ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ບັນຊາການ ທະຫານ ສະຫະລັດ ປ້ອງກັນ ພາລະກິດຂອງ ທະຫານເຮືອ ໃນ ທະເລ ຈີນໃຕ້


ພົນເຮືອເອກ ສະຫະລັດ ທ່ານ Harry B. Harris, Jr., ຜູ້ບັນຊາການຂອງກຳລັງປະກອບອາວຸດພາກພື້ນ ປາຊີຟິກ (ຊ້າຍ) ຖືກແນະນຳທິດທາງໂດຍທະຫານປົດປ່ອຍປະຊາຊົນ ຈີນ ເສນາທິການ ພົນເອກ Fang Fenghui (ກາງ) ໃນຂະນະທີ່ພວກທ່ານ ເດີນທາງເຂົ້າສູ່ກອງປະຊຸມທີ່ຕຶກ Bayi ໃນນະຄອນຫຼວງ ປັກກິ່ງ, ຈີນ, 3 ພະຈິກ, 2015.
ພົນເຮືອເອກ ສະຫະລັດ ທ່ານ Harry B. Harris, Jr., ຜູ້ບັນຊາການຂອງກຳລັງປະກອບອາວຸດພາກພື້ນ ປາຊີຟິກ (ຊ້າຍ) ຖືກແນະນຳທິດທາງໂດຍທະຫານປົດປ່ອຍປະຊາຊົນ ຈີນ ເສນາທິການ ພົນເອກ Fang Fenghui (ກາງ) ໃນຂະນະທີ່ພວກທ່ານ ເດີນທາງເຂົ້າສູ່ກອງປະຊຸມທີ່ຕຶກ Bayi ໃນນະຄອນຫຼວງ ປັກກິ່ງ, ຈີນ, 3 ພະຈິກ, 2015.

ຫົວໜ້າທະຫານ ສະຫະລັດ ໃນພາກພື້ນປາຊີຟິກ ກ່າວວ່າ ການສົ່ງ ເຮືອຮົບ ສະຫະລັດ ໄປໃກ້ກັບເກາະທີ່ຖືກສ້າງຂຶ້ນໂດຍ ຈີນ ໃນທະ ເລ ຈີນໃຕ້ ເມື່ອບໍ່ດົນມານີ້ບໍ່ຄວນຖືກພິຈາ ລະນາວ່າເປັນໄພຂົ່ມ ຂູ່ຕໍ່ ປັກກິ່ງ.

ພົນເຮືອເອກ ທ່ານ Harry Harris, ຜູ້ບັນຊາການຂອງກຳລັງປະ ກອບອາວຸດພາກພື້ນ ປາຊີຟິກ ຂອງ ສະຫະລັດ ໄດ້ກ່າວຕໍ່ກຸ່ມຂອງ ນັກສຶກສາ ສະຫະລັດ ທີ່ມະຫາວິທະຍາໄລ ປັກກິ່ງ ໃນນະຄອນ ຫຼວງ ປັກກິ່ງ ໃນວັນອັງຄານມື້ນີ້ ກ່ຽວກັບການຕັດສິນໃຈສົ່ງເຮືອພິ ຄາດລູກສອນໄຟນຳວິຖີ USS Lassen ເຂົ້າໄປໄກ້ກັບເກາະຫີນ Subi ພາຍໃນ 22 ກິໂລແມັດ ໃນໝູ່ເກາະທະເລ ຈີນໃຕ້ ແມ່ນການ ຝຶກຊ້ອມປົກກະຕິທີ່ແນໃສ່ການປົກປ້ອງ “ສິດທິ, ເສລີພາບ, ແລະ ການທະເລຢ່າງຖືກຕ້ອງ ຕາມກົດໝາຍ ແລະ ໜ່ານຟ້າທີ່ມີການຮັບປະກັນຕໍ່ທຸກໆປະເທດພາຍໃຕ້ກົດໝາຍສາກົນ.”

ເຮືອຮົບນຳວິຖີລູກສອນໄຟຂີປະນາວຸດ USS Lassen ເດີນທາງຮອດນະຄອນ ຊ່ຽງໄຮ, ຈີນ.
ເຮືອຮົບນຳວິຖີລູກສອນໄຟຂີປະນາວຸດ USS Lassen ເດີນທາງຮອດນະຄອນ ຊ່ຽງໄຮ, ຈີນ.

​ປັກກິ່ງ ໄດ້ເປີດໂຄງການກໍ່ສ້າງອັນໃຫຍ່ໂຕໃນປີທີ່ຜ່ານມາ ເພື່ອປ່ຽນແປງເກາະຫີນທີ່ຖືກຖົມ ໃຫ້ເປັນເກາະ ເຊິ່ງສາມາດຄ້ຳຈູນທາງແລ່ນຂອງເຮືອບິນ ແລະ ສິ່ງອຳນວຍຄວາມສະດວກ ອື່ນໆ, ໂດຍບໍ່ຍອມຮັບຮູ້ການອ້າງອີງແຂ່ງຂັນກັນ ໂດຍປະເທດ ຟີລິບປິນ, ຫວຽດນາມ, ໄຕ້ຫວັນ ແລະ ປະເທດອື່ນໆໃນພາກພື້ນເອເຊຍ. ຈີນ ໄດ້ປະນາມການແລ່ນລາດຕະເວນ ໂດຍ ສະຫະລັດ ວ່າເປັນການລ່ວງລ້ຳເຂົ້າໃນໜ້ານ້ຳຂອງ ຈີນ ຢ່າງຜິດກົດໝາຍ, ແລະ ໄດ້ກະ ຕຸ້ນໃຫ້ເອກອັກຄະລັດຖະທູດ ສະຫະລັດ ທ່ານ Max Baucus ອອກມາຖະແຫຼງການປະທ້ວງ ຢ່າງເປັນທາງການ.

ທ່ານ Harrisໄດ້ເອີ້ນການອ້າງອີງຂອງ ຈີນ ໃນທະເລ ຈີນໃຕ້ ວ່າ “ບໍ່ຊັດເຈນ” ແລະ ໄດ້ກ່າວ ຊ້ຳຖານະທີ່ໄດ້ກ່າວອອກມາຂອງລັດຖະບານທ່ານ ໂອບາມາ ວ່າ ສະຫະລັດ ຈະ “ບິນ, ແລ່ນ ເຮືອ ແລະ ປະຕິບັດການເມື່ອໃດກໍຕາມ ແລະ ຢູ່ບ່ອນໃດກໍຕາມທີ່ກົດໝາຍ ສາກົນອະນຸ ຍາດໃຫ້ໄປ.”

ແຕ່ທ່ານກໍໄດ້ເນັ້ນຢ້ຳສາຍພົວພັນທາງການທູດ ແລະ ທະຫານທີ່ເຂັ້ມແຂງ ລະຫວ່າງ ວໍຊິງຕັນ ແລະ ປັກກິ່ງ, ກຳນົດວ່າ ການແລກປ່ຽນທາງທະຫານ 30 ຄັ້ງແມ່ນມີກຳນົດທີ່ຈະ ເກີດຂຶ້ນໃນ ສັບປະດາທີ່ໃກ້ຈະມາເຖິງນີ້.

XS
SM
MD
LG