ທະນາຄານພັດທະນາເອເຊຍ (ADB) ໃຫ້ການຊ່ວຍເຫຼືອແກ່ລັດ
ຖະບານລາວ ຄິດເປັນມູນຄ່າລວມ 40 ລ້ານດອນລາ ສຳຫລັບ
ພັດທະນາພາກການທ່ອງທ່ຽວ ໃນແຂວງ ຫລວງພະບາງ ອຸດົມໄຊ
ຄຳມ່ວນ ແລະຈຳປາສັກ.
ການລົງນາມໃນຂໍ້ຕົກລົງ ສະໜອງທຶນໃຫ້ການຊ່ວຍເຫຼືອ ແກ່ລັດຖະບານລາວເພື່ອ
ພັດທະນາພາກການທ່ອງທ່ຽວໃນລາວ ໄດ້ມີຂຶ້ນເມື່ອບໍ່ນານມານີ້ ຢູ່ນະຄອນຫລວງ
ວຽງຈັນ ໂດຍເປັນການລົງນາມຮ່ວມກັນ ລະຫວ່າງ ທ່ານນາງທິບພະກອນ ຈັນທະວົງສາ
ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ ກັບທ່ານນາງ Sandra Nicole ຜູ້ຕາງໜ້າ
ທະນາຄານພັດທະນາເອເຊຍ (ADB) ປະຈຳ ສປປ ລາວ.
ໂດຍການສະໜອງທຶນທີ່ ADB ໄດ້ຕົກລົງໃຫ້ການຊ່ວຍເຫຼືອ ແກ່ລັດຖະບານລາວ ດັ່ງ
ກ່າວນີ້ ມີມູນຄ່າລວມເຖິງ 40 ລ້ານດອນລາ ຫຼືຫຼາຍກວ່າ 320 ຕື້ກີບ ທີ່ຈະນຳໃຊ້ເພື່ອ
ດຳເນີນການພັດທະນາພາກບໍລິການ ແລະການທ່ອງທ່ຽວ ໃນເຂດແຂວງຫລວງພະບາງ
ອຸດົມໄຊ ຄຳມ່ວນ ແລະຈຳປາສັກ ໃນລະຍະນັບຈາກປີ 2015 ເຖິງປີ 2017 ດ້ວຍການ
ພັດທະນາປັບປຸງເສັ້ນທາງ ສະຖານທີ່ທ່ອງທ່ຽວ ແລະສິ່ງແວດລ້ອມ ເພື່ອອຳນວຍຄວາມ
ສະດວກໃຫ້ແກ່ການເຊື່ອມໂຍງ ການທ່ອງທ່ຽວຂອງລາວ ເຂົ້າກັບອະນຸພູມີພາກລຸ່ມ
ແມ່ນ້ຳຂອງ.
ທັງນີ້ໂດຍ ADB ຄາດຫວັງວ່າ ການພັດທະນາດັ່ງກ່າວ ຈະເຮັດ
ໃຫ້ຊາວຕ່າງຊາດພາກັນເດີນທາງເຂົ້າມາທ່ອງທ່ຽວໃນລາວ ທີ່
ຍາວນານຂຶ້ນ ແລະມີການໃຊ້ຈ່າຍຫຼາຍຂຶ້ນດ້ວຍ ເພາະວ່າ ໃນ
ຊ່ວງປີ 2013-2014 ທີ່ຜ່ານມາ ເຖິງແມ່ນວ່າ ຈະມີຊາວຕ່າງຊາດ
ເດີນທາງເຂົ້າມາທ່ອງທ່ຽວ ໃນເຂດລຸ່ມແມ່ນ້ຳຂອງ ເພີ້ມຂຶ້ນສະ
ເລ່ຍເຖິງ 12 ເປີເຊັນ ແລະພາກບໍລິການມີລາຍຮັບເກີນກວ່າ 5
ໝື່ນລ້ານດອນລາຕໍ່ປີກໍຕາມ ຫາກແຕ່ວ່າ ລາວກັບໄດ້ຮັບສ່ວນ
ແບ່ງພຽງ 1 ເປີເຊັນ ເພາະນັກທ່ອງທ່ຽວມີການໃຊ້ຈ່າຍສະເລ່ຍ
ໃນລາວພຽງ 160 ດອນລາຕໍ່ຄົນເທົ່ານັ້ນ.
ແຕ່ຢ່າງໃດກໍຕາມ ທາງການລາວກໍຄາດຫວັງວ່າ ສະພາບການ
ຈະດີຂຶ້ນໃນປີ 2015 ນີ້ ເພາະວ່າ ລາວໄດ້ຮັບການຈັດອັນດັບຈາກ The Wanderlus Magazine ທີ່ເປັນວາລະສານດ້ານການທ່ອງທ່ຽວຊັ້ນນຳຂອງໂລກ ໃນປະເທດອັງກິດນັ້ນ ໃຫ້ເປັນ 1 ໃນ 10 ປະເທດ ທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ ສຳຫລັບໃນປີ 2015 ແລະພ້ອມກັນນີ້ ວາລະສານດັ່ງກ່າວກໍຍັງສະເໜີລາຍງານວ່າ ບັນດາສະມາຊິກຂອງວາລະສານ
ໄດ້ຈັດໃຫ້ເມືອງມໍລະດົກໂລກຫລວງພະບາງ ເປັນເມືອງທີ່ໜ້າທ່ອງທ່ຽວທີ່ສຸດ ເປັນອັນດັບ 1 ຂອງໂລກໃນປີ 2015 ນີ້ອີກດ້ວຍ.
ໂດຍຫລວງພະບາງໄດ້ຮັບຄະແນນນິຍົມໃນອັດຕາສະເລ່ຍ
97.14 ເປີເຊັນ ຂອງຈຳນວນສະມາຊິກທັງໝົດ ທີ່ໄດ້ປະກອບ
ຄວາມເຫັນເຂົ້າໃນການສຳຫລວດຄັ້ງຫລ້າສຸດ ສ່ວນອັນດັບ
ທີ 2 ແລະ 3 ກໍຄືເມືອງພຸກາມໃນສະຫະພາບມຽນມາ ແລະ
Stockholm ໃນປະເທດສະວີເດັນ ທີ່ໄດ້ຮັບຄະແນນຄິດເປັນ
ອັດຕາສະເລ່ຍ 95 ເປີເຊັນ ແລະ 94.74 ເປີເຊັນຕາມລຳດັບ.
ໂດຍການທີ່ເປັນຈຸດໝາຍປາຍທາງ ທີ່ໜ້າທ່ອງທ່ຽວທີ່ສຸດໃນ
ໂລກດັ່ງກ່າວ ກໍໄດ້ເປັນຜົນເຮັດໃຫ້ມີຊາວຕ່າງຊາດເດີນທາງເຂົ້າມາທ່ອງທ່ຽວ ໃນເມືອງ
ຫລວງພະບາງເພີ້ມຂຶ້ນຈາກ 343,000 ກວ່າຄົນ ໃນປີ 2013 ເປັນຫຼາຍກວ່າ 350,000 ຄົນ ໃນປີ 2014 ແລະຈະເພີ້ມຂຶ້ນອີກໃນປີ 2015 ນີ້ຢ່າງແນ່ນອນ.
ທາງດ້ານ ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ ວັດທະ
ນະທຳ ແລະທ່ອງທ່ຽວ ຖະແຫລງວ່າ ໃນປີ 2013 ມີຊາວຕ່າງຊາດເດີນທາງເຂົ້າມາໃນ
ລາວຫຼາຍກວ່າ 3 ລ້ານ 7 ແສນຄົນ ແລະ ເພີ້ມຂຶ້ນເປັນ 3 ລ້ານ 8 ແສນກວ່າຄົນ ໃນປີ
2014 ແລະຄາດວ່າຈະມີເຖິງ 4 ລ້ານກວ່າຄົນທີ່ຈະເດີນທາງເຂົ້າມາລາວ ໃນປີ 2015
ເນື່ອງຈາກລາວມີການພັດທະນາ ການທ່ອງທ່ຽວທີ່ໄດ້ມາດຕະຖານສາກົນ ດັ່ງທີ່ທ່ານ
ກ່າວວ່າ:
“ໃນລະຍະເວລາທີ່ຜ່ານມາ ຍ້ອນຄວາມພະຍາຍາມເອົາ
ໃຈໃສ່ຢ່າງຕັ້ງໜ້າ ແລະໄດ້ມີຜົນສຳເລັດຢ່າງຕໍ່ເນື່ອງຂອງ
ຂະແໜງການທ່ອງທ່ຽວ ຈຶ່ງໄດ້ເຮັດໃຫ້ ສປປ ລາວຂອງ
ພວກເຮົາໄດ້ຮັບການຍ້ອງຍໍສັນລະເສີນ ແລະໄດ້ຮັບລາງ
ວັນທີ່ເປັນກຽດຫຼາຍຄັ້ງ ຄືໃນປີ 2008 ໜັງສືພິມ New York
Times ໄດ້ລົງຄະແນນໃຫ້ປະເທດລາວເຮົາເປັນ 1 ໃນຈຳ
ນວນ 53 ປະເທດທີ່ເປັນແຫລ່ງທ່ອງທ່ຽວ ທີ່ໜ້າທ່ຽວສູງ
ທີ່ສຸດໃນໂລກ ແລະ ເມືອງຫລວງພະບາງ ເມືອງມໍລະດົກ
ໂລກ ກໍໄດ້ຮັບລາງວັນເປັນລາງວັນຄຳແຫ່ງເມືອງທ່ອງທ່ຽວ
ຈາກວາລະສານ Wanderlust ຂອງປະເທດອັງກິດ.”
ແຕ່ຢ່າງໃດກໍຕາມ ນັກທ່ອງທ່ຽວທີ່ເດີນທາງເຂົ້າມາໃນລາວຫຼາຍທີ່ສຸດ ກໍແມ່ນນັກທ່ອງທ່ຽວ
ຈາກອາຊ່ຽນດ້ວຍກັນ ໂດຍມີຈຳນວນຫຼາຍກວ່າ 3 ລ້ານ 2 ແສນຄົນ ໃນປີ 2014 ທີ່ຜ່ານມາ.
ເບິ່ງຄວາມເຫັນ (15)
ໂຫລດຄວາມເຫັນ ຕື່ມອີກ