ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການໂຈມຕີ ທາງອາກາດ ຂອງແນວໂຮມ ສັງຫານ 860 ຄົນ ໃນຊີເຣຍ


ຄວັນໄຟ ຈາກການໂຈມຕີທາງອາກາດ ຂອງສະຫະລັດ ທີ່ເມືອງ Kobani
ຄວັນໄຟ ຈາກການໂຈມຕີທາງອາກາດ ຂອງສະຫະລັດ ທີ່ເມືອງ Kobani

ບັນດາ​ນັກເຄື່ອນ​ໄຫວໃນຊີ​ເຣຍ ກ່າວ​ວ່າ ​ເຈັດ​ອາທິດ​ຂອງ
ການໂຈມ​ຕີ​ທາງອາ ກາດ ພາຍໃຕ້ການນຳພາຂອງສະຫະ
ລັດ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 860 ຄົນ​ໃນ​ຊີ​ເຣຍ
ສ່ວນ​ຫລາຍ​ແມ່ນພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ໃນ​ຊີເຣຍ ທີ່ມີຫ້ອງການຢູປະເທດ
ອັງກິດ ກ່າວໃນ​ວັນ​ພຸດ​ມື້​ນີ້​ວ່າ ​ໂຕ​ເລກ​ທີ່​ແທ້​ຈິງ​ອາດ​ຈະ​ສູງ
ກວ່າ​ນັ້ນ ​ແລະໃນນັ້ນແມ່ນ​ຮວມ​ທັງ​ພົນ ລະ​ເຮືອນຢ່າງໜ້ອຍ
50 ຄົນ.

ສະຫະລັດ ​ແລະ​ແນວໂຮມທີ່ປະກອບດ້ວຍປະເທດຕ່າງໆ
​ໄດ້​ເລີ້ມ​ໂຈມ​ຕີ​ເປົ້າ​ໝາຍຂອງກຸ່ມລັດ​ອິສລາມໃນ​ຊີ​ເຣຍ ​ໃນ​ທ້າຍ​ເດືອນ​ກັນຍາໂດຍຂະ​
ຫຍາຍການ​ໂຈມ​ຕີ​ທາງ​ອາກາດຕໍ່​ກຸ່ມດັ່ງກ່າວ ​ໃນ​ອີຣັກ ບ່ອນ​ທີ່​ພວກ​ຫົວ​ຮຸນ​ແຮງ​ໄດ້​ຍຶດ
​ເອົາ​ຂົງ​ເຂດ​ອັນກວ້າງ​ຂວາງ​ ໃນພາກ​ເໜືອ ​ແລະ​ພາກ​ຕາ​ເວັນ​ຕົກຂອງ​ປະ​ເທດນັ້ນ.

ສະ​ຖິຕິ​ທີ່ມີການນຳອອກ​ເຜີຍ​ແຜ່​ ໂດຍກອງ​ບັນຊາ​ການສະຫະລັດ ໃນເຂດພາກ ຕາເວັນ
ອອກກາງຫຼື CENTCOM ສະ​ແດງ​ໃຫ້​ເຫັນ​ວ່າ ​ເຮືອບິນ​ຂອງແນວໂຮມ​ໄດ້ທຳການ​ໂຈມ​ຕີ
350 ​ຖ້ຽວ​ບິນ​ໃນ​ ຢູ່ໃນຊີ​ເຣຍ ​ແລະ​ອີກ 450 ຖ້ຽວ​ບິນ​ໃນ ອີຣັກ.

ການ​ໂຈມ​ຕີຫລາຍ​ຄັ້ງ​ ແມ່ນແນ​ເປົ້າ​ໝາຍໃສ່ກຸ່ມ Nusra ທີ່ເປັນເຄືອຂ່າຍຂອງ al-Qaida
ກຸ່ມ​ສີ້​ງຊອ​ມສິດທິ​ມະນຸດໃນ​ຊີ​ເຣຍ ​ຊຶ່ງໄດ້​ບັນທຶກ​ຄວາມຮຸ​ນ​ແຮງ​ຢູ່​ໃນສົງຄາມກາງ​ເມືອງ​
ທົ່ວປະເທດຊີ​ເຣຍ ກ່າວ​ໃນ​ວັນ​ພຸດ​ມື້ນີ້ວ່າ ສະມາຊິກຂອງ ກຸ່ມ Nusra 68 ຄົນ​ ໄດ້​ຖືກສັງ
ຫານ ໃນ​ການ​ໂຈມ​ຕີເຫຼົ່ານີ້.​

XS
SM
MD
LG