ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Adam West ນັກສະແດງ ຕົວລະຄອນ Batman ໃນຊຸມປີ 1960 ເສຍຊີວິດ ມີ ອາຍຸໄດ້ 88 ປີ


ນັກສະແດງທ່ານ Adam West, ຊ້າຍ, ແລະ ທ່ານ Burt Ward, ນຸ່ງຊຸດ Batman ແລະ Robin, ຖ່າຍຮູບສຳລັບ
ງານສະແດງຕົກແຕ່ງ "World of Wheels" ໃນນະຄອນ ຊິຄາໂກ. 27 ມັງກອນ, 1989.
ນັກສະແດງທ່ານ Adam West, ຊ້າຍ, ແລະ ທ່ານ Burt Ward, ນຸ່ງຊຸດ Batman ແລະ Robin, ຖ່າຍຮູບສຳລັບ ງານສະແດງຕົກແຕ່ງ "World of Wheels" ໃນນະຄອນ ຊິຄາໂກ. 27 ມັງກອນ, 1989.

ທ່ານ Adam West, “Batman” ຫຼືມະນຸດເຈຍ ຜູ້ໜ້າຕາເສີຍ ທີ່ເປັນຈຸດສູນກາງ ຄວາມສົນໃຈຂອງລາຍການໂທລະພາບຂວັນໃຈຂອງປະຊາຊົນ ເຊິ່ງເປັນທີ່ຮູ້ຈັກສຳລັບ ການໃຊ້ສຳນວນຄຳເວົ້າທີ່ມີເລ່ຫຼ່ຽມ ແລະ ດຶງດູດຄວາມສົນໃຈນັ້ນ, ໄດ້ເສຍຊີວິດແລ້ວ ຍ້ອນໂຣກມະເຮັງໃນເມັດເລືອດ ມີອາຍຸໄດ້ 88 ປີ.

ບົດບາດຂອງທ່ານ West ໃນຮູບເງົາ Batman ພາກ Caped Crusader, ມີໄລຍະ
ຍາວພຽງ 3 ປີ ແລະ ມີ 120 ຕອນ, ໄດ້ເປັນຈຸດສູງສຸດໃນອາຊີບຂອງທ່ານ. ແຕ່ບໍ່ວ່າ ຈະເກີດຫຍັງຂຶ້ນກໍຕາມ, ທ່ານກໍໄດ້ສ້າງມໍລະດົກເອົາໄວ້ແລ້ວ.

ທ່ານເປັນລູກຊາຍຂອງຊາວນາ ແລະ ນັກຮ້ອງລະຄອນເພງຄົນໜຶ່ງ, ທ່ານໄດ້ເຕີບໃຫຍ່
ຂຶ້ນໃນລັດ ວໍຊິງຕັນ ທີ່ຕັ້ງຢູ່ພາກຕາເວັນຕົກສຽງ ເໜືອຂອງ ສະຫະລັດ, ຄວາມໜ້າສົນໃຈ
ຂອງທ່ານ West ແມ່ນການປະສົມປະສານກັນຂອງ ຄວາມດີງາມ ແລະ ການເວົ້າຕະຫຼົກ ກ່ຽວກັບ ເລື່ອງເສົ້າຂອງທ່ານ. ໜຶ່ງໃນບົດບາດທຳອິດຂອງທ່ານ ແມ່ນເພື່ອນສະໜິດໃນ
ລາຍການເດັກນ້ອຍລາຍການໜຶ່ງມີຊື່ວ່າ El Kini Popo. ເພື່ອນຮ່ວມສະແດງຂອງລາວ
ແມ່ນລີງ ຊິມແພນຊີ.

ທ່ານ Adam West (1928-2017)
ທ່ານ Adam West (1928-2017)

ໜ້າຕາທີ່ເຈົ້າຊູ້ ແລະ ສຽງທີ່ໜັກແໜ້ນຂອງທ່ານ
ໄດ້ເຮັດໃຫ້ທ່ານຮັບບົດບາດຂອງ “ຜູ້ຊາຍ
ເຂັ້ມແຂງ”
ໃນຮູບເງົາ ແລະ ໂທລະພາບໃນຊຸມ
ປີ 1960 ຄືຮູບເງົາຕາເວັນຕົກ, ລາຍການຄະ
ດີອາຊະຍາກຳ ແລະ ຮູບເງົານິຍາຍວິທະຍາ
ສາດ. ທ່ານຍັງໄດ້ປາກົດຕົວໃນຮູບເງົາຕະຫຼົກ
ຕາເວັນຕົກ ສະແດງໂດຍກຸ່ມຕະຫຼົກ Three
Stooges.

ແຕ່ບ່ອນທີ່ທ່ານ West ໄດ້ຄົ້ນພົບຊື່ສຽງຂອງ
ທ່ານແມ່ນໃນຮູບເງົາປະເພດ Superhero. ສະແດງເປັນທ້າວ Bruce Wayne, ຜູ້ຊາຍ
ເຈົ້າຊູ້ຖານະຮັ່ງມີ, ມີນິໄສທີ່ລຶກລັບ ແລະ ມັກ
ຊອກຫາຄວາມຍຸຕິທຳ, ທ່ານ West ແລະ ນັກສະແດງຮ່ວມ ທ່ານ Burt Ward ມັກສັ່ງ ສອນພວກເດັກໄວໜຸ່ມຜ່ານລາຍງານປະຈຳອາທິດ ກ່ຽວກັບ ການໃສ່ເຂັມຂັດນິລະໄພ ແລະ ກິນອາຫານເພື່ອສຸຂະພາບ ແລະ ເຮັດວຽກບ້ານ ໃນເວລາທີ່ລາວປົກປ້ອງບ້ານເກີດ ຂອງ Batman ເມືອງ Gotham, ຈາກພວກໂຕຮ້າຍທີ່ມີສີສັນຫຼາກຫຼາຍ.

ລາຍການດັ່ງກ່າວໄດ້ຖືກຂຽນເປັນປຶ້ມກາຕູນ, ສະຫຼັບກັບຮູບພາບການຕໍ່ສູ້ ແລະ ຄຳເວົ້າ
ທີ່ອ່ານເປັນສຽງຊົກຕ່ອຍກັນ ແລະ ອື່ນໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG