ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຣກລະບາດ ເຮັດໃຫ້ການບໍລິການ ສາທາລະນະ ໃນ ສະຫະລັດ ມີຄວາມຫຍຸ້ງຍາກ ແຕ່ບາງບ່ອນ ແມ່ນສະດວກສະບາຍກວ່າ


ໃນຮູບທີ່ຖືກຖ່າຍວັນທີ 18 ພະຈິກ 2020 ນີ້ ສະແດງໃຫ້ເຫັນຄົນຍ່າງຜ່ານປ້າຍບໍລິການສາທາລະນະ ເຕືອນໃຫ້ຜູ້ອາໄສຢູ່ນະຄອນ ຊິຄາໂກ ປະຕິບັດຕາມກົດລະບຽບ COVID-19 ຂອງເມືອງດັ່ງກ່າວ.
ໃນຮູບທີ່ຖືກຖ່າຍວັນທີ 18 ພະຈິກ 2020 ນີ້ ສະແດງໃຫ້ເຫັນຄົນຍ່າງຜ່ານປ້າຍບໍລິການສາທາລະນະ ເຕືອນໃຫ້ຜູ້ອາໄສຢູ່ນະຄອນ ຊິຄາໂກ ປະຕິບັດຕາມກົດລະບຽບ COVID-19 ຂອງເມືອງດັ່ງກ່າວ.

ໂຣກລະບາດໄດ້ສ້າງຄວາມເດືອດຮ້ອນໃຫ້ທຸກຄົນໃນໂລກຕັ້ງແຕ່ຕອນເລີ່ມຕົ້ນ ຈົນເຖິງປັດຈຸບັນ. ການບໍລິການ ແລະ ສິ່ງອຳນວຍຄວາມສະດວກຕ່າງໆກໍໄດ້ປະເຊີນກັບຄວາມຫຍຸ້ງຍາກ.

ການເຂົ້າໄປເຮັດເອກະສານ ຢູ່ຫ້ອງການຕ່າງໆ ແມ່ນບໍ່ສະດວກສະບາຍຄືແຕ່ກ່ອນ, ເນື່ອງຈາກມີການຈຳກັດຄົນທີ່ສາມາດເຂົ້າໄປໃນຫ້ອງການນັ້ນ ແລະ ພະນັກງານກໍມີຈຳນວນຈຳກັດ. ເຮັດໃຫ້ປະຊາຊົນຕ້ອງລຽນຄິວ ແລະ ລໍຖ້າຜຽນ ຂອງຕົນເອງເປັນເວລາດົນນານ. ນອກຈາກນັ້ນ ການໂທ ລະສັບເພື່ອຖາມຂໍ້ມູນ ເອກະສານທີ່ສຳຄັນດັ່ງກ່າວກໍຕ້ອງໄດ້ລໍຖ້າເປັນເວລານານເຊັ່ນກັນ ຍົກຕົວຢ່າງຫ້ອງການພາສີລາຍໄດ້ຂອງປະຊາຊົນ ອາເມຣິກັນ. ບາງຄົນໂຊກບໍ່ດີກໍບໍ່ມີໂອກາດໄດ້ຖືກໂອນໃຫ້ລົມກັບເຈົ້າໜ້າທີ່ເປັນເວລາຫຼາຍມື້.

ແຕ່ວ່າມີພາກສ່ວນນຶ່ງທີ່ໃຫ້ການບໍລິການໄດ້ຂ້ອນຂ້າງລ່ຽນໄຫຼໃນເວລານີ້ກໍແມ່ນ ພາກສ່ວນການອອກທະບຽນສົມລົດ ຫຼື ໃບຢັ້ງຢືນການແຕ່ງງານ. ຜູ້ໃຫ້ສຳພາດກັບພວກເຮົາໄດ້ບອກພວກເຮົາວ່າ ຂັ້ນຕອນການຈົດທະບຽນນັ້ນແມ່ນງ່າຍກວ່າຕອນເກີດໂຣກລະບາດດ້ວຍຊໍ້າ.

ແມ່ຍິງລາວ ອາເມຣິກັນ ເຊື້ອສາຍລາວ ທີ່ອາໄສຢູ່ລັດເວີຈິເນຍ, ເຊິ່ງລາວໄດ້ຂໍໃຫ້ພວກເຮົາບໍ່ອອກຊື່, ໄດ້ກ່າວຕໍ່ພວກເຮົາວ່າ “ຂ້າພະເຈົ້າແຕ່ງງານເດືອນແລ້ວນີ້, ວັນທີ 24 ເດືອນ 4, ຫຼາຍໆຄົນກະຄືຊິຄຶດວ່າຍາກ, ສ່ວນເອື້ອຍເອງ ນິຄຶດວ່າມັນງ່າຍລະກະສະດວກກັບຫຼາຍໆຄົນໃດ. ເພາະວ່າຫຍັງຍ່າງເຂົ້າຍ່າງ ອອກມີແຕ່ບໍ່ເກີນ 15 ນາທີ. ທຳອິດເຮົາແຕ່ງງານນິ ເຮົາຕ້ອງໄປຂໍໜັງສືອະນຸ ຍາດແຕ່ງງານເນາະ ຊ່ວງໂຣກລະບາດນິ ເພາະວ່າຫຍັງມັນແມ່ນ Social distance (ການຢູ່ຫ່າງກັນໃນສັງຄົມ) ຫຍັງມັນບໍ່ໃຫ້ໄປຢູ່ບ່ອນດຽວນຳກັນ ຫຼາຍໆຄົນ. ແຕ່ລະເມືອງມັນກະມີສານທີ່ເຮົາຕ້ອງໄປແມ່ນຫຍັງຈັ່ງຊີ້. ກະເຂົ້າ ໄປເວັບໄຊ້ເຂົາ ລະເຂົາກະບອກວ່າຕ້ອງເຮັດແນວໃດ, ເຮົາບໍ່ໄດ້ໄປນັ່ງຖ້າຄື ແຕ່ກີ້ ແມ່ນຫຍັງຈັ່ງຊີ້. ແຕ່ລະຄົນເຂົາໄປແຕ່ງງານມື້ນຶ່ງບໍ່ຮູ້ 10-20 ຄົນ ເຮົາບໍ່ຮູ້ວ່າເຮົາເປັນຄົນທີ 20 ຫຼືຄົນທີຫ້າ. ກະຖືວ່າງ່າຍ ລະກະປອດໄພ.”

ພະນັກງານຫ້ອງການໄດ້ມີທັກສະການເຮັດວຽກໃໝ່ ແລະ ເທັກໂນໂລຈີ ເພື່ອອຳນວຍຄວາມສະ ດວກຕ່າງໆກໍໄດ້ພັດທະນາຂຶ້ນຫຼາຍໃນຊ່ວງໂຣກລະບາດນີ້. ເຊິ່ງວຽກງານຫຼາຍຢ່າງແມ່ນສາມາດເຮັດແລ້ວສຳເລັດຢ່າງງ່າຍດາຍຢູ່ບ້ານ. ແລະ ເມື່ອບໍ່ດົນມານີ້ບໍລິສັດໃຫຍ່ແຫ່ງນຶ່ງໄດ້ປະກາດວ່າເຂົາເຈົ້າອະນຸຍາດໃຫ້ພະນັກງານຂອງເຂົາເຈົ້າເຮັດວຽກຢູ່ບ້ານໄດ້ຕະຫຼອດໄປ ແລະ ຫຼາຍແຫ່ງກໍໄດ້ ມີການພິຈາລະນາໃຫ້ພະນັກງານຂອງເຂົາເຈົ້າເຂົ້າໄປຫ້ອງການສອງສາມຄັ້ງຕໍ່ອາທິດ. ແຕ່ສຳ ລັບບາງບ່ອນນັ້ນ ເຂົາເຈົ້າຂາດພະນັກງານປະຈຳຢູ່ຫ້ອງ ການບໍ່ໄດ້.

XS
SM
MD
LG