ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ທາງອາກາດ ທີ່ ສຫລ ນຳພາ ສັງຫານ ພວກຫົວຮຸນແຮງ 14 ຄົນ (ສະໄລດ໌/ວີດີໂອ)


ussyriaairstrikes25september14
please wait

No media source currently available

0:00 0:01:28 0:00

ເບິ່ງວີດີໂອເລື້ອງນີ້.

ບັນດາ​ນັກ​ເຄື່ອນ​ໄຫວ​ຊີ​ເຣຍ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​
ພາຍ​ໃຕ້​ການ​ນຳພາຂອງ​ສະຫະລັດ ທີ່​ແນ​ເປົ້າ​ໝາຍ​ໃສ່​ສະຖານ
​ທີ່​ຜະລິດ​ນ້ຳມັນ ແຫ່ງ​ຕ່າ​ງໆ ທີ່ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ ຂອງ​ກຸ່ມ
​ລັດ​ອິສລາມ​ໃນ​ພາກ​ຕາເວັນ​ອອກສຽງ​ເໜືອ​ຂອງ​ຊີ​ເຣຍ ​ໄດ້​ສັງ
ຫານ​ພວກ​ຫົວ​ຮຸນ​ແຮງ 14 ຄົນ ​ແລະ​ພົນລະ​ເຮືອນ 5 ຄົນ.​

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດໃນຊີເຣຍ ຫຼື Syrian Observatory
for Human Rights ທີ່​ມີ​ຫ້ອງການຕັ້ງ​ຢູ່​ໃນ​ອັງກິດ​ກ່າວ​ໃນ​ວັນ
ພະຫັດ​ມື້​ນີ້​ວ່າ ການໂຈມ​ຕີ​ໃນ​ຄືນ​ຜ່ານ​ມາ​ນີ້ ​ແມ່ນມີຂຶ້ນ​ ໃນ​ເຂດ
Deir el-Zour ​ແລະ Hassakeh.

​ໃນ​ວັນ​ພຸດ​ວານ​ນີ້ ກຳລັງ​ຂອງ​ສະຫະລັດ​ ແລະ​ກຳລັງ​ຈາກ Saudi Arabia ​ແລະ​ສະຫະ
ລັດ​ອາຣັບ​ເອ​ເມີ​ເຣັສ ​ໄດ້​ທຳ​ການ​ໂຈມ​ຕີ​ທາງອາກາດ 13 ຄັ້ງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ
​ຊີ​ເຣຍ ​ໃນ​ຖານະ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ປະຕິບັດ​ງານ​ຕໍ່ຕ້ານ​ກຸ່ມ​ຫົວ​ຮຸນ​ແຮງລັດ​ອິສ
ລາມ​.

ກອງບັນຊາການ CENTCOM ຂອງສະຫະລັດ ຊຶ່ງ​ເປັນ​ຜູ້​ກຳກັບ​ດູ​ແລ​ເບິ່ງ​ການ​ປະຕິບັດ​ງານ ​ທາງ​ທະຫານ​ອະ​ເມຣິກັນ ​ໃນ​ພາກ​ຕາ​ເວັນ​ອອກ​ກາງກ່າວ​ວ່າ ການໂຈມ​ຕີ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ພວກ​ໂຮງ​ກັ່ນ​ນ້ຳມັນຂະ ໜາດນ້ອຍ ທີ່​ນຳ​ລາຍ​ໄດ້​ມາ​ໃຫ້​ພວກ​ຫົວ​ຮຸນ​ແຮງ​ມື້​ນຶ່ງ​ເຖິງ 2 ລ້ານ​ດອນ​ລາ​ນັ້ນ.

Obama Implores World to Join Fight Against Islamist Militants
please wait

No media source currently available

0:00 0:01:28 0:00

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ຮຽກຮ້ອງ​ໃຫ້ ພວກ​ນັກ​ຕໍ່ສູ້​ກຸ່ມ​ລັດ​ອິສລາມ “ໜີອອກ​ຈາກ​ສະໜາມ​ລົບ​ໃນ​ຂະນະ​ທີ່​ພວກ​ເຂົາ​ສາມາດ” ​ໃນ​ລະຫວາງການ​ກ່າວ​ປາ​ໄສ​ ຕໍ່​ກອງ​ປະຊຸມ​ສະ ມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ ໃນ​ວັນ​ພຸດ​ວານ​ນີ້.

ທ່ານ​ໂອ​ບາ​ມາ ​ໄດ້​ຖິ້ມ​ໂທດ​ໃສ່​ບັນຫາ​ຂັດ​ແຍ້​ງຕ່າງໆ​ທາງ​ດ້ານ​ສາສະໜາ ​ໃນ​ທົ່ວໂລກ​ທີ່​ກໍ່​
ໃຫ້ເກີດມີ “ການ​ເກັບເກນລະດົມ​ພົນ ​ທີ່​ອຸ​ສົມ​ສົມບູນ” ສຳລັບ​ພວກ​ກຸ່ມ​ຕ່າງໆ ​ເຊັ່ນ​ກຸ່ມ​ລັດ​ອິສລາມ ຊຶ່ງ​ໄດ້​ຍຶດ​ເອົາ​ຫຼາຍ​ເຂດ​ໃນ​ຊີ​ເຣຍ ​ແລະ​ອີຣັກ​ໃນ​ລະຫວ່າງ​ການ​ບຸກ​ໂຈມ​ຕີ​ດ້ວຍ​ອາວຸດ​ຢ່າງ​ນອງ​ເລືອດ​ ມາ​ເປັນ​ເວລາ​ຫຼາຍ​ເດືອນ​ນັ້ນ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ “ບໍ່​ສາມາດ​ມີ​ເຫດຜົນ​ໃດໆ ບໍ່​ມີ​ການ​ເຈລະຈາ ກັບ​ພວກ​ຜີ​ມານ​ຊົ່ວ​ຮ້າຍ​ເຫຼົ່າ​ນີ້. ພາສາ​ດຽວ​ທີ່​ພວກ​ຄາດ​ຕະກອນ​ເຫຼົ່າ​ນີ້​ເຂົ້າ​ໃຈ ​ແມ່ນ​ພາສາ​ໃຊ້​ກຳລັງ​ກັບ​ພວກ​ເຂົາ. ດັ່ງ​ນີ້​ສະຫະລັດ​ອະ​ເມ​ລິ​ກາ ຈະ​ດຳ​ເນີນ​ງານ​ກັບ​ແນວ​ໂຮມ​ຢ່າງ​ກວ້າງຂວາງ ​ເພື່ອ​ທັບ​ມ້າງ​ເຄືອ​ຂ່າຍ ການ​ມໍລະນະ​ກຳ​ນີ້.”

ກ່ອນ​ໜ້າ​ນີ້ ​ໃນ​ການ​ເປີດ​ກອງ​ປະຊຸມ​ສະມັດຊາ​ໃຫຍ່ ທ່ານ​ພັນ​ກິ​ມູນ ​ເລ ຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດຮຽກຮ້ອງ​ໃຫ້​ພວກ​ຜູ້ນຳ​ຂອງ​ໂລກເປີດ “ການ​ໂອ​ລົມ​ສົນທະນາ​ກັນ​ກັນ​ຢ່າງກົງ​ໄປ​ກົງ​ມາ” ກ່ຽວ​ກັບ​ຕົ້ນ​ເຫດ​ແຫ່ງ ຫົວ​ຮຸນ​ແຮງ​ຈັດໃນ​ພາກ​ພື້ນ.

US-led Effort Likely to Face Long-term Challenges
please wait

No media source currently available

0:00 0:01:53 0:00

XS
SM
MD
LG