລັດ ທ່ານ ທອດ ວອລເທີສ໌ (Tod Wolters), ຜູ້ບັນຊາການ ຂອງກອງບັນຊາການ ສະຫະລັດ ຢູໂຣບ ແລະ ຜູ້ບັນຊາການພັນທະມິດສູງສຸດ ຢູໂຣບ ຂອງອົງການ NATO ໄດ້ອະທິ ບາຍການເຂົ້າສະກັດນັ້ນວ່າ “ບໍ່ເໝາະ ສົມ” ແລະ “ບໍ່ເປັນມືອາຊີບ,” ໂດຍກ່າວຕື່ມວ່າ ມົສກູ ໄດ້ຖືກແຈ້ງໃຫ້ຮູ້ວ່າ ສະຫະລັດ “ບໍ່ພໍໃຈກັບເຫດການດັ່ງກ່າວ.”

ຣັດເຊຍ ຍັງໄດ້ທົດລອງລູກສອນໄຟຕໍ່ຕ້ານດາວທຽວໃນວັນພຸດທີ່ຜ່ານມາ, ອີງ ຕາມກອງບັນຊາ ການອາວະກາດ ສະຫະລັດ.

ແລະ ນຶ່ງວັນກ່ອນໜ້ານັ້ນ, ເກົາຫຼີເໜືອ ໄດ້ທົດລອງລູກສອນໄຟນຳວິຖີຫຼາຍ ລູກເຂົ້າໃນທະເລຂອງ ຍີ່ປຸ່ນ, ອີງຕາມກອງທັບ ເກົາຫຼີໃຕ້ ແລະ ສະຫະລັດ, ຫຼາຍຊົ່ວໂມງກ່ອນການເລືອກຕັ້ງແບບປະຊາທິປະໄຕໃນ ເກົາຫຼີໃຕ້.

“ການດຳເນີນການທີ່ບໍ່ທຳມະດາລວມກັນນີ້” ໂດຍສັດຕູ ແລະ ຄູ່ແຂ່ງຂອງ ສະຫະລັດ ແມ່ນເບິ່ງຄືວ່າຈະເປັນການທົດສອບຄວາມພ້ອມຂອງກອງທັບ ສະຫະລັດ ໃນລະຫວ່າງໂຣກລະບາດໄວຣັສ ໂຄໂຣນາ, ອີງຕາມການກ່າວຂອງ ທ່ານ ແບຣດ ບາວແມັນ, ຜູ້ອຳນວຍການອາວຸໂສ ຂອງສູນກາງ ກ່ຽວກັບ ກອງທັບ ແລະ ມະຫາອຳນາດທາງການເມືອງ ທີ່ມູນນິທິເພື່ອການປ້ອງກັນປະຊາທິປະ ໄຕ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG