ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈໍແດນ ກ່າວວ່າ ພວກຫົວຮຸນແຮງ ລັດອິສລາມ ຈັບນັກບິນ ຂອງຕົນ ຄົນໜຶ່ງໄວ້


ຮູບພາບສະແດງໃຫ້ເຫັນ ນັກບິນຈໍແດນ ທີ່ຖືກຍິງຕົກ ໂດຍພວກ ຫົວຮຸນແຮງລັດອິສລາມ.
ຮູບພາບສະແດງໃຫ້ເຫັນ ນັກບິນຈໍແດນ ທີ່ຖືກຍິງຕົກ ໂດຍພວກ ຫົວຮຸນແຮງລັດອິສລາມ.

ຈໍ​ແດນ​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງລັດ​ອິສລາມ ​ໄດ້​ຈັບ​ນັກ​ບິນ​
ຄົນໜຶ່ງ​ຂອງ​ຕົນ​ໄປ ຫລັງ​ຈາກ​ທີ່​ເຮືອບິນ​ຂອງ​ຜູ້ກ່ຽວ​ຕົກລົງ
ຢູ່​ໃນ​ເຂດ​ພາກ​ເໜືອ​ຂອງ​ປະ​ເທດ​ຊີ​ເຣຍ ​ໃນ​ຂະນະ​ທີ່​ປະຕິບັດ
​ງານ​ຕໍ່ຕ້ານ ພວກ​ກະບົດ IS ຫລື​ລັດ​ອິສລາມນັ້ນ.

ກອງທັບ​ຈໍ​ແດນ​ກ່າວ​ໃນ​ຄຳ​ຖະ​ແຫລ​ງສະບັບ​ໜຶ່ງ ທີ່​ນຳ​ອອກ
​ເຜິຍ​ແຜ່​ໃນ​ວັນ​ພຸດ ​ມື້​ນີ້​ວ່າ ຕົນ​ຖື​ວ່າ ພວກ​ຫົວ​ຮຸນ​ແຮງ​ເຫລົ່າ
ນັ້ນ​ເປັນ​ຜູ້​ຮັບຜິດຊອບ ຕໍ່​ຊີວິດ​ແລະ​ຄວາມ​ປອດ​ໄພ​ຂອງ​ນັກ​
ບິນ​ຄົນ​ນັ້ນ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ທີ່​ຕັ້ງ​ຢູ່​ໃນ​ອັງກິດ ​ໄດ້​ລາຍ
​ງານ​ກ່ອນ​ໜ້າ​ນີ້​ວ່າ ພວກ​ຫົວ​ຮຸນ​ແຮງ IS ​ໄດ້​ຍິງ​ເຮືອບິນລຳ​ນັ້ນ​ຕົກ ​ຢູ່ໃກ້ໆ​ກັບ​ເມືອງ
Raqqa ຊຶ່ງເປັນທີ່ໝັ້ນສຳຄັນສຸດຂອງພວກ​ຫົວ​ຮຸນ​ແຮງ ທີ່​ໄດ້​ຍຶ​ດ​ເອົາ​ຂົງ​ເຂດ​ອັນ​ກວ້າງ
ຂວາງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ ​ພ້ອມທັງ​ພາກ​ເໜືອ ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ
​ອີຣັກ ​ເມື່ອ​ກາງ​ປີ​ນີ້.

ປະ​ເທດຈໍ​ແດນ ບາ​ເຣນ ຊາ​ອຸ​ດີ ອາເຣ​ເບຍ ​ແລະ​ສະຫະລັດອາຣັບ​ເອ​ມີ​ເຣສ ຕ່າງກໍໄດ້​ເຂົ້າ
ຮ່ວມ​ທຳ​ການໂຈມຕີ​ທາງ​ອາກາດຢູ່​ໃນຊີ​ເຣຍ ທີ່​ນຳພາ​ໂດຍ​ສະ​ຫະລັດ ​ແລະ​ແນ​ເປົ້າ​ໝາຍ
​ໃສ່​ກຸ່ມ IS ​ໃນ​ຊີ​ເຣຍ ​ນັ້ນ. ນັບ​ແຕ່​ທ້າ​ຍ​ເດືອນ​ກັນຍາເປັນຕົ້ນມາ ກຸ່ມແນວໂຮມພາຍໃຕ້
ການນຳພາຂອງສະ ຫະລັດ ໄດ້​ທຳ​ການ​ປະຕິບັດ​ງານໂຈມຕີທາງອາກາດປະມານ 550
ຖ້ຽວ​ ຕໍ່​ເປົ້າ​ໝາຍຂອງກຸ່ມ​ລັດ​ອິສລາມ ​ໃນ​ຊີ​ເຣຍ.

ເບິ່ງວີດີໂອກ່ຽວຂ້ອງ:

Islamic State Emergence Transforms Syria and Iraq in 2014
please wait

No media source currently available

0:00 0:03:21 0:00

XS
SM
MD
LG