ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານ ພັດທະນາ ເອເຊຍ ປັບຫຼຸດການຂະຫຍາຍຕົວ ທາງເສດຖະກິດ ຂອງ ລາວ ໃນປີ 2020


ADB ໄດ້ມີການປັບຫຼຸດຄາດໝາຍການເຕີບໂຕທາງເສດຖະກິດຂອງ ລາວ ໃນປີ 2020 ນີ້ຈາກລະດັບ 6.2 ເປີເຊັນລົງມາເປັນ 3.5 ເປີເຊັນ
ADB ໄດ້ມີການປັບຫຼຸດຄາດໝາຍການເຕີບໂຕທາງເສດຖະກິດຂອງ ລາວ ໃນປີ 2020 ນີ້ຈາກລະດັບ 6.2 ເປີເຊັນລົງມາເປັນ 3.5 ເປີເຊັນ

ທະນາຄານພັດທະນາເອເຊຍ ປັບຫຼຸດການຂະຫຍາຍຕົວທາງເສດຖະກິດຂອງ ລາວ ໃນປີ 2020 ຈາກ 6.2 ເປີເຊັນ ລົງເປັນ 3.5 ເປີເຊັນ ຍ້ອນການແຜ່ລະບາດຂອງ COVID-19 ໂດຍການບໍລິການຈາກຖືກກະທົບໜັກສຸດ.


ຜູ້ຊ່ຽວຊານດ້ານເສດຖະສາດຂອງທະນາຄານພັດທະນາເອເຊຍ (ADB) ເປີດເຜີຍວ່າ ADB ໄດ້ມີການປັບຫຼຸດຄາດໝາຍການເຕີບໂຕທາງເສດຖະກິດຂອງ ລາວ ໃນປີ 2020 ນີ້ຈາກລະດັບ 6.2 ເປີເຊັນລົງມາເປັນ 3.5 ເປີເຊັນຂຶ່ງເປັນຜົນກະທົບໂດຍກົງຕາກການແຜ່ລະບາດຂອງເຊື້ອໄວຣັສ COVID-19 ໃນປັດຈຸບັນ ໂດຍພາກບໍລິການ ແລະ ທ່ອງທ່ຽວຈະຖືກກະທົບໜັກທີ່ສຸດ ແລະ ຄາດວ່າຈະຂະຫຍາຍຕົວໃນອັດຕາສະເລ່ຍພຽງ 1.3 ເປີເຊັນເທົ່ານັ້ນທຽບກັບປີ 2019 ສ່ວນພາກກະສິກຳ ແລະ ພາກອຸດສາຫະກຳກໍຈະຂະຫຍາຍຕົວຂຶ້ນພຽງ 2.5 ເປີເຊັນ ແລະ 5.7 ເປີເຊັນຕາມລຳດັບ ຊຶ່ງຫຼຸດລົງທຸກດ້ານ ທຽບກັບປີ 2019 ທີ່ພາກກະສິກຳຂະຫຍາຍຕົວ 2.5 ເປີເຊັນ, ພາກອຸດສາຫະກຳຂະຫຍາຍຕົວ 7.1 ເປີເຊັນ ແລະ ພາກບໍລິການຂະຫຍາຍຕົວ 5 ເປີເຊັນ ຂະນະທີ່ລັດຖະບານ ລາວ ໄດ້ວາງເປົ້າໝາຍໄວ້ທີ່ລະດັບ 2.8 ເປີເຊັນ ກັບ 8.3 ເປີເຊັນ ແລະ 6.7 ເປີເຊັນຕາມລຳດັບ.

ແຕ່ຢ່າງໃດກໍຕາມການທີ່ຈະເຮັດໃຫ້ເສດຖະກິດ ລາວ ຂະຫຍາຍຕົວໃນລະດັບ 3.5 ເປີເຊັນໃນປີ 2020 ດັ່ງກ່າວກໍມີເງື່ອນໄຂວ່າລັດຖະບານ ລາວ ຈະຕ້ອງຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບຢ່າງແທ້ຈິງ ທັງຈະຕ້ອງປັບປຸງການຄຸ້ມຄອງງົບປະມານລັດໃຫ້ແຂງແຮງ ປະຕິຮູບກົນ ໄກການເກັບລາຍຮັບທີ່ໂປ່ງໃສ ແລະ ທັນສະໄໝ, ຄຸ້ມຄອງເງິນຕາໃຫ້ມີສະຖຽນລະພາບ, ປະຕິ ບັດນະໂຍບາຍດອກເບ້ຍທະນາຄານຕາມກົນໄກຕະຫຼາດ, ປັບປຸງສະພາບແວດລ້ອມການດຳເນີນທຸ ລະກິດ, ສົ່ງເສີມການລົງທຶນທີ່ເນັ້ນການພັດທະນາ ແລະ ການຜະລິດສິນຄ້າ ແລະ ບໍລິການ ສົ່ງ ເສີມການຜະລິດສິນຄ້າພາຍໃນ ເພື່ອຫຼຸດການນຳເຂົ້າ ແກ້ໄຂບັນຫາຍາກຈົນ ຈັດຕັ້ງປະຕິບັດເປົ້າ ໝາຍການພັດທະນາຢ່າງຍືນຍົງ ແລະ ປາບປາມການທຸຈະລິດຄໍຣັບຊັ້ນຢ່າງແທ້ຈິງ.

ພ້ອມກັນນີ້ ADB ຍັງຄາດໝາຍດ້ວຍວ່າລັດຖະບານ ລາວ ຈະຕ້ອງປະເຊີນກັບບັນຫາຂາດດຸນບັນຊີໝຸນວຽນເງິນຕາຕ່າງປະເທດເຖິງ 9.4 ເປີເຊັນຂອງ GDP ໃນປີ 2020 ທີ່ຈະເຮັດໃຫ້ທອນສຳຮອງເງິນຕາຕ່າງປະເທດເຫຼືອບໍ່ເຖິງ 1,000 ລ້ານໂດລາ ຫຼືເທົ່າກັບການນຳເຊົ້າສິນຄ້າບໍ່ເຖິງ 2 ເດືອນເທົ່ານັ້ນ.

ກ່ອນໜ້ານີ້ລັດຖະບານໄດ້ວາງຄາດໝາຍການຂະຫຍາຍຕົວທາງເສດຖະກິດປີ 2020 ໄວ້ທີ່ລະດັບ 6.5 ເປີເຊັນຊຶ່ງຈະເຮັດໃຫ້ GDP ມີມູນຄ່າລວມເຖິງ 117,780 ຕື້ກີບ ສາມາດຖົວສະເລ່ຍເປັນລາຍໄດ້ຂອງປະຊາຊົນ ລາວ ທີ່ລະດັບ 2,733 ໂດລາຕໍ່ຄົນຕໍ່ປີ ແລະ ພາກບໍລິການຈະມີມູນຄ່າທາງເສດຖະກິດຫຼາຍທີ່ສຸດ ຕິດຕາມດ້ວຍພາກອຸດສາຫະກຳ ແລະ ພາກກະສິກຳ ຫາກແຕ່ວ່າດ້ວຍຜົນກະທົບຈາກການແຜ່ນລະບາດຂອງໄວຣັສ COVID-19 ດັ່ງກ່າວຈຶ່ງເຮັດໃຫ້ລັດຖະບານ ລາວ ຈະຕ້ອງປັບຫຼຸດຄາດໝາຍການຂະຫຍາຍຕົວທາງເສດຖະກິດໃນ ລາວ ດ້ວຍເຊັ່ນກັນ ດັ່ງທີ່ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນໄດ້ຖະແຫຼງຢືນຢັນວ່າ

“ລັດຖະບານຈະຄົ້ນຄວ້າ ປັບປຸງຄາດໝາຍການເຕີບໂຕທາງດ້ານເສດຖະກິດຫຼື GDP ຄືນໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ ພ້ອມນັ້ນກໍຈະປັບຫຼຸດຄາດໝາຍດ້ານເສດຖະກິດມະຫາພາກຈຳນວນນຶ່ງ ເປັນຕົ້ນແມ່ນຄາດໝາຍດ້ານງົບປະມານ, ຄາດໝາຍເງິນຕາ, ຄາດໝາຍທາງດ້ານການດຸນການຄ້າ ເອົາໃຈໃສ່ຄຸ້ມຄອງອັດຕາເງິນເຟີ້ໃຫ້ຢູ່ໃນລະດັບທີ່ເໝາະສົມ ໂດຍຄຸ້ມຄອງລາຄາສິນຄ້າ ເພີ່ມການຜະລິດຢູ່ພາຍໃນໃຫ້ຫຼາຍຂຶ້ນ ຄຸ້ມຄອງອັດຕາແລກປ່ຽນໃຫ້ມີສະຖຽນລະພາບ ເລັ່ງສ້າງຄວາມເຊື່ອໝັ້ນ ແລະ ອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນຕ່າງປະເທດໃຫ້ຫຼາຍຂຶ້ນ.”

ແຕ່ຢ່າງໃດກໍຕາມ ການເຕີບໂຕທາງເສດຖະກິດຂອງ ລາວ ກໍໄດ້ປັບຕົວລົງຢ່າງຕໍ່ເນື່ອງໃນຊ່ວງປີ 2017-2019 ຄືຈາກ 6.9 ເປີເຊັນໃນປີ 2017 ເປັນ 6.5 ເປີເຊັນໃນປີ 2018 ແລະ 6.2 ເປີເຊັນໃນປີ 2019 ເພາະປະສົບໄພນໍ້າຖ້ວມໃຫຍ່ທັງໃນປີ 2018-2019 ທັງຍັງເຮັດໃຫ້ລາຍໄດ້ຂອງປະຊາ ຊົນ ລາວ ເພີ່ມຂຶ້ນຈາກ 2,599 ໂດລາຕໍ່ຄົນໃນປີ 2018 ເປັນ 2,683 ໂດລາຕໍ່ຄົນໃນປີ 2019.​ ສ່ວນໃນປີ 2020 ຖ້າຫາກເປັນໄປຕາມການຄາດໝາຍຂອງ ADB ດັ່ງກ່າວກໍຈະເຮັດໃຫ GDP ສາມາດຖົວສະເລ່ຍເປັນລາຍໄດ້ຂອງປະຊາຊົນ ລາວ ທີ່ລະດັບ 2,777 ໂດລາຕໍ່ຄົນໃນປີ 2020 ນີ້ ສ່ວນອັດຕາເງິນເຟີ້ຈະຢູ່ທີ່ລະດັບ 4.5 ເປີເຊັນ ແລະ ສົ່ງອອກໄຟຟ້າໄດ້ເພີ່ມຂຶ້ນ 6 ເປີເຊັນທຽບໃສ່ປີ 2019.

XS
SM
MD
LG