ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ADB ເນັ້ນຢ້ຳ ເຖິງຜົນສຳເລັດ ໃນການຈັດຕັ້ງ ປະຕິບັດ ການຫລຸດຜ່ອນ ບັນຫາ ຄວາມຍາກຈົນ ໃນລາວ


ທ່ານນາງ Sandra Nicoll ຜູ້ອຳນວຍການ ທະນາຄານພັດທະນາເອເຊຍ (ADB) ປະຈຳລາວ ໄດ້ໃຫ້ການຊ່ວຍເຫຼືອແກ່ ລັດຖະບານລາວ ໃນຊ່ວງປີ 2007-2014 ເພື່ອການຫລຸດ ຜ່ອນຄວາມຍາກຈົນ ແລະ ການພັດທະນາທາງດານສາທາລະນະສຸກ ໃນລາວ.
ທ່ານນາງ Sandra Nicoll ຜູ້ອຳນວຍການ ທະນາຄານພັດທະນາເອເຊຍ (ADB) ປະຈຳລາວ ໄດ້ໃຫ້ການຊ່ວຍເຫຼືອແກ່ ລັດຖະບານລາວ ໃນຊ່ວງປີ 2007-2014 ເພື່ອການຫລຸດ ຜ່ອນຄວາມຍາກຈົນ ແລະ ການພັດທະນາທາງດານສາທາລະນະສຸກ ໃນລາວ.

ທະນາຄານພັດທະນາເອເຊຍ (ADB) ເນັ້ນຢ້ຳເຖິງຜົນສຳເລັດ
ຂອງການຈັດຕັ້ງປະຕິບັດ ໂຄງການພັດທະນາ ເພື່ອການຫລຸດ
ຜ່ອນບັນຫາຄວາມຍາກຈົນ ຂອງປະຊາຊົນລາວ ນັບແຕ່ປີ
2007 ເຖິງປີ 2014.

ທ່ານນາງ Sandra Nicoll ຜູ້ອຳນວຍການທະນາຄານພັດທະນາເອເຊຍ (ADB) ປະຈຳ
ລາວ ໃຫ້ການຢືນຢັນວ່າ ການຈັດຕັ້ງປະຕິບັດ ໂຄງການພັດທະນາເພື່ອການຫລຸດຜ່ອນ
ຄວາມຍາກຈົນ ຂອງປະຊາຊົນລາວບັນດາເຜົ່າທີ່ ADB ໄດ້ໃຫ້ການຊ່ວຍເຫຼືອແກ່ ລັດຖະ
ບານລາວ ໃນຊ່ວງປີ 2007-2014 ທີ່ຜ່ານມານັ້ນ ໄດ້ຮັບຜົນສຳເລັດຕາມແຜນການ ທີ່
ວາງໄວ້ໃນທຸກໆດ້ານ.

ໂດຍການຈັດຕັ້ງປະຕິບັດ ໂຄງການໃນລະຍະທີ່ຜ່ານມາ ໄດ້ໃຊ້ງົບປະມານ ໄປໃນມູນຄ່າ
ລວມເຖິງ 19 ລ້ານ 6 ໝື່ນໂດລາ ຊຶ່ງເຮັດໃຫ້ປະຊາຊົນລາວບັນດາເຜົ່າໃນພື້ອນທີ່ 18
ເມືອງ ຂອງ 5 ແຂວງພາກເໜືອ ກໍຄືແຂວງບໍ່ແກ້ວ ຫົວພັນ ຫລວງນ້ຳທາ ຫລວງພະບາງ
ແລະຊຽງຂວາງນັ້ນ ໄດ້ຫລຸດພົ້ນຈາກຄວາມທຸກຍາກຈົນ ຢ່າງສິ້ນເຊີງແລ້ວ ເມື່ອປາກົດວ່າ
ການສົ່ງເສີມການຜະລິດເປັນສິນຄ້າ ດ້ານກະສິກຳ ແລະການລ້ຽງສັດນັ້ນ ເຮັດໃຫ້ປະຊາຊົນ
ລາວບັນດາເຜົ່າໃນພື້ນທີ່ເປົ້າໝາຍ ມີລາຍໄດ້ເພີ້ມຈາກ 1 ລ້ານ 8 ແສນກີບຕໍ່ຄົນ ໃນປີ
2007 ຂຶ້ນມາເປັນ 8.3 ລ້ານກີບຕໍ່ຄົນ ໃນປີ 2014.

ພວກເດັກນ້ອຍລາວ ຢູ່ຕາມຊົນນະບົດ ໃນທົ່ວປະເທດ ຍັງຂາດແຄນ ອາຫານ ທີ່ມີຄຸນນະພາບ ທາງດ້ານໂພຊະນາການ ອັນເປັນສາເຫດຫຼັກ ທີ່ເຮັດໃຫ້ ພວກເດັກນ້ອຍອາຍຸ ຕ່ຳກວ່າ 5 ປີ ຍັງມີສ່ວນ ສູງ ແລະນ້ຳໜັກ ຕ່ຳກວ່າເກນມາດຕະຖານ.
ພວກເດັກນ້ອຍລາວ ຢູ່ຕາມຊົນນະບົດ ໃນທົ່ວປະເທດ ຍັງຂາດແຄນ ອາຫານ ທີ່ມີຄຸນນະພາບ ທາງດ້ານໂພຊະນາການ ອັນເປັນສາເຫດຫຼັກ ທີ່ເຮັດໃຫ້ ພວກເດັກນ້ອຍອາຍຸ ຕ່ຳກວ່າ 5 ປີ ຍັງມີສ່ວນ ສູງ ແລະນ້ຳໜັກ ຕ່ຳກວ່າເກນມາດຕະຖານ.

ທັງນີ້ ໂດຍສາເຫດສຳຄັນທີ່ເຮັດໃຫ້ປະຊາຊົນລາວ ບັນດາເຜົ່າ
ໃນພື້ນທີ່ເປົ້າໝາຍ ມີລາຍໄດ້ສູງຂຶ້ນດັ່ງກ່າວ ກໍເພາະວ່າ ພວກ
ເຂົາເຈົ້າສາມາດເຂົ້າເຖິງຕະຫລາດ ຮອງຮັບຜົນຜະລິດໄດ້ຫຼາຍ
ຂຶ້ນນັບມື້ ດັ່ງທີ່ທ່ານນາງ Sandra Nicoll ໄດ້ໃຫ້ການຢືນຢັນ
ວ່າ:

ແຕ່ຢ່າງໃດກໍຕາມ ກະຊວງແຜນການ ແລະການລົງທຶນ ລາຍ
ງານຈາກການປະເມີນຮ່ວມກັນ ລະຫວ່າງລັດຖະບານລາວ
ກັບອົງການສະຫະປະຊາຊາດເພື່ອການພັດທະນາ (UNDP)
ກ່ຽວກັບຜົນການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະ
ກິດ ແລະສັງຄົມໃນລາວ ນັບຈາກປີ 2011 ເຖິງເດືອນກັນຍາ
2015 ພົບວ່າ ລັດຖະບານລາວ ຈະບໍ່ສາມາດຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸເປົ້າໝາຍສະ
ຫັດສະຫວັດ ການພັດທະນາໃນ 6 ດ້ານຈາກທັງໝົດ 9 ດ້ານທີ່ໄດ້ຕົກລົງໄວ້ ກັບອົງການ
ສະຫະປະຊາຊາດ.

ໂດຍທັງ 6 ດ້ານດັ່ງກ່າວນີ້ ກໍປະກອບດ້ວຍການທີ່ເດັກນ້ອຍອາຍຸ ຕ່ຳກວ່າ 5 ປີ ຍັງມີສ່ວນ
ສູງ ແລະນ້ຳໜັກຕ່ຳກວ່າເກນມາດຕະຖານ ການເຂົ້າໂຮງຮຽນ ແລະສືບຕໍ່ການຮຽນຈົນຈົບ
ຊັ້ນປະຖົມປີທີ 5 ຍັງເພີ້ມຂຶ້ນຢ່າງຊັກຊ້າ ອັດຕາການຕາຍຂອງເດັກນ້ອຍອາຍຸ ຕ່ຳກວ່າ 1 ປີ
ຍັງສູງ ອັດຕາການຕາຍຂອງແມ່ຍິງ່ຂະນະຖືພາ ກໍຍັງສູງ ສ່ວນການເພີ້ມອັດຕາການປົກຫຸ້ມ
ຂອງປາໄມ້ ກໍຍັງປະຕິບັດໄດ້ຕ່ຳຫຼາຍ ແລະການເກັບກູ້ລະເບີດບໍ່ທັນແຕກ (UXO) ກໍປະຕິ
ບັດໄດ້ ໃນພື້ນທີ່ຢ່າງຈຳກັດ.

ທາງດ້ານກະຊວງສາທາລະນະສຸກ ໄດ້ລາຍງານວ່າ ການຈັດຕັ້ງປະຕິບັດເປົ້າໝາຍສະຫັດ
ສະຫວັດ ການພັດທະນາທາງດານສາທາລະນະສຸກ ໃນລາວ ຍັງມີບັນຫາທ້າທາຍ ໃນຫຼາຍ
ດ້ານທີ່ເປັນອຸປສັກ ຕໍ່ການພັດທະນາຄຸນນະພາບ ການໃຫ້ບໍລິການ ແກ່ປະຊາຊົນ ໃຫ້ໄດ້
ມາດຕະຖານດຽວກັນກັບບັນດາປະເທດ ທີ່ເປັນສະມາຊິກໃນກຸ່ມອາຊຽນດ້ວຍກັນ.

ທັງນີ້ໂດຍທ່ານນາງຄຳແສງ ພິລາວົງ ຮອງຫົວໜ້າສູນໂພຊະນາການ ກະຊວງສາທາລະນະ
ສຸກ ຍອມຮັບວ່າ ເດັກນ້ອຍລາວ ທີ່ມີໂອກາດໄດ້ຮັບການລ້ຽງດູ ດ້ວຍນ້ຳນົມແມ່ ນັບຕັ້ງແຕ່
ມື້ເກີດຈົນຮອດອາຍຸ 6 ເດືອນນັ້ນ ຍັງຄິດເປັນອັດຕາສະເລ່ຍພຽງແຕ່ 40 ເປີເຊັນ ເທົ່ານັ້ນ
ດັ່ງທີ່ທ່ານນາງໄດ້ຢືນຢັນວ່າ:

“ລ້ຽງລູກດ້ວຍນົມແມ່ຢ່າງດຽວນີ້ນ່ະ ແຕ່ມື້ເກີດຮອດຫົກເດືອນນີ້ ດຽວນີ້ເຮົາ ໄດ້
40 ເປີເຊັນ ນີ້ແມ່ນຍັງຕ່ຳໂພດ ເຮົາຕ້ອງໄດ້ບືນຕື່ມ ເພິ່ນໄດ້ເຮັດການຄົ້ນຄວ້າ
ແລະສົມທຽບກັນ ແລ້ວເຫັນວ່າເດັກນ້ອຍ ທີ່ບໍ່ໄດ້ລ້ຽງລູກດ້ວຍນ້ຳນົມແມ່ຫັ້ນນະ
ຫລະແມ່ນມີຄວາມສ່ຽງຕໍ່ການຕາຍຍ້ອນພະຍາດຖອກທ້ອງ 7 ເທົ່າ ແລ້ວກະມີ
ຄວາມສ່ຽງຕໍ່ການຕາຍ ຍ້ອນພະຍາດອັກເສບປອດ 5 ເທົ່າ.”

ນອກຈາກນັ້ນ ກໍຍັງມີບັນຫາທ້າທາຍ ກ່ຽວກັບອັດຕາການເສຍຊີວິດ ຂອງແມ່ຍິງໃນຂະນະ
ຖືພາ ທີ່ເຖິງແມ່ນວ່າ ຈະລົດລົງຈາກ 650 ໃນທຸກໆໜຶ່ງແສນຄົນ ໃນປີ 1995 ມາເປັນ 339
ຄົນກໍຕາມ ແຕ່ວ່າ ການທີ່ຈະບັນລຸ ໃຫ້ໄດ້ເຖິງ 260 ຄົນ ໃນທຸກໆໜຶ່ງແສນຄົນ ພາຍໃນປີ
2015 ນັ້ນ ກໍນັບເປັນບັນຫາ ທີ່ຍາກຢ່າງຍິ່ງ ທັງຍັງເປັນການເສຍຊີວິດ ໃນອັດຕາສະເລ່ຍ
ທີ່ສູງທີ່ສຸດໃນອາຊຽນອີກດ້ວຍ.

XS
SM
MD
LG