ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະນາຄານ ADB ຈະສືບຕໍ່ ໃຫ້ການຊ່ວຍເຫຼືອ ແກ່ລັດຖະບານລາວ


ທ່ານນາງ Sandra Nicoll ຜູ້ອຳນວຍການ ທະນາຄານພັດທະນາເອເຊຍ (ADB) ປະຈຳ ສປປ ລາວ ໃຫ້ການຊ່ວຍເຫຼືອ ລັດຖະບານລາວ ເພື່ອສົ່ງເສີມພັດທະນາ ດ້ານສາທາລະນະສຸກ.
ທ່ານນາງ Sandra Nicoll ຜູ້ອຳນວຍການ ທະນາຄານພັດທະນາເອເຊຍ (ADB) ປະຈຳ ສປປ ລາວ ໃຫ້ການຊ່ວຍເຫຼືອ ລັດຖະບານລາວ ເພື່ອສົ່ງເສີມພັດທະນາ ດ້ານສາທາລະນະສຸກ.

ທະນາຄານພັດທະນາເອເຊຍ (ADB) ຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແກ່ລັດຖະບານ ລາວ ໃນການຈັດຕັ້ງປະຕິບັດ ແຜນການລົບລ້າງຄວາມຍາກຈົນ ແລະ ສົ່ງເສີມການ ພັດທະນາ ພາກບໍລິການ ແລະ ທ່ອງທ່ຽວ.

ທ່ານນາງ Sandra Nicoll ຜູ້ອຳນວຍການ ທະນາຄານພັດທະນາເອເຊຍ (ADB) ປະຈຳ ສປປ ລາວ ຖະແຫລງຢືນຢັນວ່າ ADB ຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແກ່ລັດຖະບານ ລາວ ເຂົ້າໃນການຈັດຕັ້ງແຜນການລົບລ້າງບັນຫາຄວາມຍາກຈົນ ຂອງປະຊາຊົນລາວ ບັນດາເຜົ່າ ໃຫ້ລົດລົງຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນການຊ່ວຍເຫຼືອ ເຂົ້າໃນການເພີ້ມ ຜົນຜະລິດ ໃນພາກກະສິກຳ ການພັດທະນາພື້ນຖານໂຄງລ່າງ ລະບົບໃຫ້ບໍລິການດ້ານ ສາທາລະນະສຸກ ການພັດທະນາຊັບພະກອນມະນຸດ ແລະ ການສ້າງຕັ້ງກອງທຶນສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME) ນັ້ນ.

ທ່ານນາງ Sandra Nicoll ຜູ້ອຳນວຍການ ທະນາຄານພັດທະນາເອເຊຍ (ADB) ປະຈຳ ສປປ ລາວ ພົບປະກັບ ນາຍົກລັດຖະມົນຕີ ຂອງລາວ ທ່ານທອງລຸນ ສີສຸລິດ
ທ່ານນາງ Sandra Nicoll ຜູ້ອຳນວຍການ ທະນາຄານພັດທະນາເອເຊຍ (ADB) ປະຈຳ ສປປ ລາວ ພົບປະກັບ ນາຍົກລັດຖະມົນຕີ ຂອງລາວ ທ່ານທອງລຸນ ສີສຸລິດ

ທ່ານນາງ Sandra Nicoll ບອກວ່າ ໂຄງການຕ່າງໆ ທີ່ ADB ໄດ້ໃຫ້ການຊ່ວຍເຫຼືອ ແກ່ ລັດຖະບານລາວ ໃນລະຍະທີ່ຜ່ານມາ ໄດ້ຮັບຜົນສຳເລັດເປັນຢ່າງດີ ເຊັ່ນໂຄງການປັບປຸງ ຂະແໜງນ້ຳປະປາ ຢູ່ 12 ຕົວເມືອງນ້ອຍໃນແຂວງພາກເໜືອ ແລະ ພາກກາງນັບແຕ່ປີ 2006 ເປັນຕົ້ນມາ ໂດຍໄດ້ໃຊ້ເງິນທຶນ ໄປໃນມູນຄ່າລວມ 16 ລ້ານໂດລານັ້ນ ກໍເຮັດໃຫ້ ປະຊາຊົນຫຼາຍກວ່າ 115,000 ຄົວເຮືອນ ໃນເຂດ 12 ຕົວເມືອງນ້ອຍດັ່ງກ່າວ ໄດ້ຊົມໃຊ້ ນ້ຳສະອາດຕະຫຼອດປີ.

ສຳລັບໃນແຜນການພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2015-2016 ນີ້ ADB ກໍໄດ້ ຈັດສັນເງິນກູ້ໃນມູນຄ່າລວມ 116 ລ້ານ 6 ແສນໂດລາ ໃຫ້ລັດຖະບານລາວ ນຳໃຊ້ເພື່ອ ສ້າງຄວາມເຂັ້ມແຂງ ໃນຂະແໜງການສຶກສາ ການພັດທະນາເສັ້ນທາງເຊື່ອມຕໍ່ ເສດຖະ ກິດ ໃນລຸ່ມແມ່ນ້ຳຂອງ ການເພີ້ມທະວີການຄຸ້ມຄອງ ໃນຂະແໜງການຂົນສົ່ງ ແລະ ປັບ ປຸງບໍລິການດ້ານສາທາລະນະສຸກ ສຳລັບ ປະຊາຊົນໃຫ້ດີຂຶ້ນນັບມື້.

ໂດຍສຳລັບການພັດທະນາເສັ້ນທາງນີ້ ກໍລວມເຖິງການຈັດສັນເງິນກູ້ 35 ລ້ານໂດລາ ເພື່ອນຳໃຊ້ໃນການປັບປຸງລະບົບຂົນສົ່ງສາທາລະນະ ໃນເຂດນະຄອນຫຼວງວຽງຈັນ ທີ່ ກຳລັງປະເຊີນບັນຫາ ການຂະຫຍາຍຕົວໄວຂອງຕົວເມືອງ ທີ່ຈະແກ້ໄຂດ້ວຍການສ້າງ ຜັງເມືອງ ແລະ ການບໍລິຫານທີ່ດິນ ທີ່ມີປະສິດທິພາບ.

ພ້ອມກັນນີ້ ADB ຍັງໄດ້ໃຫ້ການຊ່ວຍເຫຼືອໃນການພັດທະນາ ການທ່ອງທ່ຽວໃນເຂດ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ດ້ວຍເງິນທຶນ 24 ລ້ານໂດລາ ສຳລັບກໍ່ສ້າງຖະໜົນຍາວ 3 ກິໂລແມັດ ເຊື່ອມຕໍ່ເມືອງຫ້ວຍຊາຍ ກັບສະພານຂ້າມແມ່ນ້ຳຂອງ ລະຫວ່າງລາວ-ໄທ ແຫ່ງທີ 4 ການພັດທະນາ-ປັບປຸງຖະໜົນ 16 ເສັ້ນທາງ ການປັບປຸງທ່າເຮືອ ໃນແມ່ນ້ຳ ຂອງ ການສ້າງສວນສາທາລະນະ ບົນເນື້ອທີ່ 7 ເຮັກຕາ ຢູ່ໃຈກາງເມືອງ ການສ້າງສິ່ງ ອຳນວຍຄວາມສະດວກຕ່າງໆ ການອະນຸລັກສິ່ງແວດລ້ອມທຳມະຊາດ ໃນຕົວເມືອງ ແລະ ແມ່ນ້ຳຂອງ.

ນອກຈາກນີ້ ADB ຍັງໃຫ້ການຊ່ວຍເຫຼືອໃນມູນຄ່າ 40 ລ້ານໂດລາ ສຳລັບ ການພັດ ທະນາ-ປັບປຸງເສັ້ນທາງ ສະຖານທີ່ທ່ອງທ່ຽວ ແລະ ສິ່ງແວດລ້ອມ ເພື່ອອຳນວຍຄວາມ ສະດວກ ໃຫ້ແກ່ການເຊື່ອມໂຍງ ການທ່ອງທ່ຽວໃນແຂວງຫຼວງພະບາງ ອຸດົມໄຊ ຄຳມ່ວນ ແລະ ຈຳປາສັກ ກັບກຸ່ມແມ່ນ້ຳຂອງ ໃຫ້ໄດ້ຢ່າງແທ້ຈິງ ພາຍໃນປີ 2017 ອີກດ້ວຍ ໂດຍ ຄາດຫວັງວ່າ ການພັດທະນາດັ່ງກ່າວ ຈະເຮັດໃຫ້ຊາວຕ່າງຊາດ ພາກັນເດີນທາງເຂົ້າມາ ທ່ອງທ່ຽວໃນລາວ ຍາວນານຂຶ້ນ ແລະ ໃຊ້ຈ່າຍຫຼາຍຂຶ້ນ ຊຶ່ງກໍລະນີດຽວກັນນີ້ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ໃຫ້ການອະທິບາຍເຖິງຜົນສຳເລັດທີ່ເກີດຂຶ້ນວ່າ:

“ໃນລະຍະເວລາ ທີ່ຜ່ານມາ ຍ້ອນຄວາມພະຍາຍາມເອົາໃຈໃສ່ຢ່າງຕັ້ງໜ້າ ແລະ ໄດ້ມີຜົນສຳເລັດ ຢ່າງຕໍ່ເນື່ອງຂອງຂະແໜງການທ່ອງທ່ຽວ ຈຶ່ງໄດ້ເຮັດໃຫ້ ສປປ ລາວ ຂອງພວກເຮົາ ກໍໄດ້ຮັບການຍ້ອງຍໍສັນລະເສີນ ແລະ ໄດ້ຮັບລາງວັນທີ່ເປັນ ກຽດຫຼາຍຄັ້ງ ຄືໃນປີ 2008 ໜັງສືພິມ New York Times ໄດ້ລົງຄະແນນໃຫ້ ປະເທດ ລາວເຮົາ ເປັນ 1 ໃນຈຳນວນ 53 ປະເທດ ທີ່ເປັນແຫລ່ງທ່ອງທ່ຽວ ທີ່ ໜ້າທ່ຽວສູງ ທີ່ສຸດໃນໂລກ ແລະ ເມືອງຫຼວງພະບາງ ເມືອງມໍລະດົກໂລກ ກໍໄດ້ ຮັບລາງວັນ ເປັນລາງວັນຄຳ ແຫ່ງເມືອງທ່ອງທ່ຽວຈາກວາລະສານ Wanderlust ຂອງປະເທດອັງກິດ.”

ໃນປີ 2014 ມີຊາວຕ່າງຊາດເດີນທາງເຂົ້າມາໃນລາວຫຼາຍກວ່າ 3 ລ້ານ 8 ແສນຄົນ ແລະ ເພີ້ມຂຶ້ນເປັນຫຼາຍກວ່າ 4 ລ້ານ 2 ແສນຄົນ ໃນປີ 2015 ສ່ວນໃນປີ 2016 ນີ້ ກໍຄາດວ່າ ຈະຫຼາຍກວ່າ 4 ລ້ານ 5 ແສນຄົນ.

XS
SM
MD
LG