ນາງ Malala Yousafzai ນັກເຄື່ອນໄຫວເພື່ອການສຶກສາ
ຂອງເດັກນ້ອຍປາກິສຖານ ແລະທ່ານ Kailash Satyarthi
ຜູ້ສົ່ງເສີມສິດທິເດັກນ້ອຍ ອິນເດຍ ໄດ້ສ້າງປະວັດສາດໃນ
ວັນພຸດວານນີ້ ເວລາພວກເຂົາເຈົ້າໄປຮັບເອົາລາງວັນໂນ
ແບລຂະແໜງສັນຕິພາບປະຈຳປີ ໃນພິທີຢູ່ນະຄອນຫລວງ
ອອສໂລ ຂອງນໍເວ ນັ້ນ.
ນາງມາລາລາ ໄວ 17 ປີ ເປັນຜູ້ອາຍຸນ້ອຍສຸດ ທີ່ໄດ້ຮັບລາງ
ວັນໂນແບລ ໃນຂະນະດຽວກັນ ທ່ານ Satyarthi ກໍເປັນຊາວ
ອິນເດຍຄົນທຳອິດທີ່ໄດ້ຮັບລາງວັນດັ່ງກ່າວ.
ໃນການກ່າວຢູ່ພິທີຮັບລາງວັນນັ້ນ ນາງມາລາລາ ເວົ້າວ່າ ມັນ
ສົມຄວນແກ່ເວລາແລ້ວ ທີ່ຈະຕ້ອງທຳການເຄື່ອນໄຫວເພື່ອຊ່ອຍເຫຼືອເດັກນ້ອຍ ບໍ່ແມ່ນເພື່ອສົງສານເຂົາເຈົ້າ “ເພື່ອໃຫ້ມັນເປັນຄັ້ງສຸດທ້າຍ ທີ່ພວກເຮົາຈະເຫັນເດັກນ້ອຍ ຖືກກີດກັນບໍ່ໄດ້ຮັບການສຶກສາ.”
ທ່ານ Satyarthi ທີ່ໄດ້ດຳເນີນງານ ເພື່ອຍຸດຕິການໃຊ້ເດັກນ້ອຍເປັນຂ້າທາດນັ້ນ ກ່າວວ່າ ເປົ້າໝາຍຂອງທ່ານ ແມ່ນເພື່ອໃຫ້ເດັກນ້ອຍທຸກໆຄົນ “ມີອິດສະລະພາບ ໃນການເປັນເດັກນັ້ນ.”
ທ່ານກ່າວຕື່ມວ່າ “ບໍ່ມີຄວາມຮຸນແຮງອັນໃດໃຫຍ່ໄປກວ່າ ການກີດກັນບໍ່ໃຫ້ພວກເດັກນ້ອຍ ໄດ້ບັນລຸຄວາມຝັນຂອງພວກເຂົາ.”
ພວກບຸກຄົນທັງສອງ ຈະແບ່ງປັນລາງວັນ ມູນຄ່າ 1 ລ້ານ 1 ແສນດອນລາສະຫະລັດ.
ເຈົ້າໜ້າທີ່ວິທະຍຸ Deewa ຂອງວີໂອເອ ແຕ່ງເພງແລະຮ້ອງສະດຸດີ ນາງມາລາລາ ໃນພິທີ ທີ່ອອສໂລ:
ເບິ່ງວີດີໂອ ພາສາລາວ ກ່ຽວກັບສອງທ່ານນີ້ ທີ່ໄດ້ຮັບລາງວັນໂນແບລ: