ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໖ ມິຖຸນາ ໒໐໒໓

ພວກ​ຕໍ່ສູ້​ຊາວເຄີດ ​ແລະ ພວກຕໍ່ຕ້ານລັດຖະບານ ໃນ​ຊີ​ເຣຍ ຢຶດເອົາເມືອງ Tal Abyad


ຮູບພາບນີ້ ຖ່າຍຈາກຟາກເຂດຊາຍແດນ ໃນເມືອງ Akcakale ຢູ່ທາງພາກຕາເວັນອອກສຽງໃຕ້ ຂອງເທີກີ ລະຫວ່າງ ຊີເຣຍ ຊຶ່ງແນມເຫັນທຸງ ຂອງໜ່ວຍປົກປ້ອງ ປະຊາຊົນຊາວເຄີດ ຫຼື YPG, ພັດປິວ ຢູ່ໃນເມືອງ Tal Abyad ປະເທດຊີເຣຍ, ວັນທີ 16 ມີຖຸນາ 2015.

ບັນດາ​ນັກ​ເຄື່ອນ​ໄຫວ ກ່າວ​ວ່າ ພວກ​ນັກ​ຕໍ່ສູ້​ຊາວ Kurd ​ແລະ
ພວກ​ຕໍ່ຕ້ານລັດຖະບານ​ຊີ​ເຣຍ​ ໄດ້ເຂົ້າຄວບຄຸມເມືອງ Tal
Abyad ຊຶ່ງເປັນ ເມືອງຊາຍແດນສຳຄັນ ຢ່າງເຕັມທີ່ແລ້ວ ໃນ
ວັນ​ອັງຄານ​ມື້​ນີ້ ຫຼັງຈາກ​ທີ່​ໄດ້ຂັບ​ໄ​ລ່ ພວກ​ນັກ​ຕໍ່ສູ້​ ຂອງກຸ່ມລັດ​
ອິສລາມ​ອອກ​ໄປ.

ກຸ່ມ​ສິ້ງຊອມສິດທິມະນຸດໃນຊີ​ເຣຍ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ ​
ໄດ້ຫລົບ​ໜີໄປຍັງບ້ານຕ່າງໆ ຢູ່ທາງ​ໃຕ້ ແລະ ທາງຕາ​ເວັນ​ຕົກ
​ຂອງ​ເມືອງ​ດັ່ງກ່າວ ​ແລະວ່າ ໄດ້ມີການຝັງ ລະ​ເບີດ​ຝັງ​ດິນໄວ້
ເປັນຈຳນວນ​ຫລວງຫລາຍ ຢູ່​ໃນ​ເມືອງ Tal Abyad.

ການ​ຢຶດ​ເອົາເມືອງ​ດັ່ງກ່າວ ຊຶ່ງຕັ້ງຢູ່​ຕິດ​ກັບ​ຊາຍ​ແດນເທີ​ກີນີ້ ແມ່ນໄດ້ ຕັດຂາດເສັ້ນທາງ​
ລຳ​ລຽງ ​ຂອງ​ພວກ​ຫົວ​ຮຸນ​ແຮງ ໄປ​ຍັງ​ເມືອງ Raqqa ຊຶ່ງເປັນຖານປະຕິບັດງານໃຫຍ່ ຂອງ
ພວກເຂົາເຈົ້າ ທີ່​ຕັ້ງຢູ່​ປະ​ມານ 100 ກິ​ໂ​ລ​ແມັດ​ ໄປທາງ​ທິດ​ໃຕ້​ນັ້ນ. ພວກ​ຫົວ​ຮຸນ​ແຮງ ​ໄດ້​
ໃຊ້​ເສັ້ນທາງ​ດັ່ງກ່າວ​ ເພື່ອ​ລັກລອບຂົນອາວຸດ ​ແລະ ພວກ​ນັກ​ຕໍ່ສູ້​ ​ເຂົ້າ​ໄປ​ໃນ​ຊີ​ເຣຍ ​ແລະ
​ເພື່ອ​ໃຫ້ໄດ້ຮັບແຫຼ່ງທຶນສຳຄັນ ຈາກ​ການ​ຂາຍ​ນ້ຳມັນ​ໃນ​ຕະຫລາດ ​ທີ່ຜິດ​ກົດໝາຍ.

ການ​ຕໍ່ສູ້​ກັນ ​ໃນ​ບໍລິ​ເວນ​ດັ່ງກ່າວ ​ໄດ້​ສົ່ງ​ຜົນເຮັດ​ໃຫ້​ພົນລະເຮືອນ ຊາວຊີ​ເຣຍ ຫຼາຍພັນ​ຄົນ
ພາກັນຫລົບ​ໜີຂ້າມ​ຊາຍ​ແດນ ​ໄປ​ຫາ​ບ່ອນ​ທີ່​ປອດ​ໄພ ​ໃນ​ປະ​ເທດ​ເທີ​ກີ.

​ບັນດາ​ເຈົ້າໜ້າ​ທີ່​ເທີ​ກີ ​ແມ່ນ​ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບການ​ເພີ້​ມ ບັນຫາ ອັນຮ້າຍ​ແຮງ
ດ້ານອົບພະຍົບ ທີ່​ມີຢູ່​ແລ້ວນັ້ນ ແລະ ຈະສ້າງກຳລັງ​ໃຈ​ໃຫ້​ແກ່ ​ພວກ​ທະຫານ​ບ້ານ​ຊາວເຄີ​ດ ແລະ ເສີມກຳລັງຄວາມຮູ້ສຶກ ໃນ​ການ​ແບ່ງ​ແຍກ​ດິນ​ແດນ ຂອງ​ຊາວ​ເຄີ​ດຊຶ່ງເປັນຊົນ​ກຸ່ມ​ນ້ອຍ ຢູ່​ໃນ​ ​ເທີ​ກີ.

​ໃນ​ຂະນະ​ດຽວ​ກັນ ທ່ານ Steffan de Mistura ທູດ​ພິ​ເສດອົງການ ສະຫະ​ປະຊາ​ຊາດ ​
ແມ່ນ​ພວມ​ຢູ່​ໃນ​ນະຄອນ Damascus ​ເພື່ອ​ພົບ​ປະ​ກັບ​ບັນດາ​ເຈົ້າໜ້າ​ທີ່​ ລັດຖະບານ​
ຊີ​ເຣຍ ​ໃນ​ຄວາມ​ພະຍາຍາມ ​ເພື່ອ​ບັນລຸ​ຂໍ້​ຕົກລົງ​ຢຸດ​ຍິງ ໃນສົງຄາມ​ກາງ​ເມືອງ​ຢູ່​ໃນຊີ​ເຣຍ.
ທ່ານ​ມີແຜນ ​ທີ່​ຈະ​ເນັ້ນໜັກວ່າ ລັດຖະບານ​ຊີ​ເຣຍ ມີໜ້າ​ທີ່​ປົກ​ປ້ອງ​ພົນ​ລະ​ເຮືອນ ​ແລະ ວ່າ
ການນຳ​ໃຊ້ອາວຸດ​ຕ່າງໆ​ເຊັ່ນ ພວກລະ​ເບີດ​ຖັງ ໃນ​ບໍລິ​ເວນ​ພົນລະ​ເຮືອນຕ່າງໆນັ້ນ ຕ້ອງ
​ຢຸດຕິທັນທີ.

Islamic State
please wait
Embed

No media source currently available

0:00 0:01:07 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG