ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ ຊີເຣຍ​ ຂັບ​ໄລ່ ພວກຕໍ່ຕ້ານ ອອກຈາກ ເມືອງນຶ່ງ ໃກ້ຈໍແດັນ (ວີດິໂອ/ສະໄລດ໌)


ລິງໂດຍກົງ

ຄວາມວຸ້ນວາຍ ໃນຊີເຣຍ

ກຸ່ມປົກ​ປ້ອງ​ສິດທິຂອງຊາວ​ຊີ​ເຣຍກຸ່ມ​ນຶ່ງ ກ່າວ​ວ່າ ກອງ​ທະຫານ
ຂອງ​ຝ່າຍລັດຖະບານ ໄດ້​ຂັບ​ໄລ່​ກໍາລັງ​ຂອງ​ຝ່າຍ​ຕໍ່ຕ້ານ ອອກ​
ຈາກ​ເມືອງນຶ່ງ​ທາງ​ພາກ​ໃຕ້ ທີ່​ຕັ້ງ​ຢູ່ໃກ້ຖະໜົນ ຫຼວງສາຍ​ສໍາຄັນ
ທີ່​ເນ່ງ​ຈາກນະຄອນຫລວງ Damascus ​ໄປສູ່​ປະ​ເທດ Jordan.

ກຸ່ມສັງ​ເກດ​ການສິດທິມະນຸດຂອງ​ຊີ​ເຣຍ ທີ່​ຕັ້ງ​ຢູ່​ປະ​ເທດອັງກິດ
​ກ່າວ​ວ່າ ກອງ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່ ​ປະທານາທິບໍດີ Bashar
al-Assad ​ໄດ້​ຍຶດເອົາ​ເມືອງ Khirbet Ghzaleh ​ໃນ​ວັນ​ຈັນ
​ວານ​ນີ້. ລັດຖະບານຊີ​ເຣຍ​ໄດ້​ທໍາ​ການ​ຕໍ່ສູ້ຕ້ານ​ຢັນ​ຝ່າຍ​ຕໍ່ຕ້າ​ນ
​ໃນແຂວງ Daraa ທາງພາກ​ໃຕ້ ​ໃນ​ບໍ່​ເທົ່າ​ໃດມື້​ຜ່ານ​ມາ​ນີ້ ​
ໂດຍ​ໄດ້​ຍຶດ​ເອົາ​ຄືນ​ຫລາຍໆເຂດ​ທີ່​ທາງ​ຝ່າຍ​ຕໍ່ຕ້ານ​ຍຶດ​ມາໄດ້​
​ໃນ​ຕົ້ນ​ເດືອນ​ນີ້.

ພວກ​ກຸ່ມຕໍ່ຕ້ານ​ໄດ້​ພະຍາ​ຍາມ​ທີ່​ຈະ​ຍຶດ​ເອົາ​ດິນແດນໃນ​ເ​ແຂວງ Daraa ​ເພື່ີອຄຸ້ມກັນ​ເສັ້ນ
ທາງລໍາລຽງຈາກ​ປະ​ເທດ Jordan ທີ່​ຄັດຄ້ານ​ຕໍ່​ທ່ານ Assad ນັ້ນ ​ແລະ​ເພື່ອ​ຫ​ຍັບ​ເຂົ້າໄປ​
ໃກ້ໆກັບສູນ​ອໍານາດ​ຂອງ​ທ່ານ ໃນ​ເມືອງຫລວງ Damascus.




XS
SM
MD
LG