ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ກຸ່ມປົກປ້ອງສິດທິ​ມະນຸດ ກ່າວວ່າ ກຳປູເຈຍຈັບ ຊາວ Montagnard 5 ຄົນ ຈາກຫວຽດນາມ


ຊາວ Montagnard ຖືກສົ່ງຂຶ້ນລົດເມ ຫຼັງຈາກທີ່ໄປເຖິງ ສະໜາມບິນນາໆຊາດ ທີ່ພະນົມເປັນ, 28 ກໍລະກົດ, 2004.
ຊາວ Montagnard ຖືກສົ່ງຂຶ້ນລົດເມ ຫຼັງຈາກທີ່ໄປເຖິງ ສະໜາມບິນນາໆຊາດ ທີ່ພະນົມເປັນ, 28 ກໍລະກົດ, 2004.

ພະນັກງານ​ກຸ່ມປົກປ້ອງ​ສິດທິ​ມະນຸດກຳປູ​ເຈຍ ກ່າວ​ວ່າ ຕຳຫຼວດ
​ໃນແຂວງ Ratanakiri ທີ່​ຫ່າງ​ໄກ​ສອກຫຼີກ ​ໄດ້ຈັບ​ກຸມຊາວ
Montagnard 5 ຄົນ ທີ່​ຂໍລີ້ໄພຈາກ​ປະ​ເທດ​ເພື່ອນ​ບ້ານ​ຫວຽດນາມ.

ການ​ຈັບ​ກຸມ​ທີ່​ວ່າ​ນີ້​ມີ​ຂຶ້ນໃນ​ຕອນ​ກາງຄືນ​ຂອງ​ວັນ​ອາທິດ​ແລ້ວ​ນີ້
ໃນ​ປ່າທີ່​ພວກ​ເຂົາ​ເຈົ້າ​ພາກັນລີ້​ຊ້ອນ​ຢູ່​ນັ້ນ.

ທ່ານ Chhay Thy ຜູ້​ປະສານ​ງານ​ໃນ​ເຂດ​ທ້ອງ​ຖິ່ນຂອງ​ກຸ່ມ
ປົກປ້ອງສິດທິ​ມະນຸດຊາວ Montagnard ​ທີ່ຂໍລີ້ໄພໄດ້​ບອກ​ກັບ
VOA ພະ​ແນ​ກພາສາ​ຂະ​ເໝນວ່າ ລາວ​ບໍ່​ຮູ້ຈັກວ່າ​ພວກ​ທີ່​ຖືກ​ຈັບ
​ກຸມ​ຢູ່ໃສໃນເວ ລານີ້ ​ໂດຍ​ກ່າວ​ວ່າ “ພວກ​ເຮົາ​ເຫັນ​ວ່າ ​ການ​ຈັບ
​ກຸມ​ທີ່​ວ່າ​ນີ້ ​ແມ່ນ​ເປັນ​ການລະ​ເມີດ​ສິດ​ທິມະນຸດຢ່າງ​ຮ້າຍ​ແຮງ ​ແລ​ະລະເມີດຕໍ່ສົນທິສັນຍາ​ປີ 1951 ກ່ຽວ​ກັບ​ພວກອົບ​ພະຍົບ.”

ທ່ານ​ກ່າວ​ເພີ້​ມຕື່ມ​ວ່າ ຊາວ Montagnard ອີກ 27 ຄົນ ຍັງ​ຢູ່ພາກັນຫ​ລົບ​ຊ້ອນ​ຢູ່ໃນ​ປ່າ​. ໃນສັບປະດາ​ແລ້ວ​ນີ້ ກຸ່ມ​ປົກປ້ອງສິດທິມະນຸດຂອງຊາວ Montagnard ໄດ້ກ່າວຫາ​ຕຳຫຼວດ ທີ່​ສົ່ງ​ພວກທີ່​ຂໍ​ລີ້​ໄພ​ກັບປະ​ເທດ ​ໂດຍ​ປາດ​ສະ​ຈາກ​ການ​ຮັບ​ຟັງ​ການ​ດຳ​ເນີນ​ຄະດີ​ທີ່ຖືກຕ້ອງ
ເໝາະສົມ.

ເຖິງ​ຢ່າງ​ນັ້ນ​ກໍ​ເທາະ ເຈົ້າ​ໜ້າ​ທີ່​ຕຳຫຼວດກ່າວ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ຈັບ​ກຸມ ຊາວ Montag-
nard​ແຕ່ໄດ້​ສົ່ງພວກ​ຊາວໄຮ່ຊາວນາຫວຽດນາມທີ່​ຜິດ​ກົດໝາຍ​ ກັບຄືນປະເທດ. ​

​ໂຄສົກ​ຂອງ​ກະຊວງ​ພາຍ​ໃນ ທ່ານ Khieu Sopheak ກ່າວ​ວ່າ “ບໍ່​ມີ ຊາວ Montagnard ໃດໆ. ກຸ່ມປົກປ້ອງສິດທິມະນຸດ Adhoc ຈະ​ເປັນ​ຜູ້​ຊີ້​ແຈງ​ບັນຫາ​ນີ້ ​ເພາະສະ​ນັ້ນ ພວກ​ເຮົາ​ຈະ​ຟ້ອງ​ຮ້ອງ​ທ່ານ ທີ່​ຮັບໃຊ້ຈຸດປະສົງ​ທາງ​ການ​ເມືອງ.”

ຊາວ Montagnard ຊຶ່ງ​ສ່ວນ​ໃຫຍ່ ​ແມ່ນ​ພວກ​ທີ່​ນັບຖືສາສະ​ໜາ Protestant ທີ່​ໄດ້​ກ່າວ
ອ້າງມາເປັນ ເວລາດົນນານແລ້ວ​ວ່າ ຕົນ​ໄດ້​ຖືກ​ປະ​ຫັດ​ປະຫານ​ໃນ​ຫວຽດນາມ ຍ້ອນ​ການ​ນັບຖື​ສາສະໜາ​ຂອງ​ພວກ​ຕົນ ​ແລະ​ການ​ໃຫ້ການ​ຊ່ອບ​ເຫຼືອ​ແກ່ທະຫານ​ອະ​ເມຣິກັນ ​ໃນປາງ​ສົງຄາມ​ຫວຽດນາມ​ ​ເມື່ອ​ຫຼາຍໆ​ທົດ​ສະ​ວັດ​ຜ່ານ​ມາ​ພຸ້ນ. ບັນຫາຊາວ Montagnard ​ໄດ້​ສ້າງ​ຄວາມ​ເຄັ່ງ​ຕຶງ​ທາງ​ການ​ເມືອງ​ມາ​ແລ້ວ​ໃນ​ອະດີດ.

XS
SM
MD
LG