ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ຄຳປາໄສ ຂອງ ພະນະທ່ານທອງລຸນ ສີສຸລິດ ຢູ່ກອງປະຊຸມ ສະມັດຊາໃຫຍ່ ສປຊ


ນາຍົກລັດຖະມົນຕີ ສປປ ລາວ ພະນະທ່ານທອງລຸນ ສີສຸລິດ ກ່າວຄຳປາໄສ ຢູ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ.

ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ສະໄໝທີ 71 ໄດ້ໄຂຂຶ້ນທີ່ນະຄອນ
ນິວຢອກ ໂດຍມີຜູ້ຕາງໜ້າຈາກ 193 ປະເທດທີ່ເປັນສະມາຊິກເຂົ້າຮ່ວມ ຕາງໜ້າ​ໃຫ້ ສປປ ລາວ ​ໃນ​ປີນີ້ ​ແມ່ນ ​ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ທີ່​ໄດ້​ກ່າວ​ຕໍ່​ກອງ​ປ​ະຊຸມ​ສະມັດຊາ​ໃຫຍ່ ​ໃນ​ວັນ​ທີ 23 ກັນຍາ​ຜ່ານ​ມານີ້.​ ກິ່ງ​ສະຫວັນ ​ມີ​ລາຍ​ລະອຽດ ມາສະ​ເໜີ​ທ່ານ​ໃນ ອັນ​ດັບ​ຕໍ່​ໄປ.

ໃນຕອນບ່າຍວັນສຸກ ທີ 23 ກັນຍາ ທີ່ຜ່ານມານີ້ ພະນະທ່ານທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ ສປປ ລາວ ໄດ້ກ່າວ​ຄຳ​ປາ​ໄສຕໍ່​ກອງ​ປະຊຸມສະມັດຊາ​ໃຫຍ່ ອົງການສະຫະ​ປະ ຊາ​ຊາດ ​ໂດຍ​ເລີ້ມຕົ້ນດັ່ງນີ້:

ພະນະທ່ານທອງລຸນ ກ່າວ​ວ່າ ວົງ​ຄະນາ​ຍາດ​ສາກົນ ຍັງ​ສືບ​ຕໍ່​ມີ​ຄວາມເປັນຫ່ວງຕໍ່ສິ່ງ​ທ້າ​ທາຍ ແລະສະພາບການທີ່​ເກີດ​ຂຶ້ນ​ໃນ​ພາກພື້ນຕ່າງໆຂອງໂລກ ຊຶ່ງທ່ານໄດ້ກ່າວກ່ຽວກັບ​ເລື້ອງນີ້ວ່າ:

ພະນະທ່ານ​ທອງ​ລຸນ ກ່າວ​ວ່າພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ຍັງສືບຕໍ່ມີສັນຕິພາບ ແລະສະຖຽນລະພາບ ອັນເປັນເງື່ອນໄຂພື້ນຖານທີ່ເອື້ອອໍານວຍໃຫ້ແກ່ການສ້າງສາພັດ ທະນາເສດຖະກິດສັງຄົມ ຂອງບັນດາປະເທດໃນພາກພື້ນ ກໍຄືການເສີມຂະຫຍາຍການ ຮ່ວມມືພາກພື້ນ ທີ່ໄດ້ກ້າວເຂົ້າສູ່ສັງກາດໃໝ່ ແຫ່ງການເປັນປະຊາຄົມອາຊຽນ ນັບແຕ່ ວັນທີ 31 ທັນວາ 2015 ແລະການຮັດແໜ້ນການຮ່ວມມືລະຫວ່າງ ອາຊຽນກັບພາຍນອກ
ແນໃສ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະຈະເລີນກ້າວໜ້າຕາມວິໄສທັດປະຊາຄົມ ອາຊຽນ 2025 ໂດຍຜ່ານບັນດາກົນໄກການຮ່ວມມືທີ່ອາຊຽນລິເລີ້ມຂຶ້ນ. ທ່ານ​ກ່າວ​ວ່າ ພວກຂ້າພະເຈົ້າຫວັງວ່າ ວົງຄະນາຍາດສາກົນ ໂດຍສະເພາະຄູ່ເຈລະຈາ ກໍ່ຄືຄູ່ຮ່ວມພາຍ ນອກຕ່າງໆຂອງອາຊຽນ ຈະສືບຕໍ່ສະໜັບສະໜູນອາຊຽນ ແລະຄວາມເປັນແກນກາງ ຂອງອາຊຽນໃນໂຄງສ້າງພາກພື້ນ.

ພ້ອມ​ດຽວ​ກັນນີ້ ພະນະ​ທ່ານ​ທອງ​ລຸນ ຍັງ​ກ່າວ​ເຖິງຄວາມ​ພາກພູມ​ໃຈ​ ແລະກຽດຂອງ ສປປ ລາວ ​ທີ່​ໄດ້ເປັນປະທານໝູນວຽນຈັດກອງປະຊຸມອາຊຽນ​ໃນ​ປີ 2016 ທີ່ນະຄອນ ຫລວງວຽງຈັນ ຊຶ່ງພະນະທ່ານທອງລຸນ ໄດ້ກ່າວກ່ຽວ​ກັບ​ເລື້ອງນີ້ວ່າ:

ພະນະທ່ານທອງລຸນ ໄດ້ກ່າວສັນ​ລະ​ເສີນການຈັດຕັ້ງປະຕິບັດ​ວາລະ 2030 ຮວມທັງ​ເປົ້າ ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ຊຶ່ງ​ທ່ານ​ໄດ້​ກ່າວວ່າ:

ນອກນັ້ນ ພະນະທ່ານທອງລຸນ ຍັງໄດ້ກ່າວເຖິງການເລືອກຕັ້ງສະພາ​ແຫ່ງ​ຊາດໃນຕົ້ນປີນີ້ ທີິ່ໄດ້ຮັບຮອງເອົາຄະນະ​ລັດຖະບານ​ຊຸດໃໝ່ຂອງ ສປປ ລາວ ຊຶ່ງ​ທ່ານ ​ໄດ້​ກ່າວ​ກ່ຽວ​ກັບ​ເລື້ອງນີ້ວ່າ:​

ນອກຈາກນັ້ນ​ອີກ​ແລ້ວ ພະນະ​ທ່ານ​ທອງ​ລຸ່ນ ຍັງ​ໄດ້​ຍົກບັນ​ຫາ​ໃນ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ເກັບ​ກູ້ລະ​ເບີ​ດ ທີ່​ຍັງ​ຕົກ​ຄ້າງບໍ່​ທັນ​ແຕກ​ຢູ່​ໃນ​ລາວ ​ແລະຕ້ອງການຢາກ​ເກັບ​ກູ້ໃຫ້ ຫລາຍ​ຂຶ້ນ ​ເພາະຍັງເປັນ​ໄພ​ອັນ​ຕະລາຍ​ຕໍ່ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາ​ຊົນ ຊຶ່ງ​ພະນະ​ທ່ານ​ທອງ​ລຸນ ​ໄດ້​ກ່າວ​ວ່າ:

ກ່ຽວ​ກັບການປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ ແມ່ນ​ເປັນໄພພິບັດ​ແກ່ໂລກທີ່​ໄດ້​ຖືກຍົກ​ຂຶ້ນ​ມາ​ກ່າວຢູ່​ໃນ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ຊຶ່ງ​ລັດຖະບານ​ ສປປ ລາວ ກໍ​ແມ່ນ​ປະ​ເທດ​ນຶ່ງ ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນ ​ແລະ​ເປັນພາຄີ​ສົນທິສັນຍາ​ປາຣີ​ໃນ​ປີ​ກາຍນີ້ ຊຶ່ງ​ພະນະ​ທ່ານ​ທອງ​ລຸ​ນ ​ໄດ້​ກ່າວ​ກ່ຽວ​ກັບ​ເລື້ອງ​ນີ້ວ່າ:

ພະນະ​ທ່າ​ນທອງ​ລຸນ ສີ​ສຸ​ລິດ ​ຍັງໄດ້​ກ່າວ​ສະ​ແດງ​ຄວາມ​ເປັນ​ຫ່ວງການນຳໃຊ້ກຳລັງອາ
ວຸດ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນໃນຫຼາຍພາກພື້ນຂອງໂລກມີແຕ່ຈະນຳເອົາຄວາມຫາ
ຍະນະອັນໃຫຍ່ຫຼວງມາສູ່ມວນມະນຸດ ເຊັ່ນ: ການສູນເສຍຊີວິດ ແລະຊັບສິນເປັນຈຳ
ນວນຫຼວງ ຫຼາຍ ເຮັດໃຫ້ມີຄວາມທຸກຍາກ ແລະໄພອຶດຫິວ ແລະຜົນກະທົບອື່ນໆອັນ
ໄດ້ນຳໄປສູ່ການແຜ່ຂະຫຍາຍຂອງອາຊະຍາກຳ ແລະການກໍ່ການຮ້າຍຕ່າງໆ. ສະນັ້ນ
ສປປ ລາວ ຮຽກຮ້ອງມາຍັງວົງຄະນາຍາດສາກົນ ຈົ່ງພ້ອມກັນຍົກສູງເຈດຕະນາລົມທາງ
ການເມືອງ ທີ່ຈະແກ້ໄຂບັນດາຂໍ້ຂັດແຍ່ງຢູ່ພາກພື້ນຕ່າງໆໂດຍສັນຕິວິທີ, ເຊິ່ງ ສປປ ລາວ​ສະໜັບສະ ໜູນວິທີການແກ້ໄຂທາງສັນຕິນີ້ ຢ່າງສະເໝີຕົ້ນສະເໝີປາຍຕະຫຼອດມາ. ພະ
ນະ​ທ່ານ​ທອງ​ລຸນ ​ກ່າວ​ວ່າ ສປປ ລາວ ຍາມ​ໃດ​ກໍ່​ຫວັງ​ວ່າ ບັນຫາປາ​ແລັສ​ໄຕ​ນ໌ ຈະ​ໄດ້ ຮັບ​ການ​ແກ້​ໄຂ​ດ້ວຍສັນຕິ​ວິທີໂດຍຝ່າຍທີ່ກ່ຽວຂ້ອງ ເພື່ອບັນລຸການ​ສ້າງຕັ້ງສອງ​ລັດ​ ປາ​ແລັສ​ໄຕ​ນ໌ ​ແລະອິສແອລ ດຳລົງ​ຄົງ​ຢູ່ຮ່ວມ​ກັນ​ຢ່າງ​ສັນຕິ.

ພ້ອມ​ນີ້ ພະນະ​ທ່ນທອງ​ລຸນ ຍັງ​ກ່າວ​ວ່າ ສປປ ລາວ ຊົມ​ເຊີຍ​ການ​ຟື້ນ​ຟູ​ສາຍ​ພົວພັນ​ການ​ທູດ ລະຫວ່າງສະຫະລັດ ອາ​ເມ​ລິ​ກາ ​ແລະ ສາທາລະນະລັດຄິວບາ ແລະຫວັງ​ຢ່າງຍິ່ງວ່າ ການ​ຟື້ນ​ຟູ​ສາຍ​ພົວພັນດັ່ງ​ກ່າວ ຈະ​ໄດ້​ຮັບ​ການ​ສືບ​ຕໍ່​ເສີມ​ຂະຫຍາຍ​ ​ແລະຈະ​ນຳ​ໄປ​ສູ່​ການ​ຍົກ​ເລີກ​ການ​ຂວ້ຳບາດຕໍ່ສາທາລະນະລັດຄິວ​ບາໃນອະນາຄົດອັນໃກ້ນີ້.

ພະນະທ່ານທອງລຸນ ນາຍົກລັດຖະມົນຕີ ສປປ ລາວ ໄດ້ກ່າວມ້ວນທ້າຍຄຳ​ປາ​ຕໍ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່ ສະຫະ​ປະ​ຊາດ ດັ່ງ​ນີ້.

XS
SM
MD
LG