ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ADB ຄາດວ່າ ເສດຖະກິດລາວ ຈະຂະຫຍາຍຕົວ ໃນອັດຕາສະເລ່ຍ 7.7%


ພາບລວມຂອງເສດຖະກິດໃນຂົງເຂດເອເຊຍ ທີ່ທໍານາຍໂດຍທະນາຄານພັດທະນາເອເຊຍ
ພາບລວມຂອງເສດຖະກິດໃນຂົງເຂດເອເຊຍ ທີ່ທໍານາຍໂດຍທະນາຄານພັດທະນາເອເຊຍ
ທະນາຄານພັດທະນາເອເຊຍຄາດໝາຍວ່າເສດຖະກິດຂອງ
ລາວຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ 7.7% ໃນຕະ
ຫຼອດປີ 2013 ນີ້ ໂດຍສ່ວນໃຫຍ່ກໍຍັງເປັນຜົນຈາກການຂຸດຄົ້ນ
ຊັບພະຍາກອນທໍາມະຊາດ.

ຄະນະຜູ້ຕາງໜ້າຂອງທະນາຄານພັດທະນາເອເຊຍ ຫຼື ADB
ສໍານັກງານປະຈໍາລາວໄດ້ຖະແຫຼງເຜີຍແຜ່ການຄາດໝາຍກ່ຽວ
ກັບການຂະຫຍາຍຕົວທາງເສດຖະກິດ ໃນພູມີພາກເອເຊຍ
ຕາເວັນອອກສຽງໃຕ້ ຫຼືອາຊ່ຽນໃນຕະຫຼອດປີ 2013 ນີ້ວ່າ ຍອດ ຜະລິດຕະພັນລວມພາຍໃນຫຼື GDP ຂອງທັງກຸ່ມອາຊ່ຽນຈະຂະ
ຫຍາຍຕົວສູງຂຶ້ນ ໃນອັດຕາສະເລ່ຍບໍ່ຕໍ່າກວ່າ 5.4% ເມື່ອທຽບ
ກັບປີ 2012 ທີ່ຜ່ານມາ ໂດຍເປັນຜົນມາຈາກການບໍລິໂພກການ
ຄ້າ ແລະການລົງທຶນໃນພູມິພາກ ທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.

ສໍາລັບໃນລາວນັ້ນກໍຄາດໝາຍວ່າ GDP ຈະຍັງຄົງຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະ
ເລ່ຍທີ່ບໍ່ຕໍ່າກວ່າ 7.7% ໃນຕະຫຼອດປີ 2013 ນີ້ ຊຶ່ງນອກຈາກຈະເປັນຜົນໂດຍກົງມາຈາກ
ການຂະຫຍາຍຕົວທາງເສດຖະກິດຂອງທັງພູມິພາກອາຊ່ຽນແລ້ວ ກໍຍັງເປັນຜົນຈາກການ
ຂະຫຍາຍຕົວໃນພາກອຸດສາຫະກໍາ ທີ່ອິງໃສ່ຊັບພະຍາກອນທໍາມະຊາດພາກອຸດສາ
ຫະກໍາຕັດຫຍິບ ແລະພາກບໍລິການທີ່ຂະຫຍາຍຕົວ ເພີ່ມຂຶ້ນຢ່າງແຂງແຮງ ທັງນີ້ໂດຍ
ສະເພາະແມ່ນໃນພາກພະລັງງານ ແລະແຮ່ທາດນັ້ນ ຄະນະຜູ້ຕາງໜ້າຂອງ ADB ປະຈໍາ
ລາວ ກໍເນັ້ນຢໍ້າວ່າ ຈະສ້າງລາຍຮັບໃຫ້ກັບລາວໄດ້ເພີ່ມຂຶ້ນຈາກປີ 2012 ເຖິງ 12% ແລະ
ໃນຂະນະດຽວກັນອັດຕາເງິນເຟີ້ໃນລາວ ກໍຈະຢູ່ທີ່ລະດັບສະເລ່ຍ5.5% ເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ການຂະຫຍາຍຕົວທາງເສດຖະກິດຂອງລາວຕາມການຄາດໝາຍຂອງ
ADB ດັ່ງກ່າວນີ້ກໍຕ້ອງຖືວ່າລົດລົງຈາກປີ 2012 ທີ່ຜ່ານມາ ທັງນີ້ ກໍເພາະວ່າທະນາຄານ
ໂລກໄດ້ສະເໜີລາຍງານກ່ຽວກັບການພັດທະນາທາງເສດຖະກິດໃນພູມິພາກເອເຊຍ ແລະ
ແປຊິຟິກປະຈໍາປີ 2012 ເມື່ອບໍ່ດົນມານີ້ວ່າ ສະເພາະການພັດທະນາທາງເສດຖະກິດຂອງ
ລາວນັ້ນມີມູນຄ່າ GDP ເພີ່ມຂຶ້ນໃນອັດຕາສະເລ່ຍເຖິງ 8.2% ເມື່ອທຽບກັບປີ 2011 ທັງ
ກໍຍັງຖືເປັນການຂະຫຍາຍຕົວທາງເສດຖະກິດ ໃນອັດຕາສະເລ່ຍສູງສຸດ ໃນເອເຊຍ ອີກດ້ວຍ.

ສໍາລັບປັດໃຈສໍາຄັນທີ່ຊຸກຍູ້ໃຫ້ເສດຖະກິດໃນລາວມີການຂະຫຍາຍຕົວເພີ່ມຂຶ້ນດັ່ງກ່າວ
ນັ້ນ ກໍແມ່ນການຂະຫຍາຍຕົວຂອງພາກຜະລິດ ໃນພາກອຸດສາຫະກໍາຂຸດຄົ້ນແຮ່ທາດ
ທີ່ສົມທົບດ້ວຍການຜະລິດໃນພາກພະລັງງານ ທີ່ກໍາລັງມີການກໍ່ສ້າງເຂື່ອນຜະລິດກະ
ແສໄຟຟ້າຫຼາຍໂຄງການຢູ່ໃນລາວເວລານີ້.

ທາງດ້ານທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີຜູ້ຊີ້ນໍາວຽກງານ
ດ້ານເສດຖະກິດຂອງລັດຖະບານລາວ ກໍຖະແຫຼງຢືນຢັນວ່າເປົ້າໝາຍສໍາຄັນໃນການພັດ
ທະນາທາງເສດຖະກິດຂອງລາວຈົນເຖິງປີ 2015 ກໍຄືການເຮັດໃຫ້ GDP ຂະຫຍາຍ
ຕົວໃນອັດຕາສະເລ່ຍ 8% ຕໍ່ປີ ທັງນີ້ກໍເພື່ອເຮັດໃຫ້ມູນຄ່າຂອງ GDP ໂດຍສະເລ່ຍ
ເປັນລາຍຮັບຂອງປະຊາຊົນລາວໃຫ້ໄດ້ ບໍ່ຕໍ່າກວ່າ 1,700 ໂດລາ ຕໍ່ຄົນຕໍ່ປີ ລວມເຖິງ
ການຫລຸດອັດຕາຄວາມທຸກຍາກຂອງປະຊາຊົນລາວລົງ ສູ່ລະດັບບໍ່ເກີນ 10% ຂອງ
ຈໍານວນປະຊາກອນທັງໝົດ ພາຍໃນປີ 2015 ອີກດ້ວຍ ດັ່ງທີ່ທ່ານ ສົມສະຫວາດ ໄດ້
ຖະແຫຼງຢືນຢັນວ່າ:

ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີລາວ
ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີລາວ

ຄາດໝາຍເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງ
ຕື່ເນື່ອງແລະໝັ້ນທ່ຽງລວມຍອດມູນຄ່າຜະລິດຕະພັນ
ພາຍໃນ ຫຼື GDP ເພີ່ມຂຶ້ນ 8% ຂຶ້ນໄປໃນແຕ່ລະປີ
ແລະເມື່ອຮອດປີ 2015 ລວມຍອດມູນຄ່າຜະລິດຕະ
ພັນພາຍໃນສະເລ່ຍຕໍ່ຫົວຄົນ ບັນລຸ 1,700 ໂດລາ.”


ແຕ່ຢ່າງໃດກໍຕາມ ທັງທະນາຄານໂລກ ແລະ ADB ໄດ້
ເຕືອນວ່າ ການພັທະນາທາງເສດຖະກິດຂອງລາວ ທີ່ມີ
ການຂຸດຄົ້ນຊັບພະຍາກອນທໍາມະຊາດຢ່າງຫຼວງຫຼາຍນັ້ນ
ຈະບໍ່ສົ່ງຜົນດີ ຕໍ່ການພັດທະນາເສດຖະກິດໃນໄລຍະຍາ ວເພາະບໍ່ພຽງແຕ່ຈະເຮັດໃຫ້ ຊັບພະຍາກອນທໍາມະຊາດຕ້ອງຫລຸດນ້ອຍຖອຍລົງໄປເລື້ອຍໆ ເທົ່ານັ້ນ ຫາກແຕ່ກໍຍັງ ຈະສົ່ງຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດໃນລາວອີກດ້ວຍ ໂດຍສະເພາະແມ່ນ
ການຕັດໄມ້ທໍາລາຍປ່າ ແລະການຂຸດຄົ້ນແຮ່ທາດນັ້ນ.

ໃນປັດຈຸບັນ ລັດຖະບານລາວໄດ້ອະນຸມັດ ສໍາປະທານການສໍາຫຼວດແລະຂຸດຄົ້ນບໍ່ແຮ່ໃນ
ລາວ ໃຫ້ກັບບັນດາບໍລິສັດເອກກະຊົນລາວ ແລະຕ່າງຊາດໄປແລ້ວ ເຖິງ 184 ບໍລິສັດ
ໂດຍໃນນີ້ເປັນຕ່າງຊາດ 140 ບໍລິສັດ ທີ່ໄດ້ຮັບສໍາປະທານໃນ 200 ກວ່າໂຄງການ.
ສ່ວນອີກ 100 ກວ່າໂຄງການນັ້ນ ກໍເປັນສໍາປະທານຂອງເອກກະຊົນລາວຈໍານວນ 40
ກວ່າບໍລິສັດ ຊຶ່ງສ່ວນໃຫຍ່ກໍາລັງລໍຖ້າທີ່ຈະຮ່ວມທຶນກັບຕ່າງ ຊາດໃນໄລຍະຕໍ່ໄປ.
XS
SM
MD
LG