ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານ ADB ໃຫ້ເງິນກູ້ຢືມ ສຳລັບແຜນການ ພັດທະນາ 2015-2016 ຂອງລັດຖະບານ ລາວ


ປະທານທະນາຄານ ADB ກ່າວຄຳປາໄສໃນກອງປະຊຸມ ຖະແຫຼງຂ່າວ.
ປະທານທະນາຄານ ADB ກ່າວຄຳປາໄສໃນກອງປະຊຸມ ຖະແຫຼງຂ່າວ.

ທະນາຄານພັດທະນາ ເອເຊຍ (ADB) ອະນຸມັດເງິນກູ້ໃນມູນຄ່າ ລວມ 116.6 ລ້ານໂດລາ ໃຫ້ລັດຖະບານ ລາວ ນຳໃຊ້ໃນແຜນ ການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດປະຈຳສົກປີ 2015-2016 ນີ້.

ທ່ານ ທາເຄຮິໂກະ ນາກາໂອະ ປະທານທະນາຄານພັດທະນາ ເອເຊຍ (ADB) ໃຫ້ການຢືນ ຢັນເມື່ອບໍ່ດົນມານີ້ວ່າຄະນະກຳມະການບໍລິຫານ ADB ໄດ້ຈັດສັນເງິນກູ້ໃນມູນຄ່າລວມເຖິງ 116.6 ລ້ານໂດລາສຳລັບໃຫ້ລັດຖະບານ ລາວ ນຳໃຊ້ໃນການຈັດຕັ້ງປະຕິບັດແຜນການພັດ ທະນາເສດຖະກິດ ແລະ ສັງຄົມແຫ່ງຊາດປະຈຳສົກປີ 2015-2016 ໂດຍແນໃສ່ການສ້າງ ຄວາມເຂັ້ມແຂງໃນຂະແໜງການສຶກສາ ການພັດທະນາເສັ້ນທາງເພື່ອ ເຊື່ອຕໍ່ເສດຖະກິດໃນ ລຸ່ມແມ່ນ້ຳຂອງ ການເພີ່ມທະວີການຄຸ້ມຄອງຂະແໜງການຂົນສົ່ງ ແລະ ການປັບປຸງບໍລິການ ດ້ານສາທາລະນະສຸກສຳລັບປະຊາຊົນໃຫ້ດີຂຶ້ນນັບມື້.

ໂດຍສຳລັບການພັດທະນາເສັ້ນທາງນັ້ນກໍລວມເຖິງການທີ່ ADB ໄດ້ຈັດສັນເງິນກູ້ 35 ລ້ານ ໂດລາເພື່ອນຳໃຊ້ເຂົ້າໃນການປັບປຸງ ລະບົບຂົນສົ່ງສາທາລະນະໃນເຂດນະຄອນ ຫຼວງວຽງ ຈັນ ທີ່ກຳລັງປະເຊີນກັບບັນຫາຫຍຸ້ງຍາກທີ່ເກີດຈາກການຂະຫຍາຍຕົວໄວຂອງຕົວເມືອງ ໂດຍຈະແກ້ບັນຫາດ້ວຍການ ສ້າງຜັງເມືອງ ແລະ ການບໍລິຫານດິນໃຫ້ໄດ້ດີກວ່າເກົ່າດ້ວຍ ການສ້າງການມີສ່ວນຮ່ວມຂອງພາກເອກະຊົນໃນການພັດທະນາພື້ນຖານໂຄງລ່າງ ໃນເຂດ ຕົວເມືອງໃຫ້ຫຼາຍຂຶ້ນ.

ພ້ອມກັນນີ້ ADB ຍັງໄດ້ໃຫ້ຄວາມສຳຄັນເປັນພິເສດກັບການພັດທະນາລະບົບພື້ນຖານໂຄງ ລ່າງທີ່ຕິດພັດກັບພາກບໍລິການ ແລະ ການທ່ອງທ່ຽວອີກດ້ວຍ ໂດຍຫຼ້າສຸດ ADB ໄດ້ຕົກລົງ ໃຫ້ການຊ່ວຍເຫຼືອເພື່ອພັດທະນາການທ່ອງທ່ຽວໃນເຂດເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ນັບ ຈາກເດືອນກັນຍາ 2015 ເປັນຕົ້ນໄປ ແລະ ຈະໃຊ້ເວລາດຳເນີນງານໃຫ້ສຳເລັດສົມບູນໃນ 2 ປີດ້ວຍເງິນທຶນ 24 ລ້ານໂດລາ.

ທັງນີ້ ໂດຍການດຳເນີນງານຈະປະກອບດ້ວຍການກໍ່ສ້າງຖະໜົນໄລຍະທາງຍາວ 3 ກິໂລແມັດ ເພື່ອເຊື່ອທຕໍ່ລະຫວ່າງຕົດເມືອງຫ້ວຍຊາຍ ກັບຂົວຂ້າມແມ່ນນ້ຳຂອງ ລະຫວ່າງ ລາວ-ໄທ ແຫ່ງທີ 4 ການພັດທະນາປັບປຸງຖະໜົນພາຍໃນຕົວເມືອງຫ້ວຍຊາຍທັງ 16 ເສັ້ນທາງການພັດ ທະນາປັບປຸງທ່າເຮືອໃນແມ່ນ້ຳຂອງ ການສ້າງສວນສາທາລະນະໃນເນື້ອທີ່ 7 ເຮັກຕາຢູ່ໃຈ ກາງເມືອງຫ້ວຍຊາຍ ການສ້າງສິ່ງອຳນວຍຄວາມສະດວກຕ່າງໆ ການອະນຸລັກສິ່ງແວດລ້ອມ ທຳມະຊາດໃນຕົວເມືອງ ແລະ ແມ່ນ້ຳຂອງ.

ກ່ອນໜ້ານີ້ ADB ໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່ລັດຖະບານ ລາວ ໃນມູນຄ່າ 40 ລ້ານໂດ ລາເພື່ອພັດທະນາພາກບໍລິການ ແລະ ການທ່ອງທ່ຽວໃນເຂດແຂວງຫຼວງພະບາງ, ອຸດົມໄຊ, ຄຳມ່ວນ ແລະ ຈຳປາສັກ ນັບຈາກປີ 2015 ເຖິງປີ 2017 ດ້ວຍການພັດທະນາປັບປຸງເສັ້ນ ທາງ, ສະຖານທີ່ທ່ອງທ່ຽວ ແລະ ສິ່ງແວດລ້ອມ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເຊື່ອມ ໂຍງການທ່ອງທ່ຽວຂອງ ລາວ ກັບລຸ່ມແມ່ນ້ຳຂອງ.

ທັງນີ້ໂດຍ ADBຄາດຫວັງວ່າການພັດທະນາດັ່ງກ່າວຈະເຮັດໃຫ້ຊາວຕ່າງຊາດ ພາກັນເດີນ ທາງເຂົ້າມາທ່ອງທ່ຽວໃນ ລາວ ຍາວນານຂຶ້ນ ແລະ ໃຊ້ຈ່າຍຫຼາຍຂຶ້ນ ສ່ວນ Wanderlust Magizine ວາລະສານການທ່ອງທ່ຽວຊັ້ນນຳໃນອັງກິດຈັດໃຫ້ ລາວ ເປັນ 1 ໃນ 10 ປະເທດ ທີ່ເປັນຕາທ່ອງທ່ຽວທີ່ສຸດໃນໂລກ ແລະ ຫຼວງພະບາງກໍເປັນເມືອງທີ່ເປັນຕາທ່ອງທ່ຽວທີ່ສຸດໃນ ໂລກໃນປີ 2015 ນີ້ ເຊິ່ງສອດຄ່ອງກັບທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ຢືນຢັນວ່າ.

“ໃນໄລຍະເວລາທີ່ຜ່ານມາ ຍ້ອນຄວາມພະຍາຍາມເອົາໃຈໃສ່ຢ່າງຕັ້ງໜ້າ ແລະ ໄດ້ມີຜົນ ສຳເລັດຢ່າງຕໍ່ເນື່ອງຂອງຂະແໜງການທ່ອງທ່ຽວ ຈຶ່ງໄດ້ເຮັດໃຫ້ ສປປ ລາວ ຂອງພວກເຮົາ ໄດ້ຮັບການຍ້ອງຍໍສັນລະເສີນ ແລະ ໄດ້ຮັບລາງວັນທີ່ເປັນກຽດຫຼາຍຄັ້ງ ຄືໃນປີ 2008 ໜັງ ສືພິມ New York Times ໄດ້ລົງຄະແນນໃຫ້ປະເທດ ລາວ ເຮົາເປັນໜຶ່ງໃນຈຳນວນ 53 ປະ ເທດທີ່ເປັນແຫຼ່ງທ່ອງທ່ຽວທີ່ເປັນຕາທ່ຽວທີ່ສຸດສູງທີ່ສຸດໃນໂລກ ແລະ ເມືອງຫຼວງພະ ບາງ ເມືອງມໍລະດົກໂລກ ກໍໄດ້ຮັບລາງວັນເປັນລາງວັນຄຳແຫ່ງເມືອງທ່ອງທ່ຽວຈາກວາລະ ສານ Wanderlust ຂອງປະເທດ ອັງກິດ.”

ໃນປີ 2013 ມີຊາວຕ່າງຊາດເດີນທາງເຂົ້າມາໃນ ລາວ ຫຼາຍກວ່າ 3.7 ລ້ານຄົນ ແລະ ເພີ່ມຂຶ້ນ ເປັນ 3.8 ລ້ານກວ່າຄົນໃນປີ 2014 ສ່ວນໃນປີ 2015 ນີ້ກໍຄາດວ່າຈະຫຼາຍກວ່າ 4 ລ້ານຄົນ ຢ່າງແນ່ນອນ.

XS
SM
MD
LG