ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ກ່າວວ່າ Robin Williams ຜູກຄໍຕາຍ ທີ່ ເຮືອນຜູ້ກ່ຽວ (ສະໄລດ໌/ວີດີໂອ)


ເຈົ້າໜ້າທີ່ຕຳຫລວດ ລາຍງານວ່າ Robin William ແຂວນຄໍໂຕ ເອງຕາຍ
ເຈົ້າໜ້າທີ່ຕຳຫລວດ ລາຍງານວ່າ Robin William ແຂວນຄໍໂຕ ເອງຕາຍ

ບັນດາ​ເຈົ້າ​ໜ້າ​ທີ່ປະຕິບັດ​ກົດໝາຍ ກ່າວ​ວ່າ ນັກສະແດງດາ
ຣາຕະຫລົກອາ​ເມຣິກັນ Robin Williams ​ໄດ້​ຂ້າ​ໂຕ​ຕາ​ຍ
​ ດ້ວຍ​ການ​ແຂວນ​ຄໍ​ທີ່​ບ້ານ​ພັກຂອງ​ລາວ​ໃນລັດ California.

​ເຈົ້າ​ໜ້າ​ທີ່ປະ​ຈໍາ​ ຫ້ອງການ​ຕຳຫລວດທ້ອງ​ຖິ່ນຄົນ​ນຶ່ງໄດ້​ເປີດ
​ເຜີຍ​ລາຍ​ລະ​ອຽດ​ເຖິງ​ການເສຍ​ຊີວິດ​ຂອງ​ນັກ​ໃຫ້ຄວາມບັນ
​ເທິງ ​ໃນ​ວັນ​ອັງຄານ​ວານ​ນີ້ ​ໂດຍ​ກ່າວ​ວ່າ ທ່ານ​ໄດ້​ຖືກ​ພົບ​
ເຫັນ​ເສຍ​ຊີວິດ ​ໃນ​ວັນ​ຈັນທີ່​ຜ່ານ​ມາ​ ໂດຍ​ຜູ້​ຊ່ວຍ​ປະຈຳ​ໂຕ.

ມີລາຍງານວ່າ ທ່ານ Williams ອາຍຸ 63 ປີ ​ໄດ້​ພົບເຫັນຍັງ
​ມີ​ຊີວິດ​ເທື່ອ​ສຸດ​ທ້າຍ ​ຢູ່​ທີ່​ເຮືອນຂອງທ່ານ ​ໃນ​ຕອນ​ແລງວັ​ນອາທິດແລ້ວ.

In Hollywood, Fans Remember Robin Williams
please wait

No media source currently available

0:00 0:01:50 0:00

ຖະ​ແຫລ​ງຂ່າວ ຈາກ​ຜູ້ຕາງໜ້າ​ຂອງທ່ານ ກ່າວ​ວ່າ ທ່ານ Williams ​ໄດ້​ຕໍ່ສູ້​ກັບ​ໂຣກຊຶມ
​ເສົ້າ​. ທ່ານ Williams ຍັງ​ໄດ້ດີ້ນ​ລົນຕໍ່ສູ້ມາ​ເປັນ​ເວລາ​ນານ​ກັບ​ການ​ໃຊ້​ຢາ​ເສບ​ຕິດແລະ
​ການດື່ມ​ເຫລົ້າ​ຫລາຍ ຊຶ່ງເປັນ​ທີ່​ຮູ້​ກັນດີ. ພຽງ​ແຕ່​ເດືອນ​ແລ້ວ​ນີ້ ທ່ານໄດ້ຂໍເຂົ້າໄປ​ປິ່ນ​ປົວ
ຢູ່​ສູນກາງບຳບັດ ເພື່ອ​ຊ່ວຍ​ຮັກສາ​ໃຫ້ທ່ານຫາຍດີຈາກ ການດື່ມເຫຼົ້າ.

ປະທານ​າທິບໍດີ Barack Obama ​ໄດ້​ສັນລະ​ເສີນ​ທ່ານ Williams ວ່າ ​ເປັນນັກສະແດງ
“​ທີ່​ບໍ່​ນຳ​ແບບໃຜ” ທີ່​ໄດ້​ສຳພັດທຸກໆ​ພາກສ່ວນ ຂອງຈິດໃຈ​ມະນຸດ.

XS
SM
MD
LG