ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພົນເອກຂອງຈີນ ປະຕິຍານ ວ່າ ປັກກິ່ງ ຈະບໍ່ ຢູ່ໂດດດ່ຽວ

ນາຍ​ພົນ Sun Jianguo ຮອງຫົວໜ້າເສນາທິການຮ່ວມ ຂອງກອງທັບປົດປ່ອຍປະຊາຊົນຈີນ ກ່າວຖະແຫລງ ຢູ່ທີ່ ກອງປະຊຸມ ວ່າດ້ວຍຄວາມໝັ້ນຄົງ Shangri-La ຫຼື IISS ໃນປະເທດສິງກະໂປ, ວັນທີ 5 ມິຖຸນາ 2016.
ນາຍ​ພົນ Sun Jianguo ຮອງຫົວໜ້າເສນາທິການຮ່ວມ ຂອງກອງທັບປົດປ່ອຍປະຊາຊົນຈີນ ກ່າວຖະແຫລງ ຢູ່ທີ່ ກອງປະຊຸມ ວ່າດ້ວຍຄວາມໝັ້ນຄົງ Shangri-La ຫຼື IISS ໃນປະເທດສິງກະໂປ, ວັນທີ 5 ມິຖຸນາ 2016.

ເຈົ້າໜ້າທີ່ທະຫານ ອາວຸໂສຂອງຈີນ ທ່ານນຶ່ງ ໃນວັນອາທິດມື້ນີ້ ໄດ້ປະຕິເສດ ຕໍ່ການ ຢືນຢັນ ຂອງລັດຖະມົນຕີ ກະຊວງປ້ອງກັນປະເທດ ສະຫະລັດ ທີ່ໄດ້ຖະແຫລງ​ໃນ​ມື້ວານ​ນີ້ວ່າ ປັກກິ່ງກຳລັງປະເຊີນໜ້າກັບ “ການສ້າງກຳແພງໃຫຍ່ ​ເພື່ອໂດດດ່ຽວຕົນ​ເອງ” ຖ້າ ຈີນ​ຫາກ​ຍັງສືບຕໍ່ ທຳ​ການທ້າທາຍ ໂດຍ​ເຮັດ​ໃຫ້​ໝູ່​ເກາະ​ໝູ່​ດອນ​ນ້ອຍໆ​ ທີ່​ຍັງ​ມີ​ການ​ຂັດ​ແຍ້​ງໃນ​ທະ​ເລ​ຈີນ​ໃຕ້ ກາຍ​ເປັນ​ເຂດ​ແຂ່ງຂັນ​ທາງ​ທະຫານ.

“ພວກເຮົາບໍ່ໄດ້ຢູ່ໂດດດ່ຽວ ໃນເມື່ອກ່ອນ ພວກເຮົາບໍ່ໄດ້ຢູ່ໂດດດ່ຽວ ໃນປັດຈຸບັນ ພວກເຮົາຈະບໍ່ຢູ່ໂດດດ່ຽວ ໃນອະນາຄົດ” ນັ້ນຄື​ການ​ໂຕ້ຕອບ ຂອງພົນເອກ Sun Jianguo ​ແຫ່ງກອງທັບປົດປ່ອຍປະຊາຊົນຈີນ.

ນາຍ​ພົນ Sun Jianguo ຮອງຫົວໜ້າເສນາທິການຮ່ວມ ຂອງກອງທັບປົດປ່ອຍປະຊາຊົນຈີນ, ກາງ, ເຂົ້າຮ່ວມ ງານລ້ຽງອາຫານຄ່ຳ ການເປີດກອງປະຊຸມ ວ່າດ້ວຍຄວາມໝັ້ນຄົງ Shangri-la ຄັ້ງທີ 15 ຂອງສະຖາບັນ ການສຶກສາດ້ານຍຸດທະສາດ ສາກົນ ຫຼື IISS, ກອງປະຊຸມສຸດຍອດວ່າດ້ວຍ ຄວາມໝັ້ນຄົງ ຂອງເອເຊຍ, ໃນສິງກະໂປ, ວັນທີ 3 ມິຖຸນາ 2016.

ນາຍ​ພົນ Sun ຮອງຫົວໜ້າເສນາທິການຮ່ວມ ຂອງກອງທັບປົດປ່ອຍປະຊາຊົນ ຫາທາງ ທີ່​ຈະຖິ້ມໂທດ ໃສ່ສະຫະລັດ ​ໃນຄວາມເຄັ່ງຕຶງທາງທະເລຢູ່ໃນຂົງເຂດ. ທ່ານໄດ້ຕຳນິ ຕິຕຽນ ຕໍ່ການ​ປະຕິບັດ​ງານ​ທາງ​ທະຫານ ສະໜັບສະ​ໜູນສິດເສລີພາບ ໃນການເດີນ​ເຮືອ ຂອງສະຫະລັດ ແລະ ການ​ໃຫ້​ຄວາມສະໜັບສະໜູນຂອງ​ວໍ​ຊິງ​ຕັນ ​ຕໍ່ບັນດາປະເທດ ຢູ່ໃນ ຂົງເຂດ ທີ່ມີບັນຫາຂັດແຍ້ງ​ເລື້ອງເຂດນ້ຳແດນດິນກັບປັກກິ່ງ.

ນາຍ​ພົນ Sun ໄດ້ກ່າວອີກວ່າ ບັນດາປະເທດທີ່ຍັງມີ “ຄວາມຄິດແບບ ສົງຄາມເຢັນ” ແລະ ທີ່ບໍ່ມີສ່ວນກ່ຽວຂ້ອງ ໃນບັນຫາຂັດແຍ້ງ ບໍ່ຄວນ​ໄດ້​ຮັບອະນຸຍາດ ໃຫ້​ເຂົ້າ​ມາ​ພົວພັນ ​ໃນ​ການ ກໍ່ວິນາດສະກຳ ເພື່ອຜົນປະໂຫຍດຂອງຕົນ ແລະ ບໍ່ມີຜູ້ໃດ ມີສິດທີ່ຈະຊີ້ມື​ໄປໃສ່ຈີນ.”

ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Ash Carter ຢູ່ທີ່ກອງປະຊຸມດຽວກັນ ທີ່ປະເທດສິງກະໂປ ເມື່ອວັນເສົາວານນີ້ ໄດ້ກ່າວຕໍ່ ບັນດາລັດຖະມົນຕີປ້ອງກັນປະເທດ ພວກນັກວິເຄາະດ້ານຄວາມໝັ້ນຄົງ ແລະ ບັນດານັກວິຊາການ ວ່າ ມີ “ຄວາມ​ເປັນ​ຫ່ວງ​ກັງວົນຫຼາຍຂຶ້ນ” ກ່ຽວກັບການ​ເຄື່ອນ​ໄຫວຂອງຈີນ ໃນເຂດທະ​ເລ​ຍຸດ​ທະ​ສາດ​ດັງ ກ່າວ ແລະ ແຫ່ງອື່ນໆນຳ​ດ້ວຍ.

ລັດຖະມົນຕີຕ່າງປະເທດ ສະຫະລັດ John Kerry ໄດ້ກ່າວຖະແຫລງຕໍ່ບັນດານັກຂ່າວ ຢູ່ທີ່ປະເທດມົງໂກເລຍ ໃນວັນອາທິດມື້ນີ້ ວ່າ ວໍຊິງຕັນ ຈະ​ຖື​ວ່າ ການສ້າງຕັ້ງ ເຂດປ້ອງ​ກັນ​ທາງ​ອາກາດ​ໃດໆ​ກໍ​ຕາມ ຢູ່ເທິງທະເລຈີນໃຕ້ ຂອງຈີນ ນັ້ນວ່າ ເປັນ “ການກະທຳ ທີ່ທ້າທາຍ ແລະ ການສ້າງຄວາມບໍ່ທຸ່ນ​ທ່ຽງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Bonnie Glaser, director, CSIS China Power Project
please wait

No media source currently available

0:00 0:00:27 0:00

XS
SM
MD
LG