ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ADB ກ່າວວ່າ ສັດຕະວັດ​ນີ້​ ອາດ​ສາມາດກາຍ​ເປັນ​ ສັດຕະວັດ​ຂອງ​ເອ​ເຊຍ​ໄດ້


ພະນັກງານຄົນນຶ່ງຂອງທະນາຄານ Vietinbank ນັບເງິນດອລລາ ຢູ່ບ່ອນແລກປ່ຽນເງິນ ທີ່ຫໍປະຊຸມແຫ່ງຊາດ ໃນນະຄອນຫລວງຮາໂນ່ຍ ບ່ອນຈັດກອງປະຊຸມປະຈໍາປີ ທີ 44 ຂອງທະນາຄານພັດທະນາເອເຊຍ ຫລື Asian Development Bank (ADB), ເມື່ອວັນທີ 5 ພຶດສະພາ 2011.
ພະນັກງານຄົນນຶ່ງຂອງທະນາຄານ Vietinbank ນັບເງິນດອລລາ ຢູ່ບ່ອນແລກປ່ຽນເງິນ ທີ່ຫໍປະຊຸມແຫ່ງຊາດ ໃນນະຄອນຫລວງຮາໂນ່ຍ ບ່ອນຈັດກອງປະຊຸມປະຈໍາປີ ທີ 44 ຂອງທະນາຄານພັດທະນາເອເຊຍ ຫລື Asian Development Bank (ADB), ເມື່ອວັນທີ 5 ພຶດສະພາ 2011.

ທະນາຄານພັດທະນາເອເຊຍກ່າວວ່າ ອາດຈະມີປະຊາຊົນຫລາຍຕື່ມອີກເຖິງສາມພັນລ້ານຄົນ ໃນຂົງເຂດເອເຊຍ ທີ່ອາດສາມາດມີສະພາບການດໍາລົງຊີວິດທີ່ດີຂຶ້ນ ໃນກາງສັດຕະວັດນີ້ ຫລືພາຍໃນປີ 2050 ຖ້າຫາກວ່າເສດຖະກິດໃນທົ່ວໂລກ ຍັງສືບຕໍ່ເຕີບໂຕໃນອັດຕາປັດຈຸບັນ ແລະບັນຫາທ້າທາຍຫລາຍຢ່າງ ສາມາດແກ້ໄຂສໍາເລັດລຸລ່ວງໄປໄດ້. ນັກຂ່າວວີໂອເອ Daniel Schearf ສົ່ງລາຍງານມາຈາກບາງກອກ ດັ່ງທອງປານຈະນໍາມາສະເໜີທ່ານ.

ທະນາຄານ​ພັດທະນາ​ເອ​ເຊຍ​ກ່າວ​ວ່າ ​ໃນ​ຂະນະ​ທີ່​ການ​ເຕີບ​ທາງເສດຖະກິດ​ໂລກ​ ຜັນ​ປ່ຽນ​ຂຶ້ນຢູ່​ໃນຂົງ​ເຂດເອ​ເຊຍຢູ່​ໃນ​ຂະນະ​ນີ້ ສັດຕະວັດ​ນີ້​ກໍ​ອາດ​ສາມາດກາຍ​ເປັນ​ “ສັດຕະວັດ​ຂອງ​ເອ​ເຊຍ” ​ໄດ້.

ທະນາຄານ​ພັ​ດທະນາ​ເອ​ເຊຍ ຊຶ່ງ​ເປັນສະ​ຖາ​ບັນ​ທີ່ໃຫ້​ເງິນ
ກູ້ຢືມ​ເພື່ອ​ການ ພັທະນາ​ໂດຍສະ​ເພາະ ແລະ​ບໍ່​ຫວັງ​ຜົນ​ກໍາ
​ໄລ​ນັ້ນກ່າວ​ວ່າ ຖ້າ​ຫາກ​ວ່າ​ອັດຕາ​ການ​ເຕີບ​ໂຕ​ຂຶ້ນຢ່າງໄວ
​ຂອງເສດຖະກິດ​ເອ​ເຊຍ​ຍັງ​ສືບ​ຕໍ່​ເປັນ​ແບບນີ້ຢູ່ຕໍ່​ໄປ​ ແລະມີ
ການ​ແກ້​ໄຂ​ບັນຫາ​ສິ່ງ​ທ້າ​ທາຍ​ສໍາຄັນທີ່​ໜ້າ​ຢ້ານ​ກົວ​ໄດ້​ຢ່າງ
​ສໍາ​ເລັດ​ຜົນ​ແລ້ວ ​ພາຍໃນ​ປີ 2050 ຂົງ​ເຂດ​ດັ່ງກ່າວ​ກໍອາດ
​ເປັນ​ຂົງ​ເຂດ ທີ່​ຮັບຜິດຊອບ​ເຖິງ​ເຄິ່ງນຶ່ງ​ຂອງ​ການຜະລິດ ການ​ຄ້າ ​ແລະ​ການ​ລົງທຶນທັງ​ໝົດ​ຂອງ​ໂລກ​.

ໃນ​ຮ່າງ​ລາຍ​ງານ​ສະບັບ​ນຶ່ງ​ທີ່​ນໍາ​ອອກ​ສະ​ເໜີ ​ເມື່ອ​ວັນ​ພຸດຜ່ານ​ມາ​ນີ້ ທີ່ ກອງ​ປະ​ຊຸມ​ຂອງ​ທະນາຄານ​ພັດທະນາ​ເອ​ເຊຍ ຫລື ADB ທີ່​ນະຄອນຫລວງຮາ​ໂນ່​ຍ ​ທະນາຄານ ​ເອດີ​ບີ ກ່າວ​ວ່າ ພາຍ​ໃຕ້​ຮູບ​ການ​ດັ່ງກ່າວ​ນີ້ ຜົນ​ຜະລິດ​ລວມຂອງ​ຂົງ​ເຂດ​ເອ​ເຊຍ​ກໍ​ແມ່ນຈະ​ກະ​ໂດດ ຂຶ້ນ​ເປັນມູນຄ່າສູງ​ເຖິງ 148 ພັນຕື້​ໂດ​ລາ ສົມ​ທຽບ​ໃສ່ພຽງ​ແຕ່ 16 ພັນຕື້​ໃນ​ປັດຈຸບັນ​ນີ້.

ແລະ​ປະຊາຊົນ ຕື່ມ​ອີກ​ສາມ​ພັນ​ລ້ານຄົນ ​ໃນຂົງ​ເຂດ​ເອ​ເຊຍ​ ກໍ​ຈະ​ໄດ້ບັນລຸ​ມາດຕະຖານ ​ການ​ຄອງ​ຊີບ ທີ່ຈະ​ເຣີນຮຸ່ງ​ເຮືອງ​.

ແຕ່​ຜົນ​ສະຫລູ​ບທີ່​ວ່າ​ນີ້ ​ແມ່ນ​ຍັງ​ບໍ່​ຮັບປະກັນ​ບໍ່ໄດ້. ທ່ານ Rajat Nag ຜູ້​ອໍານວຍ​ການ​ບໍລິຫານ​ໃຫຍ່​ຂອງ​ທະນາຄານ ​ເອດີ​ບີ ກ່າວ​ວ່າການ​ເຕີບ​ໂຕ​ທາງ​ເສດຖະກິດ​ແມ່ນ​ຈະ​ຕ້ອງ​ເປັນ​ແບບ​ຮອບດ້ານ ກວມ​ເອົາ​ໝົດ​ທຸກ​ເຂດ ຖ້າ​ບໍ່​ດັ່ງ​ນັ້ນ​ແລ້ວ ​ມັນກໍ​ຈະ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ບໍ່​ເປັນ​ໄປ​ຕາມ​ທີ່​ຄາດ​ຄະ​ເນ​ກັນ. ທ່ານ Rajat ກ່າວ​ອີກ​ວ່າ ການ​ສໍ້​ລາດ​ບັງ​ຫລວງ ​ແລະ​ການຂາດ​ການ​ວິ​ສາ​ຫະກິດ​ໃນ​ບາງ​ເຂດ ກໍເປັນ​ການ​ຂົ່ມຂູ່​ຕໍ່ຄວາມ​ສາມາດ ​ບົ່ມ​ຊ້ອນ​ຂອງ​ພາກ​ພື້ນ​ເອ​ເຊຍເຊ່ນ​ກັນ. ທ່ານ Nag ກ່າວ​ວ່າ:

“ຖ້າ​ຫາກ​ວ່າ​ຂົງ​ເຂດ​ເອ​ເຊຍ​ສາມາດ​ແກ້​ໄຂ​ບັນຫາ​ເຫລົ່າ​ນີ້​ໄດ້ ໝາຍ​ເຖິງ ອັນ​ທີ່​ພວກ​ເຮົາ​ເອີ້ນ​ວ່າ ສາມໂຕໄອ​ນັ້ນ ​ກໍ​ຄື ຄວາມ​ບໍ່​ສະ​ເໝີ​ພາບ ຄວາມ​ບົກພ່ອງ​ຂອງສະ​ຖາ​ບັນ ​ແລະ​ຄວາມ​ຄິດ​ປະດິດ​ຄິດ​ສ້າງແລ້ວ​ນັ້ນ ຂົງ​ເຂດ​ເອ​ເຊຍ ກໍອາດ​ຈະສາມາດ​ຫລີກ​ລ່ຽງກັບ​ດັກ​ຂອງລາຍ​ໄດ້​ປານ​ກາງ ​ແລະ​ກ້າວ​ໄປ​ສູ່​ເສັ້ນ​ໂຄຈອນ​ທີ່​ສູງ​ຂຶ້ນ ຂອງ​ສັດຕະວັດ​ເອ​ເຊຍ.”

ເດັກນ້ອຍເຕະບານຫລີ້ນ ຢູ່ແຄມແມ່ນໍ້າ ອີກຟາກນຶ່ງຂອງນະຄອນ ຫລວງຈາກາຕາຂອງອິນໂດເນເຊຍ ຊຶ່ງເປັນນຶ່ງໃນບັນດາປະເທດ ທີ່ເສດຖະກິດຂະຫຍາຍໂຕໃນອັດຕາສູງ ໃນເອເຊຍ.
ເດັກນ້ອຍເຕະບານຫລີ້ນ ຢູ່ແຄມແມ່ນໍ້າ ອີກຟາກນຶ່ງຂອງນະຄອນ ຫລວງຈາກາຕາຂອງອິນໂດເນເຊຍ ຊຶ່ງເປັນນຶ່ງໃນບັນດາປະເທດ ທີ່ເສດຖະກິດຂະຫຍາຍໂຕໃນອັດຕາສູງ ໃນເອເຊຍ.

ນອກ​ນີ້​ແລ້ວ ທະນາຄານ​ເອດີ​ບີ
ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ສະພາບ
ການ “ກັບດັກ​ຂອງລາຍ​ໄດ້​ປານ
​ກາງ” ຊຶ່ງ​ພາຍ​ໃຕ້​ສະພາບ​ການ
​ທີ່ວ່າ​ນີ້ ພວກ​ ​ເສດຖະກິດ​ທີ່ເຕີບ
ໂຕ​ຂຶ້ນຢ່າງ​ໄວ​ທີ່​ສຸດ​ຂອງ​ເອ​ເຊຍ
​ເຊັ່ນຈີນ ອິນ​ເດຍ ອິນ​ໂດ​ເນ​ເຊຍ
​ແລະ​ຫວຽດນາມນັ້ນ ຈະຊັກ​ຊ້າ
​ລົງ​ໄປ ຕະຫລອດ​ໄລຍະ​ຫລາຍ
​ປີ​ຕໍ່ໜ້າ​ນີ້ ​ແລະ​ລະດັບຂອງລາຍ​ ໄດ້​ ​ແມ່ນ​ຈະ​ຢູ່​ຄື​ເກົ່າ.

ພາຍ​ໃຕ້​ສະພາບການ​ດັ່ງກ່າວ​ນີ້
ຜົນ​ຜະລິດ​ລວມພາຍ​ໃນ​ປະ​ເທດ
ຫລື GDP ຂອງ​ຂົງ​ເຂດ​ເອ​ເຊຍ​
​ເທົ່າ​ກັບພຽງ​ແຕ່ 32% ​ຂອງ
​ຜົນ​ຜະລິດ​ໂລກ ​ແລະລາຍ​ໄດ້​
ໂດຍ​ສະ​ເລ່ຍຕໍ່​ຫົວ​ຄົນຕໍ່​ປີ ​ໃນ​ປີ 2050 ຊຶ່ງ​ແມ່ນ​ໜ້ອຍ​ກວ່າສະພາບແຜນການ​ທີ່ວ່າ​ດີ​ທີ່​ສຸດ​ນັ້ນ ​ຫລາຍ.

ທ່ານ Nag ກ່າວ​ຕໍ່​ໄປ​ວ່າ ​ເຖິງ​ແມ່ນ​ສັດຕະ​ວັດ​ຂອງເອ​ເຊຍຈະກາຍ​ເປັນຄວາມ​ຈິງ​ຂຶ້ນມາ​ໄດ້ກໍ​ຈິງ ​ແຕ່​ຂົງ​ເຂດນີ້​ກໍ​ຍັງ​ຈະ​ລ້າ​ຫລັງ​ພວກ​ປະ​ເທດ​ແຖບ​ຕາ​ເວັນ​ຕົກ ​ທີ່​ຈະ​ເຣີນທາງ​ດ້ານ​ອຸດສາຫະ ກໍາ​ນັ້ນ​ຢູ່. ທ່ານ ​ແນ​ກ ກ່າວ​ວ່າ

“ເວລາ​ນີ້​ ຂົງ​ເຂດ​ເອ​ເຊຍ​ປະ​ເຊີນ​ກັບສິ່ງ​ທ້າ​ທາຍ​ທີ່​ສໍາຄັນ​ຈໍານວນ​ນຶ່ງ. ຖ້າ​ຫາກ​ວ່າບັນຫາ​
ທ້າ​ທາຍ​ເຫລົ່າ​ນັ້ນ​ຖືກ​ແກ້​ໄຂໃຫ້​ໝົດສິ້ນໄປໄດ້ແຕ່​ບັດ​ນີ້​ແລ້ວ ຂົງ​ເຂດເອ​ເຊຍ​ກໍ​ຈະ​ມີ​ຄວາມ​
ຈະ​ເຣີນຮຸ່ງ​ເຮືອງ​ຫລາຍ​ຂຶ້ນ ​ແຕ່​ເຖິງ​ແມ່ນ​ຈະ​ເປັນ​ເຊ່ນນັ້ນ​ກໍ​ຕາມ ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ເວົ້າ​
ໄປ​ແລ້ວ​ນັ້ນ ກໍ​ແມ່ນ​ວ່າ ຂົງ​ເຂດ​ເອ​ເຊຍຈະ​ມີ​ລາຍ​ໄດ້ໂດຍ​ສະ​ເລ່ຍສູງ​ເຖິງ 38,000,
39,000 ​ໂດ​ລາ​ຕໍ່​ຄົນ​ຕໍ່​ປີ ​ໃນ​ປີ 2050 ​ໃນ​ແງ່​ຄວາມສະ​ເໝີ​ພາບ​ຂອງ​ອໍານາດຊື້ແລ້ວ
ກໍ​ຍັງ​ຖື​ວ່າ​ ສູງ​ກວ່າລະດັບ​ສະ​ເລ່ຍຂອງ​ໂລກ​ພຽງ​ໜ້ອຍ​ດຽວ ​ແຕ່ແນ່ນອນ​ວ່າ ຍັງ​ຕໍ່າ​ກວ່າ​
ລະດັບສະ​ເລ່ຍຂອງ​ອະ​ເມ​ລິ​ກາ ​ແລະ​ຢຸ​ໂຣບນັ້ນ​ຫລາຍຢູ່.”

ທະນາຄານ​ພັດທະນາ​ເອ​ເຊຍ ຫລື ​ເອດີ​ບີ ກ່າວ​ວ່າ ​ໃນ​ປັດ​ຈຸ​ບັນ​ນີ້​ ເຄິ່ງນຶ່ງຂອງຈໍານວນ​ປະ
ຊາກອນ​ທັງ​ໝົດ​ຂອງ​ເອ​ເຊຍ ​ແມ່ນດໍາລົງ​ຊີວິດ​ຢູ່ ໂດຍບໍ່​ການ​ອະນາ​ໄມ​ພື້ນຖານ ​ແລະ​ມີ
900 ລ້ານ​ຄົນທີ່ບໍ່​ມີ​ໄຟຟ້າ​ໃຊ້.

ລາຍ​ງານ​ການ​ເຕີບ​ໂຕ​ທາງເສດຖະກິດ​ຂອງ​ເອ​ເຊຍ ​ໄດ້​ຖືກ​ນໍາ​ມາ​ປຶກສາ​ຫາລືກັນ​ຢູ່​ທີ່​ກອງ​
ປະຊຸມ​ປະ​ຈໍາປີ​ຂອງ​ເອດີ​ບີ​ໃນ​ອາທິດ​ນີ້ ທີ່​ນະຄອນຫລວງ​ຮາ​ໂນ່​ຍຂອງ​ຫວຽດນາມ ຊື່​ງມີ
ພວກ​ເຈົ້າໜ້າ​ທີ່​ການເງິນ​ຈາກ 61 ປະ​ເທດ ​ໂຮມ​ທັງ​ພວກ​ປະ​ເທດ​ໃຫ້​ການ​ຊ່ວຍ​ເຫລືອ ​ເຊັ່ນ
ສະຫະລັດ ​ແລະ​ອອສ​ເຕຣ​ເລຍ ​ແລະ​ບັນດາ​ປະ​ເທດ​ກໍາລັງ​ພັດທະ​ນາ​ທັງຫລາຍ ໃນທົ່ວຂົງ​
ເຂດ​ເອ​ເຊຍ​ ​ເຂົ້າຮ່ວມປະຊຸມ​ນໍາ.

XS
SM
MD
LG