ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໒ ພຶດສະພາ ໒໐໒໖

ທະ​ນາ​ຄານ ADB ຈະ​ອຸ​ທິດ​ເງິນ​ກູ້​ຢືມ​ເຄິ່ງ​ນຶ່​ງ​ຂອງ​ຕົນ​ໃຫ້​ການ​ເງິນ​ດິນ​ຟ້າ​ອາກາດ​ພາຍ​ໃນ​ປີ 2030

ພາ​ບ​ແຟ້ມ​ໃນ​ວັນ​ທີ 21 ເມ​ສາ 2016, ສະ​ແດງ​ໃຫ້​ເຫັນປາ​ຕາຍ​ຢູ່​ທະ​ເລ​ສາບ​ ອອ​ສ​ມານ ຊາ​ກາ ທີ່​ແຫ້ງ​ແລ້ງ, ຢູ່​ເຂດ​ຊານ​ເມືອງ​ ຮາຍ​ເດີ​ຣາ​ບັດ ຂອງ ອິນ​ເດຍ.
ພາ​ບ​ແຟ້ມ​ໃນ​ວັນ​ທີ 21 ເມ​ສາ 2016, ສະ​ແດງ​ໃຫ້​ເຫັນປາ​ຕາຍ​ຢູ່​ທະ​ເລ​ສາບ​ ອອ​ສ​ມານ ຊາ​ກາ ທີ່​ແຫ້ງ​ແລ້ງ, ຢູ່​ເຂດ​ຊານ​ເມືອງ​ ຮາຍ​ເດີ​ຣາ​ບັດ ຂອງ ອິນ​ເດຍ.

ທະ​ນາ​ຄານພັດ​ທະ​ນາ​ເອ​ເຊຍ ໄດ້​ກ່າວ​ໃນ​ວັນ​ສຸກມື້ນີ້​ວ່າ ເຂົາ​ເຈົ້າ​ໄດ້​ອະ​ນຸ​ມັດ​ເປົ້າ​ໝາຍ​ໃໝ່​ເພື່ອ​ອຸ​ທິດ​ 50 ເປີ​ເຊັ​ນ​ຂອງ​ເງິນ​ກູ້​ຢືມ​ປະ​ຈຳ​ປີ​ຂອງ​ເຂົາ​ເຈົ້າ​ຕໍ່​ການ​ເງິນ​ດ້ານ​ດິນ​ຟ້າ​ອາ​ກາດ​ພາຍ​ໃນ​ປີ 2030 ແລະ ກະ​ຕຸ້ນ​ການ​ລະ​ດົມ​ທຶນ​ເອ​ກະ​ຊົນ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ປັບ​ປຸງ​ກົນ​ລະ​ຍຸດ​ຄັ້ງ​ໃໝ່​ສຳ​ລັບ​ໄລ​ຍະ​ທີ່​ເຫຼືອ​ຂອງ​ທົດ​ສະ​ວັດ​ທນີ້.

ຜູ້​ໃຫ້​ກູ້​ຢືມ​ດັ່ງ​ກ່າວ​ເວົ້າ​ວ່າ ເປົ້າ​ໝາຍ​ໃໝ່​ແມ່ນ​ການ​ກ້າວ​ກະ​ໂດດ​ຄັ້ງ​ໃຫຍ່​ຈາກ​ຄວາມ​ທະ​ເຍີ​ທະ​ຍານ​ໃນ​ປັດ​ຈຸ​ບັນ 35 ເປີ​ເຊັນ ແລະ ມາ​ດ້ວຍ​ເປົ້າ​ໝາຍ​ທີ່​ອີງ​ໃສ່​ເງິນ​ໂດ​ລາຈຳ​ນວນ 100 ຕື້​ໂດ​ລາ ໃນ​ການ​ຈັດ​ຫາ​ເງິນ​ທຶນ​ເພື່ອ​ດິນ​ຟ້າ​ອາ​ກາດ​ສະ​ສົມ ລະ​ຫວ່າງ​ປີ 2019 ຫາ 2030 ໂດຍ​ມີ​ການ​ປະ​ກອບ​ສ່ວນ​ໄປພຽງ 30 ຕື້​ໂດ​ລາ​ເທົ່າ​ນັ້ນ​ໃນ​ປັດ​ຈຸ​ບັນ​ນີ້.

ຜູ້​ອຳ​ນວຍ​ການ​ດ້ານ​ແຜນ​ຍຸດ​ທະ​ສາດ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ ທ່ານ ໂທ​ໂມ​ຢູ​ກິ ຄິ​ມຸ​ຣະ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ ຣອຍ​ເຕີ ວ່າ “ພວກ​ເຮົາ​ຢາກ​ເປັນ​ທະ​ນາ​ຄານ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ຢູ່​ໃນ​ພາກ​ພື້ນ."

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

The Asian Development Bank said on Friday it approved a new goal to devote 50% of its annual lending to climate finance by 2030 and boost private sector capital mobilization as part of a sweeping strategy update for the rest of the decade.

The lender said the new goal is a big jump from the current 35% ambition and comes with a dollar-based target of $100 billion in cumulative climate finance between 2019 and 2030, with only $30 billion contributed so far.

"We want to be the climate change bank in the region," ADB strategy director Tomoyuki Kimura told Reuters in an interview.

This item is part of

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG