ການນອກໃຈຜົວເມຍ ບໍ່ແມ່ນການກະທຳຄວາມຜິດອີກຕໍ່ໄປແລ້ວຢູ່ໃນປະເທດອິນເດຍ
ເນື່ອງຈາກການຕັດສິນ ຂອງສານສູງສຸດຂອງປະເທດ ໃນວັນພະຫັດວານນີ້.
ພາຍໃຕ້ກົດໝາຍສະໄໝການເປັນຫົວເມືອງຂຶ້ນຂອງອັງກິດ ຜູ້ຊາຍທີ່ມີເພດສຳພັນກັບ
ແມ່ຍິງທີ່ແຕ່ງງານແລ້ວ ໂດຍປາດສະຈາກການເຫັນພ້ອມຂອງສາມີລາວອາດຖືກຟ້ອງ
ດຳເນິນຄະດີ ແລະຕັດສິນລົງໂທດ ຕິດຄຸກເຖິງຫ້າປີ.
ກົດໝາຍນີ້ໄດ້ໃຫ້ສິດທິແກ່ສາມີ ເພື່ອຟ້ອງຮ້ອງບຕໍ່ຄົນຮັກ ຂອງພັນລະຍາລາວ ແຕ່ກໍບໍ່
ສາມາດທີ່ຈະອະນຸຍາດໃຫ້ພັນລະຍາ ມີອຳນາດໃນປະຕິບັດຄືນເຊັ່ນດຽວກັນ.
ບໍ່ມີຂໍ້ມູນວ່າ ມີຜູ້ຊາຍຈັກຄົນໄດ້ຖືກຕັດສິນລົງໂທດພາຍໃຕ້ກົດໝາຍດັ່ງກ່າວ.
ສານສູງສຸດຂອງອິນເດຍໃນວັນພະຫັດວານນີ້ ໄດ້ຕັດສິນຍົກເລີກກົດໝາຍນີ້. “ເຖິງເວ
ລາແລ້ວທີ່ກ່າວວ່າ ສາມີບໍ່ແມ່ນນາຍຂອງພັນລະຍາ.” ຫົວໜ້າຜູ້ພິພາກສາ ທ່ານດີພາກ
ມິສຣາ ໄດ້ກ່າວໃນຂະນະທີ່ທ່ານອ່ານການຕັດສິນ. “ອະທິປະໄຕດ້ານກົດໝາຍຂອງ
ການມີເພດສຳພັນກັບຄົນນຶ່ງ ຕໍ່ກັບອີກຄົນອື່ນນັ້ນ ແມ່ນ ບໍ່ຖືກຕ້ອງ”
ນັກທຸລະກິດ ທ່ານໂຈເຊຟ ຊຣາຍ ໄດ້ທ້າທາຍຕໍ່ສານທີ່ຕັດສິນກົດໝາຍໂດຍໂຕ້ຖຽງ
ວ່າມີຄວາມລຳອຽງຕໍ່ພວກແມ່ຍິງ ແລະໂດຍພະລະການ.
ໃນການຕັດສິນດັ່ງກ່າວ ສານກ່າວວ່າ ການສົມຮູ້ຮ່ວມຄິດນອກສົມລົດ ແມ່ນເລື່ອງ
ສ່ວນໂຕ ລະຫວ່າງຜູ້ໃຫຍ່ ແລະຍັງເປັນເຫດຜົນທີ່ດີຕໍ່ການຢ່າຮ້າງ.
ນີ້ແມ່ນກົດໝາຍທີສອງຂອງສະໄໝການເປັນຫົວເມືອງຂື້ນ ທີ່ພັວພັນກັບສິດທິຕັດສິນ
ການມີເພດສຳພັນໂດຍສານສູງສຸດຂອງອີນເດຍໃນເດືອນນີ້. ຢູ່ໃນການຕັດສິນທີ່ເຫັນ
ພ້ອມຢ່າງເປັນເອກກະສັນ ສານໄດ້ຕ່າວປີ້ນກົດໝາຍທີ່ຖືວ່າເປັນຄວາມຜິດໃນການ
ມີເພດສຳພັນແບບເຫັນພ້ອມນຳກັນຂອງພວກກະເທີຍ.
ອ່ານຂ່ານີິ້ເພີ້ມເປັນພາສາອັງກິດ