ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ADB ​ຄາດ​ວ່າ ເສດ​ຖະ​ກິດ​ຂອງ ລາວ ຈະ​ຂະ​ຫຍາຍ​ຕົວ​ ​ໃນ​ອັດ​ຕາ​ສະ​ເລ​່ຍ 6.2 ເປີ​ເຊັນ​ໃນ​ປີ 2019 ແລະ 2020


ລົດ​ບັນ​ທຸກ​ສິນ​ຄ້າ​ນຳ​ເຂົ້າ​ລາວ.
ລົດ​ບັນ​ທຸກ​ສິນ​ຄ້າ​ນຳ​ເຂົ້າ​ລາວ.

ທ​ະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ​ຄາດ​ວ່າ ເສດ​ຖະ​ກິດ​ຂອງ ລາວ ຈະ​ຂະ​ຫຍາຍ​ຕົວ​ເພີ່ມ​ຂຶ້ນ​ໃນ​ອັດ​ຕາ​ສະ​ເລ​່ຍ 6.2 ເປີ​ເຊັນ​ໃນ​ປີ 2019 ແລະ 2020 ຊຶ່ງຫຼຸດ​ລົງ​ຈາກ​ການ​ຄາດ​ໝາຍ​ໃນ​ໄລ​ຍະ​ກ່ອນ​ໜ້ານີ້​ທີ່​ອັດ​ຕາ​ສະ​ເລ່ຍ 6.5 ເປີ​ເຊັນ.


ທ່ານ ລັດ​ຕະ​ນະ​ໄຕ ຫຼວງ​ລາດ​ບັນ​ດິດ ຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ສາດຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ເອ​ເຊຍ (ADB) ຖະ​ແຫຼງວ່າ​ເສດ​ຖະ​ກິດ​ຂອງ​ລາວ​ໃນ​ຕະຫຼອດ​ປີ 2019 ນີ້​ຈະ​ຂະ​ຫຍາຍ​ຕົວ​ເພີ່ມ​ຂຶ້ນ​ຈາກ​ປີ 2018 ໃນ​ອັດ​ຕາ​ສະ​ເລ່ຍ 6.2 ເປີ​ເຊັນ ຊຶ່ງຫຼຸດ​ລົງ​ຈາກ​ຊ່ວງ​ກາງ​ປີ 2019 ທີ່​ຄາດ​ໝາຍ​ການ​ຂະ​ຫຍາຍ​ຕົວ​ທາງ​ເສດ​ຖະ​ກິດ​ຂອງ​ລາວ​ໄວ້​ທີ່​ອັດ​ຕາ​ສະ​ເລ່ຍ 6.5 ເປີ​ເຊັນ​ນັ້ນ ທັງ​ນີ້​ກໍ​ເພາະ​ວ່າ​ພາກ​ການ​ຜະ​ລິດ​ໃນ ລາວ ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຕ່ຳ​ກວ່າ​ແຜນ​ການ​ທີ່​ວາງ​ໄວ້​ໃນ​ທຸກ​ດ້ານ ກໍ​ຄື​ພາກ​ກະ​ສິ​ກຳ​ຂະ​ຫຍາຍ​ຕົວ 2.5 ເປີ​ເຊັນ, ພາກ​ອຸດ​ສາ​ຫະ​ກຳ​ຂະ​ຫຍາຍ​ຕົວ 7.1 ເປີ​ເຊັນ, ພາກ​ບໍ​ລິ​ການ​ຂະ​ຫຍາຍ​ຕົວ 5 ເປີ​ເຊັນ ໃນ​ຂະ​ນະ​ທີ່​ແຜນ​ການ​ໄດ້​ວາງ​ເປົ້າ​ໝາຍ​ໄວ້​ທີ່​ລະ​ດັບ 2.8 ເປີ​ເຊັນ​ກັບ 8.3 ເປີ​ເຊັນ ແລະ 6.7 ເປີ​ເຊັນ​ຕາ​ມ​ລຳ​ດັບ.

ແຕ່​ຢ່າງ​ໃດ​ກໍ​ຕາມ​ເພື່ອ​ເຮັດ​ໃຫ້​ເສດ​ຖະ​ກິດ ລາວ ຂະ​ຫຍາຍ​ຕົວ​ທີ່​ອັດ​ຕາ​ສະ​ເລ່ຍ 6.2 ເປີ​ເຊັນ​ໃນ​ປີ 2020 ດ້ວຍ​ນັ້ນ​ລັດ​ຖະ​ບານ​ລາວ​ຈະ​ຕ້ອງ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໃຫ້​ມີ​ສະ​ເຖຍ​ລະ​ພາບ ແລະ ໝັ້ນ​ທ່ຽງ ປັບ​ປຸງ​ການ​ຄຸ້ມ​ຄອງ​ລະ​ບົບ​ການ​ເງິນ ແລະ ງົບ​ປະ​ມານ​ລັດ​ໃຫ້​ແຂງ​ແຮງ ປ​ະ​ຕິ​ຮູບ​ກົນ​ໄກ​ເກັບ​ລາຍ​ຮັບ​ທີ່​ທັນ​ສະ​ໄໝ-ໂປ່ງ​ໃສ, ຄຸ້ມ​ຄອງ​ເງິນ​ຕາ​ໃຫ້​ມີ​ສະ​ເຖຍ​ລະ​ພາບ, ປະ​ຕິ​ບັດ​ນະ​ໂຍ​ບາຍດອກ​ເບ້ຍ​ທະ​ນາ​ຄານ​ຕາມ​ກົນ​ໄກ​ຕະຫຼາດ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ, ສົ່ງ​ເສີມ​ການ​ລົງ​ທຶ​ນ​ພາຍ​ໃນ ແລະ ຂອງ​ຕ່າງ​ຊາດ​ໃຫ້​ເພີ່ມ​ຂຶ້ນ, ພັດ​ທະ​ນາ​ການ​ຜະ​ລິດ​ສິນ​ຄ້າ ແລະ ບໍ​ລິ​ການ​ສົ່ງ​ເສີມ​ການ​ຜະ​ລິດ​ສິນ​ຄ້າ ເພື່ອ​ຊົມ​ໃຊ້​ພາຍ​ໃນ ແລະ ຫຼຸດ​ການ​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ, ແກ້​ໄຂ​ບັນ​ຫາ​ທຸກ​ຍາກ ຈັດ​ຕັ້ງ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທະ​ນາ​ຢ່າງ​ຍືນ​ຍົງ ແລະ ປາບ​ປາມ​ການ​ທຸ​ຈະ​ລິດ​ຄໍ​ຣັບ​ຊັ້ນ​ຢ່າງ​ແທ້​ຈິງ.

ພ​້ອມ​ກັນ​ນີ້ ADB ຍັງ​ຄາດ​ໝາຍ​ດ້ວຍ​ວ່າ ລັດ​ຖະ​ບານ ລາວ ຈະ​ຕ້ອງ​ປະ​ເຊີນ​ບັນ​ຫາ​ຂາດ​ດຸນ​ການ​ຊຳ​ລະ​ບັນ​ຊີ​ໝຸນ​ວຽນ​ເງິນ​ຕາ​ຕ່າງ​ປະ​ເທດ​ທີ່​ລະ​ດັບ 9.5 ເປີ​ເຊັນ ແລະ 10 ເປີ​ເຊັນ​ຂອງ DGP ໃນ​ປີ 2019-2020 ຊຶ່ງ​ຈະ​ເຮັດ​ໃຫ້​ທຶນ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ລັດ​ຖະ​ບານ ລາວ ຫຼຸດ​ລົງ​ເຫຼືອບໍ່​ເຖິງ 1,000 ລ້ານ​ໂດ​ລາ ຫຼື​ທຽບ​ໄດ້​ກັບ​ການ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ຕ່າງ​ປະ​ເທດ​ໄດ້​ພຽງ​ແຕ່ 2 ເດືອນ​ເທົ່າ​ນັ້ນ.

ສ່ວນ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກໍ​ຖະ​ແຫຼງຍອມ​ຮັບ​ວ່າ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ສັງ​ຄົມ​ແຫ່ງ​ຊາດ​ໃນ​ປີ 2019 ເຮັດ​ໄດ້​ຕ່ຳ​ກວ່າ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ຈຶ່ງ​ຄ່າດ​ວ່າ​ເສດ​ຖະ​ກິດ ລາວ ຈະ​ຂະ​ຫຍາຍ​ຕົວ​ບໍ່​ເກີນ 6.4 ເປີ​ເຊັນ ຂະ​ນະ​ທີ່​ແຜນ​ການ​ປີ​ໄດ້​ວາງ​ໄວ້​ທີ່​ອັດ​ຕາ​ສະ​ເລ່ຍ 6.7 ເປີ​ເຊັນ ແຕ່​ກໍ​ຍັງ​ຖື​ວ່າ​ເປັນ​ການ​ຂະ​ຫຍາຍ​ຕົວ​ດ້ານບວກ ແລະ ກໍ​ຈະ​ຍັງ​ສືບ​ຕໍ່​ເຮັດ​ໃຫ້​ເສດ​ຖະ​ກິດ​ຂອງ ລາວ ມີ​ການ​ຂະ​ຫຍາຍ​ຕົວ​ດ້ານບວກ​ໃນ​ປີ 2020 ດ້ວຍ​ການ​ແກ້​ໄຂ​ບັນ​ຫາ​ຄົງ​ຄ້າງ​ຕ່າງໆຢ່າງ​ມີ​ປະ​ສິດ​ທິ​ຜົນ ໂດຍ​ສະ​ເພາະ​ແມ່ນ​ການ​ບໍ​ລິ​ຫານ​ງານ​ໃນ​ບັນ​ດາ​ລັດ​ວິ​ສາ​ຫະ​ກິດ​ນັ້ນ ດັ່ງ​ທີ່​ທ່ານ ທອງ​ລຸນ ຖະ​ແຫຼງ​ຢືນ​ຢັນ​ວ່າ

"ປີ 2020 ນີ້ ຈະ​ພະ​ຍາ​ຍາມ​ເຮັດ​ໃຫ້​ບັນ​ລຸ​ຄາດ​ໝາຍ​ໃຫ້​ໄດ້​ສະ​ມັດ​ຕະ​ພາບ​ຂອງ​ການ​ຜະ​ລິດ​ນັ້ນ ບໍ່​ທັນ​ສູງ​ການ​ປັບ​ປຸງ​ລັດ​ວິ​ສາ​ຫະ​ກິດ​ຍັງ​ບໍ່​ທັນ​ໄປ​ທັນ​ມາ ພວກ​ເຮົາ​ແຕ່ງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ແລ້ວ ກະ​ໄດ້​ດຳ​ເນີນ​ມາ​ແລ້ວ ແຕ່​ວ່າ​ກໍ​ບໍ່​ງ່າຍ​ປານ​ໃດ ເພາະ​ວ່າ​ພວກ​ເຮົາ​ຕ້ອງ​ໄດ້​ຕັດ​ສິນ​ໃຈ​ສູງ​ຮ່ວມ​ກັນ ເພື່​ອ​ແກ້​ໄຂ​ບັນ​ຫາ​ທີ່​ບັນ​ດາ​ລັດ​ວິ​ສາ​ຫະ​ກິດບໍ່​ທັນ​ໄປ​ທັນ​ມາ​ນັ້ນ ພວກ​ເຮົາ​ຕ້ອງ​ໄດ້​ແກ້​ໄຂ​ບັນ​ຫາ​ສະ​ພາບ​ແວດ​ລ້ອມ​ຂັ້ນ​ຂອດ​ການ​ລົງ​ທຶນ ການ​ເຮັດ​ກິດ​ຈະ​ການ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ​ເຮັດ​ທຸ​ລະ​ກິດ​ຕ່າງ​ນັ້ນ."

ໃນ​ປີ 2018 ເສດ​ຖະ​ກິດ​ຂອງ ລາວ ຂະ​ຫຍາຍ​ຕົວ​ເພີ່ມ​ຂຶ້ນ 6.5 ເປີ​ເຊັນ​ຊຶ່ງຫຼຸດ​ລົງ​ຈາກ 6.9 ເປີ​ເຊັນ​ໃນ​ປີ 2017 ເພາະ​ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ ແລະ ລາຍ​ໄດ້​ຂອງ​ປະ​ຊາ​ຊົນ ລາວ ຢູ່​ທີ່​ລະ​ດັບ 2,599 ໂດ​ລາ​ຕໍ່​ຄົນ​ຕໍ່​ປີ ສ່ວນ​ໃນ​ທ້າຍ​ປີ 2019 ນີ້ກ​ໍ​ຄາດ​ວ່າ​ລາຍ​ໄດ້​ສະ​ເລ່ຍ​ຂອງ​ປະ​ຊາ​ຊົນ ລາວ ຈະ​ເພີ່ມ​ຂຶ້ນ​ເປັນ 2,683 ໂດ​ລາ​ຕໍ່​ຄົນ​ຊຶ່ງ​ຕ່ຳ​ກວ່າ​ແຜນ​ການ​ທີ່​ສະ​ພາ​ແຫ່ງ​ຊດ​ໄດ້​ຮັບ​ຮອງ​ເອົາ​ໄວ້​ທີ່​ລະ​ດັບ 2,726 ໂດ​ລາ​ຕໍ່​ຄົນ ແລະ ບັນ​ຫາ​ຍາກ​ຈົນ​ຂອງ​ປະ​ຊາ​ຊົນ​ກໍ​ຍັງ​ເກີນກວ່າ 65,000 ຄອບ​ຄົວຫຼື 5.34 ເປີ​ເຊັນຂອງ​ຄົວ​ເຮືອນ​ທັງ​ໝົດ.

ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ ຈຶ່ງ​ເປັນ​ໄປ​ໄດ້​ຍາກ​ທີ່​ລັດ​ຖະ​ບານ ລາວ ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ການ​ຂະ​ຫຍາຍ​ຕົວ​ທາງ​ເສດ​ຖະ​ກິດ​ໃຫ້​ໄດ້​ທີ່​ອັດ​ຕາ​ສະ​ເລ່ຍ 7 ເປີ​ເຊັນ​ໃນ​ຕະຫຼອດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ສັງ​ຄົມ​ແຫ່ງ​ຊາດ​ໄລ​ຍະ 5 ປີ ຄັ້ງ​ທີ 8 ໃນ​ຊ່ວງ​ປີ 2016-2020 ທີ່​ສະ​ພາ​ແຫ່ງ​ຊາດ ລາວ ໄດ້​ຮັບ​ຮອງ​ເອົາ​ໄວ້​ ເພາະ​ວ່າ​ໃນ​ຊ່ວງ​ປີ 2017-2019 ເສດ​ຖະ​ກິດ ລາວ ຂະ​ຫຍາຍ​ຕົວ​ໃນ​ອັດ​ຕາ​ສະ​ເລ່ຍ 6.5 ເປີ​ເຊັນ​ເທົ່າ​ນັ້ນ ສ່ວນ​ການ​ຮັດ​ສາຍ​ແອວ​ທາງ​ດ້ານ​ລາຍ​ຈ່າຍ ກໍ​ຍັງ​ກະ​ທົບ​ແຜນ​ການຫຼຸດ​ຜ່ອນ​ບັນ​ຫາ​ຍາກ​ຈົນ​ໃນ ລາວ ອີກ​ດ້ວຍ.

XS
SM
MD
LG