ພວກນັກເຄື່ອນໄຫວກ່າວວ່າ ການໂຈມຕີທາງອາກາດຂອງ
ອິສຣາແອລ ໃນຄືນຜ່ານມາ ໄດ້ສັງຫານທະຫານຊີເຣຍ 10 ຄົນ
ຢູ່ໃນດິນແດນຂອງຊີເຣຍ ເລາະຕາມເຂດພູພຽງ Golan Heights.
ກຸ່ມສັງເກດການເພື່ອສິດທິມະນຸດຂອງຊີເຣຍ ທີ່ຕັ້ງຢູ່ອັງກິດ ກ່າວ
ໃນວັນຈັນມື້ນີ້ວ່າ ການໂຈມຕີດ້ວຍລະເບີດຂອງອິສຣາແອລຍັງ
ໄດ້ທຳລາຍ ລົດຖັງສອງຄັນ ແລະຖານປືນໃຫຍ່ອີກສອງແຫ່ງ.
ບັນດາເຈົ້າໜ້າທີ່ອິສຣາແອລ ກ່າວວ່າ ການໂຈມຕີທາງອາກາດ
ຂອງຕົນ ໄດ້ແນເປົ້າໝາຍໃສ່ກອງບັນຊາການທະຫານໃນຂົງເຂດ
ແລະ “ຖານໂຈມຕີຕ່າງໆ” ແລະມີການຢືນຢັນວ່າ ການໂຈມຕີ
ແມ່ນຖືກເປົ້າໝາຍ.
ການຖມລະເບີດດັ່ງກ່າວແມ່ນການຕອບໂຕ້ ຕໍ່ການໂຈມຕີໃນວັນອາທິດວານນີ້ ທີ່ໄດ້ເອົາ
ຊີວິດໄວລຸ່ນອິສຣາແອລຄົນນຶ່ງ ທີ່ໂຄສົກທະຫານອິສຣາແອລເວົ້າວ່າ ເປັນການໂຈມຕີ
ໂດຍເຈດຕະນາຕໍ່ອິສຣາແອລ ແລະເປັນການກໍ່ຄວາມຮຸນແຮງຂ້າມຊາຍແດນ “ທີ່ຮ້າຍ
ແຮງທີ່ສຸດ” ນັບແຕ່ ສົງຄາມກາງເມືອງຂອງຊີເຣຍໄດ້ເລີ້ມຕົ້ນຂຶ້ນໃນປີ 2011 ເປັນຕົ້ນມາ.
Activists say Israeli airstrikes overnight killed 10 Syrian soldiers in Syrian territory along the Golan Heights.
The Britain-based Syrian Observatory for Human Rights said Monday the bombings also destroyed two tanks and two artillery positions.
Israeli officials said the airstrikes targeted a Syrian regional military headquarters and "launching positions," and that direct hits were confirmed.
The bombings came in response to an attack Sunday that killed an Israeli teenager. An Israeli military spokesman said that attack was an intentional act against Israel and the "most substantial" cross-border violence since the beginning of Syria's civil war in 2011.