ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດານັກເຄື່ອນໄຫວ ສົ່ງແຜ່ນດີວີດີ ຮູບເງົາເລື້ອງ 'The Interview' ເຂົ້າໄປໃນ ເກົາຫຼີເໜືອ


ທ່ານ Lee Min-bok ຊາວ​ເກົາຫຼີ​ເໜືອ ທີ່ໄດ້ໂຕນໜີ​ອອກຈາກປະເທດ​ ໃນລະຫວ່າງການໃຫ້ສຳພາດ ກັບອົງການຂ່າວ Reuters ຢູ່ທີ່ເຮືອນພັກຂອງຜູ້ກ່ຽວ ໃນ Pocheon ຢູ່ທາງກ້ຳໃຕ້ ທີ່ຫ່າງຈາກເຂດປອດທະຫານ ປະມານ 15 ກິໂລແມັດ ທີ່ແບ່ງແຍກ ສອງປະເທດ ເກົາຫຼີ.
ທ່ານ Lee Min-bok ຊາວ​ເກົາຫຼີ​ເໜືອ ທີ່ໄດ້ໂຕນໜີ​ອອກຈາກປະເທດ​ ໃນລະຫວ່າງການໃຫ້ສຳພາດ ກັບອົງການຂ່າວ Reuters ຢູ່ທີ່ເຮືອນພັກຂອງຜູ້ກ່ຽວ ໃນ Pocheon ຢູ່ທາງກ້ຳໃຕ້ ທີ່ຫ່າງຈາກເຂດປອດທະຫານ ປະມານ 15 ກິໂລແມັດ ທີ່ແບ່ງແຍກ ສອງປະເທດ ເກົາຫຼີ.

ນັກ​ເຄື່ອນ​ໄຫວ​ເກົາຫຼີ​ໃຕ້​ຄົນ​ນຶ່ງ ກ່າວ​ວ່າ ລາວ​ໄດ້​ປ່ອຍ​ໝາກ
ປູມເປົ້າຍັກ ຫຼື ບານລູນຫຼາຍໆລູກ ເພື່ອນຳ​ເອົາຮູບ​ເງົາ
Hollywood ​ເລື້ອງການ​ສຳພາດ ຫຼື The Interview ​ຫຼາຍພັນ
​ແຜ່ນເຂົ້າ​ໄປ​ໃນ​ເກົາຫຼີ​ເໜືອ.

ຮູບ​ເງົາ​ດັ່ງກ່າວ ຊຶ່ງ​ເປັນ​ນິຍາຍ ກ່ຽວ​ກັບແຜນການສັງຫານ​ຜູ້ນຳ​
ເກົາຫຼີ​ເໜືອ ທ່ານ Kim Jong Un ໂດຍອົງການ​ສືບ​ລັບ​ CIA
ສະຫະລັດ ​ແມ່ນ​ໄດ້​ຖືກ​ລຳລຽງໂດຍໝາກປູມເປົ້າຍັກດັ່ງກ່າວ​
ພ້ອມທັງ ​ໃບ​ປິວ​ຕໍ່ຕ້ານ​ພຽງ​ຢາງ​ນຳດ້ວຍ.

ທ່ານ Lee Min-bok ຊາວ​ເກົາຫຼີ​ເໜືອ ທີ່ໄດ້ໂຕນໜີ​ອອກຈາກ
ປະເທດ​ ແລະ ກາຍມາເປັນນັກ​ເຄື່​ອນ​ໄຫວ​ ກ່າວ​ວ່າ ລາວ​ສົ່ງ​ໝາກປູມເປົ້າຍັກ​ເຫຼົ່ານີ້ ອອກ​ໄປໃນ​ສີ່​ຈຸດດ້ວຍ​ກັນ. ຄັ້ງຫຼ້າສຸດ ແມ່ນມີ​ຂຶ້ນ ​ເມື່ອ​ວັນ​ເສົາ​ຜ່ານ​ມາ.

ທາງ​ເກົາຫຼີ​ເໜືອ ​ຄັດຄ້ານ​ຢ່າງ​ແຮງ ຕໍ່​ການ​ສົ່ງໝາກປູມເປົ້າຍັກ. ​ເມື່ອ​ເດືອນ​ຕຸລາປີ​ກາຍ​ນີ້​
​ເກົາຫຼີ​ເໜືອ ​ໄດ້​ຍິງປືນໃສ່ ພວກ​ໝາກປູມເປົ້າຍັກ ຈຳນວນນຶ່ງ ຈຶ່ງ​ກໍ່​ໃຫ້​ເກີດ​ມີ​ການ​ຍິງ​ຕອບ​
ໂຕ້​ກັນເປັນເວລາ​ສັ້ນໆ ​ກັບ​ກອງ​ກຳລັງ​ເກົາຫຼີ​ໃຕ້.

​ລັດຖະບານເກົາຫຼີ​ໃຕ້ ​ໄດ້​ຂໍຮ້ອງ​ໃຫ້ ບັນດາ​ນັກ​ເຄື່ອນ​ໄຫວ ຍົກ​ເລີກ​ການ​ສົ່ງ​ໝາກປູມເປົ້າຍັກ ​ເຫຼົ່ານັ້ນ ​ແຕ່​ກ່າວ​ວ່າ ການ​ສົ່ງໝາກປູມເປົ້າຍັກ ​ແມ່ນ​ເປັນ​ການ​ກະທຳ ເພື່ອສະແດງອອກ ເຖິງສິດເສລີ​ພາບໃນ​ການ​ປາກ​ເວົ້າ.

ຊາວເກົາຫຼີ​ໃຕ້​ບາງ​ສ່ວນ ທີ່​ອາ​ໄສ​ຢູ່​ໃກ້​ກັບ​ຊາຍ​ແດນ​ເກົາ​ຫຼີ​ເໜືອ ​ໄດ້​ຈົມ​ວ່າ ກ່ຽວກັບພວກ
ນັກ​ເຄື່ອນ​ໄຫວ ​ແມ່ນ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ ຂອງ​ພົນລະ​ເມືອງ​ໃນ​ທ້ອງ​ຖິ່ນ ມີ​ຄວາມ​ສ່ຽງ
​ໂດຍ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ ​ອາດ​ກາຍເປັນ​ເປົ້າໝາຍໃນການໂຈມຕີ.

​ເກົາຫຼີ​ເໜືອ ​ແມ່ນ​ໂກດ​ແຄ້ນ​ເປັນພິເສດ ຕໍ່​ການ​ພະຍາຍາມ​ໃດໆ ທີ່ຈະ ສົ່ງ​ຮູບເງົາເລື້ອງ The Interview ໄປກັບໝາກປູມເປົ້າຍັກນັ້ນ ຊຶ່ງ​ເກົາຫຼີ​ເໜືອ​ໄດ້​ປະກາດ​ວ່າ ​ຮູບ​ເງົານີ້
“​ເປັນ​ການ​ກະທຳ​ ຂອງ​ການກໍ່ການຮ້າຍ​.”

ບັດ​ດາ​ເຈົ້າໜ້າ​ທີ່ສະຫະລັດ ກ່າວ​ວ່າ ​ເກົາຫຼີ​ເໜືອ ເປັນຜູ້​ຮັບຜິດຊອບ ໃນ​ການ​ໂຈມ​ຕີ​ ທາງ​
ອິນ​ເຕີ​ເນັດ ຕໍ່​ບໍລິສັດ Sony Pictures ທີ່​ໄດ້​ເປັນ​ຜູ້​ຜະລິດ​ຮູບ​ເງົາ​ຕະລົກ​ດັ່ງກ່າວ.

XS
SM
MD
LG