ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທະນາຄານ ພັດທະນາເອເຊຍ ຄາດວ່າ ເສດຖະກິດໃນລາວ ຈະຂະຫຍາຍໂຕ


ຄະນະຜູ້ຕາງໜ້າ ທະນາຄານ ພັດທະນາເອເຊຍ ຫຼື ADB.
ຄະນະຜູ້ຕາງໜ້າ ທະນາຄານ ພັດທະນາເອເຊຍ ຫຼື ADB.

ທະນາຄານ​ພັດທະນາ​ເອ​ເຊຍ (ADB) ຄາດ​ວ່າ​ເຂດ​ທຸລະ​ກິດ​ໃນ​ລາວ ຈະ​ຂະຫຍາຍ​
ໂຕ​ເພີ້​ມຂຶ້ນໃນ​ອັດ​ຕາ​ສະ​ເລ່ຍ 7​ ​ເປີ​ເຊັນ ​ແຕ່​ຍັງ​ຈະ​ຕ້ອງ​ປະ​ເຊີນ​ກັບ​ບັນ​ຫາ​ເງິນ​ເຟີ້ ທີ່​
ຈະ​ເພີ້​ມຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ 3 ​ເປີ​ເຊັນ ຫາ 5 ​ເປີ​ເຊັນ ​ໃນ​ປີ 2018 ນີ້.

ທ່ານ​ຢາ​ຊຸູຈິ ​ເນກິ​ຊິ ຜູ້ອຳນວຍການ​ທະ​ນາຄາ​ນພັດທະນາ​ເອ​ເຊຍ (ADB)ສຳນັກງານ
​ປະຈຳ​ລາວ​ໃຫ້ການ​ຢືນຢັນ​ວ່າ ຄະນະ​ຊ່ຽວຊານ​ຂອງ ADB ​ໄດ້​ຄາດໝາຍ​ວ່າ​ເສດ​ຖະ
​ກິດ​ຂອງ​ລາວ​ໃນ​ປີ 2018 ນີ້​ຈະ​ຂະຫຍາຍ​ໂຕ​ເພີ້​ມຂຶ້ນ​ໃນ​ອັດຕາ​ສ​ະ​ເລ່ຍ 7 ​ເປີ​ເຊ​ນ
ທຽບ​ໃສ່​ປີ 2017 ຜ່ານ​ມາ ​ແຕ່​ລາວ​ຍັງ​ຈະ​ຕ້ອງປະ​ເຊີນ​ກັບ​ບັນຫາເງິນເຟີ້ທີ່​ຈະ​ເພີ້​ມຂຶ້ນ
​ໃນ​ອັດຕາ​ສະ​ເລ່ຍລະຫວ່າງ 3 ​ເປີ​ເຊັນ ຫາ 5 ​ເປີ​ເຊັນ ​ເນື່ອງ​ຈາກການ​ປັບ​ຂຶ້ນ​ຂອງ​ລາ
ຄາ​ສິນຄ້າ​ທີ່​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ ​ແລະ​ລັດຖະບານ​ລາວ​ກໍ​ບໍ່​ສາມາດ​ຄວບ​ຄຸມໄດ້
​ຢ່າງ​ມີ​ປະສິດທິພາບ.

ພ້ອມ​ກັນ​ນີ້ ADB ຍັງ​ໄດ້​ຄາດໝາຍ​ດ້ວຍ​ວ່າ ພາກ​ບໍລິການ​ຈະ​ຂະຫຍາຍໂຕເພີ້​ມຂຶ້ນ​
ໃນ​ອັດຕາ​ສະ​ເລ່ຍ 9 ​ເປີ​ເຊັນ ສ່ວນ​ພາກອຸດສາຫະກຳ ຫັດຖະກຳ​ແລະພາກ​ກະ​ສິກຳ
ປ່າ​ໄມ້​ນັ້ນ ກໍ​ຈະ​ຂະຫຍາ​ຍ​ໂຕ​ເພີ້​ມຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ 8 ​ເປີ​ເຊັນ ​ແລະ 2.8 ​ເປີ​ເຊັນ
ຕາມລຳ​ດັບ​ໃນ​ຂະນະ​ທີ່​ລັດຖະບານ​ລາວ​ໄດ້​ວາງ​ຄາດໝາຍ​ການຂະຫຍາຍໂຕ​ໃນ​ພາກ
​ອຸດສາຫະກຳ​ໄວ້​ທີ່​ລະດັບ 9.1 ​ເປີ​ເຊັນ ພາກ​ບໍລິການ 6.4 ​ເປີ​ເຊັນ​ ພາກ​ກະສິກຳ 2.8
​ເປີ​ເຊັນ ​ແລະ​ພາສີ​ອາກອນ ການ​ຄ້າ​ຂາ​ອອກຂາ​ເຂົ້າ​ຂະ​ຫຍາ​ຍ​ໂຕ​ໃນ​ລະດັບ 9 ​ເປີ
​ເຊັນ​ຕາມ​ລຳດັບ.

ທັງນີ້ໂດຍ​ລັດຖະບານ​ລາວ​ໄດ້​ວາງ​ຄາດໝາຍ​ການ​ຂະຫຍາຍ​ໂຕ​ທາງ​ເສດຖະກິດ​ໄວ້
ທີ່​ລະດັບ 7 ​ເປີ​ເຊັນ​ ເທົ່າ​ກັບ​ຄາດໝາຍ​ຂອງ ADB ​ແລະ​ການ​ຂະ​ຫຍາ​ຍ​ໂຕ​ໃນ​ລະດັບ
​ດັ່ງກ່າວ​ນີ້ ກໍຈະ​ເຮັດ​ໃຫ້​ມູນ​ຄາ​ທາງ​ເສດຖະກິດ​ໃນ​ພາກ​ບໍລິການ​ກວມ​ເອົາ 41.68 ​ເປີ​
ເຊັນ ຂອງ GDP ສ່ວນ​ພາກອຸດສາຫະກຳ ພາກກະ​ສິກຳ ​ແລະ​ພາສີ​ອາ​ກອນ​ການຄ້າ
ຂາອອກຂາ​ເຂົ້າ​ນັ້ນ​ກໍ​ຈະ​ກວມ​ເອົາ 30.79 ​ເປີ​ເຊັນ 15.73 ​ເປີ​ເຊັນ ​ແລະ 11.8 ​ເປີ​ເຊັນ
ຕາມ​ລຳດັບ ​ແຕ່​ວ່າການ​ທີ່​ຈະ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ບັນລຸ​ເປົ້າ​ໝາຍ​ໄດ້​ຢ່າງ​ແທ້​ຈິງ​ນ້ັນ ກໍ​ບໍ່​
ແມ່ນເລື່ອງ​ງ່າຍ ດັ່ງ​ທີ່ທ່ານ​ສຸພັນ ​ແກ້ວ​ມີ​ໄຊ ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ
​ແລະ​ການ​ລົງ​ທືນ ​ໃຫ້ການ​ຍອມຮັບ​ວ່າ

“7 ເປີ​ເຊັນນີ້ ພວກ​ເຮົາ​ຈະ​ຕ້ອງ​ພ້ອມ​ກັນ​ໄດ້​ມີ​ມາດ​ຕະການ ​ແລະ​ກົນ​ໄກໃນ​ພາກ​
ປະຕິບັດໂຕ​ຈິງ​ໃນ​ທຸກຂະແໜງ​ການ ​ແລະ​ທ້ອງ​ຖິ່ນ ​ໂດຍ​ສະ​ເພາະ​ໃນແຕ່​ລະ​
ແຂວງ ​ເພາະວຄືຮູ້​ການ​ຜະລິດ​ໂຕ​ຈິງ ​ແມ່ນ​ຢູ່​ຂັ້ນທ້ອງຖິ່ນ ຢູ່​ແຂວງ ຢູ່​ບັນດາ​ຮາກ​
ຖານ​ການ​ຜະລິດ ກະສິກຳ ອຸດສາຫະກໍາ ການ​ບໍລິການ ການ​ຄ້າ ການ​ຂົນ​ສົ່ງ
ທຸກຂະ​ແໜງ​ການ ຈະ​ຕ້ອງ​ໄດ້​ພ້ອມ​ກັນ​ເອົາ​ໃຈ​ໃສ່​ໃນ​ການ​ສ້າງ​ມາດ​ຕະການ​
ລະ​ອຽດ.”

ທ່ານ​ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນຕີ​ວ່າການ​ກະຊວງ​ການ
​ເງິນ ຖະ​ແຫລ​ງວ່າ​ໃນ​ແຜນການ​ພັດທະນາ​ເສດຖະກິດ ​ແລະ​ສັງຄົມ​ແຫ່ງ​ຊາດ​ປະຈຳ​ປີ
2018 ລັດຖະບານ​ລາວ​ໄດ້​ວາງ​ຄາດໝາຍ​ວ່າ ການ​ຂະຫຍາຍ​ໂຕ​ທາ​ງ​ເສດຖະກິດ​ໃນ
​ລະດັບ 7 ​ເປີ​ເຊັນນີ້​ຈະ​ເຮັດ​ໃຫ້ GDP ມີ​ມູນ​ຄ່າ​ລວມ​ເຖິງ 149,471 ຕື້​ກີບ ຫຼື 18,100
ລ້ານ​ໂດ​ລາ​ສະຫະລັດ ຊຶ່ງ​ໂຕ​ສ​ະ​ເລ່ຍ​ເປັນ​ລາຍ​ໄດ້​ຂອງ​ປະ​ຊາ​ຊົນ​ລາວ ທີ່​ລະດັບ
2,536 ຕໍ່​ຄົນ​ຕໍ່​ປີ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ໃນ​ແຜນການ​ປີ​ 2017 ຜ່ານ​ມາ ລັດຖະບານ​ລາວ​ກໍ​ໄດ້​ວາງ​ຄາ​ດ
ໝາຍ​ການ​ຂະຫຍາຍ​ໂຕ​ທາງ​ເສ​ດຖະກິດ​ໄວ້​ທີ່​ລະດັບ 7 ​ເປີ​ເຊັນ​ດຽວ​ກັນ ຫາກ​ແຕ່​ສາ
ມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້​ຈິງ ທີ່​ອັດຕາ​ສະ​ເລ່ຍ 6.83 ​ເປີ​ເຊັນ​ເທົ່າ​ນັ້ນ ​ໂດຍ​ມີ​ມູນ​ຄ່າ​ຜະ
ລິດ​ຕະພັນ​ລວມ 129,683 ຕື້​ກີບ ຫຼື 16,210 ລ້ານ​ໂດ​ລາ ສະຫະລັດ ທີ່​ຖົວ​ສະ​ເລ່ຍ
​ເປັນ​ລາຍ​ໄດ້​ຂອງ​ປະ​ຊາ​ຊົນ​ລາວ ທີ່​ລະດັບ 2,341 ​ໂດ​ລາຕໍ່​ຄົນ​ຕໍ່​ປີ.

ທາງ​ດ້ານ​ກອງ​ທຶນ​ການ​ເງິນ​ສາກົນ (IMF) ລະບຸ​ວ່າ​ລັດຖະບານ​ລາວ ຈະ​ຕ້ອງ​ຈັດ​ເກັບ
​ລາຍ​ຮັບ​ໃຫ້​ໄດ້​ບໍ່​ໜ້ອຍ​ກວ່າ 25,452 ຕື້​ກີບ ຄິດ​ເປັນ 17,02 ​ເປີ​ເຊັນ ຂອງ GDP ​ແລະ
ຈະ​ຕ້ອງຄຸມ​ລາຍ​ຈ່າຍ​ໃຫ້​ຢູ່​ທີ່ມູນ​ຄ່າ​ບໍ່​ເກີນ 32,809 ຕື້​ກີບ ຄິດ​ເປັນ 21.94 ​ເປີ​ເຊັນ
ຂອງ GDP ຊຶ່ງ​ເຮັດ​ໃຫ້​ຕ້ອງ​ຈັດ​ຕັ້ງ​ປະຕິບັດ​ວິ​ໃນ​ການ​ເງິນ​ຢ່າງ​ເຂັ້ມ​ງວດ ​ແລະ​ຈະ​ຕ້ອງ
​ນຳ​ໃຊ້​ເທັກນິກທີ່​ທັນ​ສ​ະ​ໄໝ​ໃນ​ການ​ຈັດ​ຕຽມ​ລາ​ຍຮັບພາສີອາກອນ​ດ້ວຍ.

​ໂດຍ​ຖ້າ​ຫາກ​ຈັດ​ຕັ້ງ​ປະຕິບັດ​ໄດ້​ແທ້​ຈິງກໍ​ຈະ​ເຮັດ​ໃຫ້​ລັດຖະບານ​ລາວ​ສາມາດ​ຄວບ​ຄຸມ​
ການຂາ​ດດຸນດ້ານ​ງົບປະມານ​ໃຫ້​ຢູ່​ໃນ​ມູນ​ຄ່າ​ບໍ່​ເກີນ 7,357 ຕື້​ກີບ ຄຶດ​ເປັນ 4,92 ​ເປີ​ເຊັນ
ຂອງ GDP ​ໃນ​ປີ 2018 ຫາກ​ແຕ່​ວ່າ​ໃນ​ແຜນການ​ປີ 2017 ກໍ​ປາກົດ​ວ່າ​ລັດຖະບານ​ລາວ​ຂາດດຸນ​ງົບປະມານ​ເຖິງ 8,019 ຕື້​ກີບ ຄິດ​ເປັນ 6.18 ​ເປີ​ເຊັນ​ຂອງ GDP ທີ່ຍັງ​ບໍ່​ຮວມໜີ້​
ເງິນ​ກູ້​ມູນ​ຄ່າ 6,216 ຕື້​ກີບ ຊຶ່ງລັດຖະບານ​ລາວ​ໄດ້​ຊຳລະ​ຄືນ​ໃນ​ປີ 2017 ​ແຕ່​ຢ່າງ​ໃດ ພາຍ
ໃຕ້​ສະພາບ​ ດັ່ງກ່າວ ADB ຍັງ​ຄາດ​ວ່າ​ລັດຖະບານ​ລາວ ຈະ​ຂາດດຸນ​ທຶນ​ໜຸນ​ວຽນ​ເຖິງ
20 ​ເປີ​ເຊີນ ຂອງ GDP ອີ​ກດ້ວຍ.

XS
SM
MD
LG