ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ນັກ​ເຄື່ອນ​ໄຫວ ຕ້ອງ​ຕິຈີນ ຫຼັງ​ຈາກ​ມີ​ການ​ກ່າວ​ຫາ​ ​ສົ່ງ​ຊາວ​ເກົາ​ຫຼີ​ເໜືອ​ ແບບ​ບັງ​ຄັບ ກັບ​ຄືນ​ປະ​ເທດ


ແຟ້ມ - ປ້າຍ​ເຕືອນ​ກ່ຽວ​ກັບ​ການ​ຈັດ​ສົ່ງ​ຜູ້​ຄົນ​ຂ້າມ​ແດນ ທີ່​ຕັ້ງ​ຢູ່​ເມືອງ​ລິນ​ຈຽງ ຕິ​ດ​ກັບ​ຊາຍ​ແດນ​ເກົາ​ຫຼີ​ເໜືອ ໃນ​ແຂວງ​ຈີ​ຫຼິນ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ ເມື່ອ​ວັນ​ທີ 30 ສິງ​ຫາ 2017.
ແຟ້ມ - ປ້າຍ​ເຕືອນ​ກ່ຽວ​ກັບ​ການ​ຈັດ​ສົ່ງ​ຜູ້​ຄົນ​ຂ້າມ​ແດນ ທີ່​ຕັ້ງ​ຢູ່​ເມືອງ​ລິນ​ຈຽງ ຕິ​ດ​ກັບ​ຊາຍ​ແດນ​ເກົາ​ຫຼີ​ເໜືອ ໃນ​ແຂວງ​ຈີ​ຫຼິນ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ ເມື່ອ​ວັນ​ທີ 30 ສິງ​ຫາ 2017.

ພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິດ​ທິ​ມະ​ນຸດຕ້ອງ​ຕິ​ຈີນ ຫຼັງ​ຈາກ​ມີ​ລາຍ​ງານ​ວ່າ ປັກ​ກິ່ງ​ໄດ້​ບັງ​ຄັບ​ໃຫ້​ສົ່ງ​ຊາວ​ເກົາ​ຫຼີ​ເໜືອ​ທີ່​ໂຕນ​ໜີຫຼາຍກວ່າ 500 ຄົນ​ກັບ​ຄືນ​ປະ​ເທດ.

ອີງ​ຕາມ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ເກົາ​ຫຼີ​ໃຕ້​ຫຼາຍໆ​ກຸ່ມ​ ທີ່​ເຮັດ​ວຽກ​ກ່ຽວ​ກັບ​ອົບ​ພະ​ຍົບ​ເກົາ​ຫຼີ​ເໜືອແຈ້ງວ່າ ພວກ​ທີ່​ໂຕນ​ໜີ​ຈຳ​ນວນ​ນຶ່ງ​ໄດ້​ຖືກ​ສົ່ງ​ກັບ​ຄືນ ຢູ່​ເຂດ​ຊາຍ​ແດນ​ຈີນຕິດ​ກັບ​ເກົາ​ຫຼີ​ເໜືອ ໃນ​ຕົ້ນ​ອາ​ທິດນີ້ ບໍ່​ດົນ​ຫຼັງ​ຈາກ​ການ​ແຂ່ງ​ຂັນ​ກິ​ລາ​ເອ​ຊຽນ​ເກມ ​ປີ 2022 ທີ່​ເມືອງ​ຫາງ​ໂຈ ໃນ​ປະ​ເທ​ດ​ຈີນ ສິ້ນ​ສຸດ​ລົງ.

ລາຍ​ງານ​ກ່ຽວ​ກັບ​ການສົ່ງ​ຊາວ​ເກົາ​ຫຼີ​ເໜືອ​ຂະ​ໜາດ​ໃຫຍ່ນີ້ແມ່ນ​ເທື່ອ​ທຳ​ອິດ​ຂອງ​ຈີນ ນັບ​ແຕ່​ພຽງ​ຢາງ​ໄດ້​ເລີ້ມ​ຜ່ອນ​ຜັນ ​ການ​ຈຳ​ກັດ​ຮັດ​ແຄບ​ ກ່ຽວ​ກັບໂຄວິ​ດ-19 ​ຢູ່​ຕາມ​ເຂດ​ຊາ​ຍ​ແດນ ​ເມື່ອ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມານີ້.

ກ່ອນ​ເກີດ​ໂຣກ​ລະ​ບາດນັ້ນ ຈີນ​ໄດ້​ສົ່ງ​ພວກ​ໂຕນ​ໜີ​ກັບ​ຄືນ​ໄປ​ເກົາ​ຫຼີ​ເໜືອເປັນ​ປະ​ຈຳ ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ຖືກ​ລົງ​ໂທດທີ່​ຮວມ​ທັງ​ການຖືກ​ບັງ​ຄັບ​ໃຊ້​ແຮງ​ງານ ຂັງ​ຄຸກ ທໍ​ລະ​ມານ ຫຼື​ບໍ່​ກໍ​ຖືກ​ປະ​ຫານ​ຊີ​ວິດ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ບໍ່​ໄດ້​ໃຫ້​ການ​ຢືນ​ຢັນ ​ກ່ຽວ​ກັບ​ການ​ສົ່ງ​ຊາວ​ເກົາ​ຫຼີ​ເໜືອ​ກັບ​ຄືນ​ປະ​ເທດ ແຕ່​ໄດ້​ກ່າວ​ປ້ອງ​ກັນ​ ການ​ກະ​ທຳ​ຂອງ​ປັກ​ກິ່ງ​ຕໍ່​ຊາວ​ເກົາ​ຫຼີ​ເໜືອ ຊຶ່ງ​ຈີນມອງ​ເບິ່ງວ່າ​ ເປັນ​ອົບ​ພະ​ຍົບ​ເສດ​ຖະ​ກິດ​ທີ່​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ.

ໃນ​ການ​ຖະ​ແຫຼງ​ຂ່າວ ເມື່ອ​ວັນ​ພະ​ຫັດ​ວານນີ້ ໂຄ​ສົກ​ຫວັງ ເຫວິນ ບິນ ຢືນ​ຢັດ​ວ່າ ບໍ່​ໄດ້​ມີ “ໃນ​ອັນ​ທີ່​ເອີ້ນ​ວ່າ​ຜູ້​ໂຕນ​ໜີ” ຢູ່​ໃນ​ປະ​ເທດ​ຈີນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG