ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກິດຈະກໍາຢູ່ຂ້າງນອກ ຫລັງຈາກສະຖານະການ ໂຄວິດ-19 ແມ່ນເປັນທີ່ຕ້ອງການ


ລູກສາວຂອງນາງ ວຽງນະຄອນ ຢືນຢູ່ສະຖານທີ່ແຫ່ງນຶ່ງ ຂອງເກາະຄະວາຍ ລັດຮາວາຍ.
ລູກສາວຂອງນາງ ວຽງນະຄອນ ຢືນຢູ່ສະຖານທີ່ແຫ່ງນຶ່ງ ຂອງເກາະຄະວາຍ ລັດຮາວາຍ.

ທ່ານມັກເຮັດກິດຈະກໍາຍາມຫວ່າງຢູ່ບໍ? ກິດຈະກໍາຫຍັງທີ່ທ່ານມັກເປັນສ່ວນຫຼາຍ? ດັ່ງທີ່ພວກເຮົາຮູ້ກັນດີ ຫຼັງຈາກສະຖານະການເລີ້ມດີຂຶ້ນມາຈາກການລັອກດາວ ຂອງການແຜ່ລະບາດພະຍາດໂຄວິດ-19, ບວກກັບສະພາບອາກາດທີ່ດີຂຶ້ນ ຜູ້ຄົນໃນບາງເຂດຂອງສະຫະລັດ ເລີ້ມອອກໄປຂ້າງນອກເພື່ອເຮັດກິດຈະກໍາຕ່າງໆ. ການເຮັດກິດຈະກໍາຂອງແຕ່ລະຄົນກໍ່ມີຫລາຍໆວິທີທີ່ແຕກຕ່າງກັນ, ບາງຄົນກໍ່ມັກເຮັດນໍາສວນຜັກຫລືສວນດອກໄມ້, ແຕ່ກໍ່ຍັງມີຫລາຍໆຄົນທີ່ມັກແບບພະຈົນໄພ ມັກໄປຕາມປ່າດົງ, ຂຶ້ນພູ-ລົງຫ້ວຍ ດັ່ງທີ່ທ່ານນາງ ວຽງນະຄອນ ບູ່ມານດາ ຫລື (ຕຸກ) ຜູ້ທີ່ອາໄສຢູ່ໃນເມືອງຄະວາຍ, ລັດຮາວາຍ ມາເລົ່າເຖິງປະສົບການກິດຈະກໍາຍາມຫວ່າງຂອງເພິ່ນ ສູ່ພວກເຮົາຟັງວ່າ:

“ກິດຈະກໍາທີ່ສາມາດເຮັດໄດ້ຕະຫລອດປີເລີຍ ຈະພາລູກໄປຮາຍກິ້ງ ຈະໄຊ້ເວລາຢູ່ສາມສີ່ຊົ່ວໂມງ ສໍາລັບເຮົາ ເຮົາກໍ່ຈະເລືອກສະລິບປິ້ງໄຈແອັນ ຫ່າງຈາກເຮືອນເຮົາຢູ່ປະມານສິບນາທີ ເໝາະສໍາລັບເດັກນ້ອຍໄປໄດ້ ໄປນໍາກັນຫລາຍຄົນ ເຮົາກໍ່ຈະໄປເປັນໝູ່ຄະນະ ຕາມເສັ້ນທາງເຮົາໄປເນາະມັນກໍ່ຈະມີໝາກໄມ້, ມີໝາກສີດາ, ມີນົກ ຕາມຫົນທາງທີ່ເຮົາຍ່າງໄປຫັ້ນນະ, ລົງຈາກພູກະຄືດິ່ງໄປຫາບີສ໌ໄດ້ສະບາຍເລີຍ ຂຶ້ນເຂົາລົງຫ້ວຍມາເລີຍເນາະ”

ຢ່າງໃດກໍ່ຕາມ, ນອກຈາກຈະເປັນການໃຊ້ເວລາຮ່ວມກັນພາຍໃນຄອບຄົວແລະຫມູ່ເພື່ອນ ການເຮັດກິດຈະກໍາຍັງເປັນການຜັກຜ່ອນສະຫມອງ ແລະອອກກໍາລັງກາຍໄປພ້ອມໆກັນ. ສິ່ງທີ່ດີທີ່ສຸດສໍາຫລັບທຸກໆຄົນແລ້ວ ການກະຕຽມຕົນເອງ ແລະຄວາມພ້ອມສໍາຫລັບການຜັກຜ່ອນ ຄວນສັງເກດເຖິງສຸຂະພາບຂອງຕົນເອງເພື່ອໃຫ້ເຫມາະສົມກັບກິດຈະທີ່ໂຕເອງກໍາລັງວາງແຜນ.

XS
SM
MD
LG