ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ນັກ​ເຄື່ອນ​ໄຫວ​ ​ພະ​ຍາ​ຍາມ​ຂັບ​ໄລ່​ອະ​ດີດ​ເຈົ້າ​ໜ້າ​ທີ່ ອີ​ຣ່ານ ອອກ​ຈາກ​ສະ​ຖາ​ບັນ​ການ​ສຶກ​ສາ​ລະ​ດັບ​ສູງ ສະ​ຫະ​ລັດ


ທ່ານ ໂມ​​ຮຳ​ມັດ ຈາ​ຟາ ມາ​ຮາ​ລ​ລາ​ຕີ ກ່າວ​ຄຳ​ບັນ​ຍາຍ​ຢູ່ງານ TEDxTehran 2019. (Wikimedia Commons)
ທ່ານ ໂມ​​ຮຳ​ມັດ ຈາ​ຟາ ມາ​ຮາ​ລ​ລາ​ຕີ ກ່າວ​ຄຳ​ບັນ​ຍາຍ​ຢູ່ງານ TEDxTehran 2019. (Wikimedia Commons)

ນັກ​ເຄື່ອນ​ໄຫວ​ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ ອີ​ຣ່ານ ທີ່​ພະ​ຍາ​ຍາມຈະ​ຂັບ​ໄລ່​ອະ​ດີດ​ເຈົ້າ​ໜ້າ​ທີ່ ອີ​ຣ່ານ ອອກ​ຈາກ​ສະ​ຖາ​ບັນ​ການສຶກ​ສາລະ​ດັບ​ສູງ​ຂອງ ສະ​ຫະ​ລັດ ເຮັດ​ໃຫ້​ລາວ​ຮັບ​ຜິດ​ຊອບ​ສຳ​ລັບ​ປະ​ຫວັດ​ສິດ​ທິ​ມະ​ນຸດ​ທີ່ບໍ່​ດີ​ຂອງ ສາ​ທາ​ລະ​ນະ​ລັດ ອິ​ສ​ລາມ ​ເວົ້າ​ວ່າ ວິ​ທະ​ຍາ​ໄລ ສະ​ຫະ​ລັດ ທີ່​ໄດ້​ຫ້າມ​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ​ເຮັດ​ວຽກ​ຊົ່ວ​ຄາວເມື່ອ​ເດືອນ​ແລ້ວນີ້ ​ຕ້ອງ​ເຮັດ​ດີກວ່ານີ້.

ພັນ​ທະ​ມິດ​ຕໍ່​ຕ້ານ​ຜູ້​ແກ້​ຕົວ​ໃຫ້ລະ​ບອບ​ການ​ປົກ​ຄອງ ອິ​ສ​ລາມ​ ແຫ່ງ ອີ​ຣ່ານ ຫຼື AAIRIA ຍັງ​ໄດ້​ບອກວີ​ໂອ​ເອ​ວ່າ ການ​ຫ້າມ​ທ່ານ ໂມ​ຮຳ​ມັດ ຈາ​ຟາ ມາ​ຮາ​ລ​ລາ​ຕີ ຢູ່​ວິ​ທະ​ຍາ​ໄລ ໂອ​ເບີ​ລິນ ຂອງ​ລັດ ໂອ​ໄຮ​ໂອ ໄດ້​ໃຫ້​ກຳ​ລັງ​ໃຈ​ກຸ່ມບໍ່​ຫວັງ​ຜົນ​ກຳ​ໄລ​ດັ່ງ​ກ່າວ ​ເພື່ອ​ແນ​ເປົ້າ​ໃສ່​ອະ​ດີດ​ເຈົ້າ​ໜ້າ​ທີ່ ອີ​ຣ່ານ​ ຄົນ​ທີ​ສອງ ສຳ​ລັບ​ການ​ປົດ​ອອກ​ຈາກ​ສະ​ຖາ​ບັນ​ການ​ສຶກ​ສາ​ລະ​ດັບ​ສູງ​ຂອງ ສະ​ຫະ​ລັດ ອີກ​ແຫ່ງ​ນຶ່ງ.

ວິ​ທະ​ຍາ​ໄລ ໂອ​ເບີ​ລິນ ໄດ້​ກ່າວ​ຕໍ່​ສື່ມວນ​ຊົນ ສະ​ຫະ​ລັດ ໃນ​ເດືອນນີ້​ວ່າ ເຂົາ​ເຈົ້າ​ໄດ້​ສັ່ງ​ໃຫ້​ທ່ານ ມາ​ຮາ​ລ​ລາ​ຕີ ພັກ​ຊົ່ວ​ຄາວ​ຢ່າງບໍ່​ມີ​ກຳ​ນົດ​ໃນ​ວັນ​ທີ 28 ພະ​ຈິກ ທີ່​ຜ່ານ​ມາ. ເຂົາ​ເຈົ້າ​ບໍ່​ໄດ້​ບອກ​ເຫດ​ຜົນ​ສຳ​ລັບ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ.

ທ່ານ ມາ​ຮາ​ລ​ລາ​ຕີ ໄດ້​ຮັບ​ໃຊ້​ໜ້າ​ທີ່​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ ອີ​ຣ່ານ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈາກ​ປີ 1987-1986. ຕໍ່​ມາ​ທ່ານ​ໄດ້​ອອກ​ຈາກ​ລັດ​ຖະ​ບານ ອີ​ຣ່ານ ສຳ​ລັບ​ບົດ​ບາດການຄົ້ນ​ຄວ້າ ແລະ ​ອາ​ຈານ​ສອນຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ສະ​ຫະ​ລັດ ແລະ ກາ​ນາ​ດາ ຫຼາຍ​ແຫ່ງ, ລວມ​ທັງ​ມະ​ຫາ​ວິ​ທະ​ຍາ​ໄລ ໂຄ​ລຳ​ເບຍ ຂອງລັດ ນິວຢອກ ໃນ​ຊຸມ​ປີ 1990, ກ່ອນ​ເຂົ້າ​ຮ່ວມ​ວິ​ທະ​ຍາ​ໄລ ໂອ​ເບີ​ລິນ ເປັນ​ອາ​ຈານ​ສອນ​ວິ​ຊາສາ​ສະ​ໜາ​ໃນ​ປີ 2007.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG