ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ກຸ່ມ ສິດທິມະນຸດ ຕິຕຽນ ຫວຽດນາມ ທີ່ໄດ້ເປັນ ສະມາຊິກ ສະພາ ສິດທິມະນຸດ


ທຸງຫວຽດນາມ ກໍາລັງຖືກວາງຂາຍ ເນຶ່ອງໃນໂອກາດຄົບຮອບ 30 ປີ ຂອງການສີ້ນສຸດສົງຄາມ ທີ່ນະຄອນໂຮຈີມິນ
ທຸງຫວຽດນາມ ກໍາລັງຖືກວາງຂາຍ ເນຶ່ອງໃນໂອກາດຄົບຮອບ 30 ປີ ຂອງການສີ້ນສຸດສົງຄາມ ທີ່ນະຄອນໂຮຈີມິນ
ບັນດາກຸ່ມປົກ​ປ້ອງ​ສິດທິ​ມະນຸດ​ນາໆ​ຊາດ ກໍາລັງ​ພາກັນສະ​ແດງ
​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບການ​ເລືອກເອົາຫວຽດນາມ ເຂົ້າເປັນ​
ນັ່ງ​ຢູ່​ໃນ​ສະພາສິດທິ​ມະນຸດ ສະຫະ ​ປະຊາ​ຊາດ.

ທ່ານ Phil Robertson ຮອງຜູ້ອຳນວຍການ ​ຂອງ​ກຸ່ມ​ປົກ​ປ້ອງ​
ສິດທິ​ມະນຸດ Human Rights Watch ​ຮັບຜິດຊອບເຂດເອ​
ເຊ​ຍ ກ່າວ​ວ່າ ທ່ານ​ເຊື່ອວ່າ ຫວຽດນາມ ຊຶ່ງເປັນນຶ່ງ​ໃນ​ຈໍານວນ
ສະມາຊິ​ກ​ໃໝ່ 14 ປະ​ເທດທີ່​ຖືກ​ເລືອກ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ
ຈະ​ມີ​ບົດບາດໄປໃນ​ທາງ​ລົບ.

ທ່ານ Robertson ​ເວົ້າວ່າ “ຂ້າພະ​ເຈົ້າຫວັງ​ວ່າ ລັດຖະບານ​
ຫວຽດນາມ ຈະ​ພິສູດ​ໃຫ້​ເຫັນ​ວ່າ ຂ້າພະ​ເຈົ້າ​ຜິດ ​ແຕ່​ມາ​ຮອດ
​ປັດຈຸບັນ​ນີ້ ພວກ​ເຮົາ​ຍັງ​ບໍ່​ທັນ​ໄດ້ເຫັນຮ່ອງຮອຍໃດໆທີ່​ສະ​ແດງ​
ໃຫ້​ເຫັນວ່າ ລັດຖະບານ​ຫວຽດນາມຈະ​ປ່ຽນ​ແປງ​ນະ​ໂຍບາຍ
ຂອງ​ຕົນ​ເພາະວ່າ​ໄດ້​ຖືກ​ເລືອກໃຫ້​ເຂົ້າໄປ​ນັ່ງໃນ​ສະພາ​ສິດທິ​
ມະນຸດ.”

ທ່ານ Vo Van Ai ປະທານ ຄະນະ​ກໍາມະການສິດທິ​ມະນຸດ
ຫວຽດນາມທີ່​ມີ​ຫ້ອງການຢູ່ນະຄອນ​ປາຣີ ກ່າວ​ຕໍ່ວີ​ໂອ​ເອພະ​ແນ​ກພາສາ​ຫວຽດນາມວ່າ
ການ​ບໍລິການ​ ຂອງຫວຽດນາມອາດ​ຈະເປັນ​ເລື່ອງ​ດີ ​ໃນ​ການ​ເລືອກ​ເອົາ​ຫວຽດນາມເຂົ້າ
​ໄປ​ນັ່ງ​ຢູ່​ໃນສະພາດັ່ງກ່າວ.

ຫວຽດນາມໄດ້​ຮັບ​ 184 ສຽງຂອງ​ຈຳນວນທັງ​ໝົດ 193 ສຽງຊຶ່ງ​ເປັນ​ຄະ​ແນ​ນສຽງທີ່​ສູງ
ທີ່​ສຸດ​ ​ໃນລະຫວ່າງ​ບັນດາ​ຜູ້​ສະ​ໜັກ​ເອົາ​ບ່ອນນັ່ງຢູ່​ໃນ​ສະພາດັ່ງກ່າວ.

ສື່​ມວນ​ຊົນ​ຂອງ​ທາງ​ການຫວຽດນາມ ອ້າ​ງຄວາມ​ເ​ວົ້າຂອງລັດຖະມົນຕີຕ່າງປະ​ເທດ
ທ່ານ Pham Binh Minh ທີ່​ກ່າວ​ວ່າ “ຄວາມ​ຈິງ​ທີ່ ຫວຽດນາມ ​ໄດ້​ຮັບ​ ຄະ​ແນນສູງ
ສຸດ​ນັ້ນ ສາມາດເບິ່ງ​ກັນ​ໄດ້​ວ່າ ​ເປັນ​ການ​ຮັບ​ຮູ້​ຈາກ​ປະຊາ​ຄົມນາໆ​ຊາດຕໍ່​ຄວາມ​ສຳ​
ເລັດ​ຂອງ​ຫວຽດນາມ​ຫວ່າງ​ມໍ່ໆ​ມາ​ນີ້ ໃນ​ການ​ຊົມ​ໃຊ້​ສິດທິ​ຂອງ ພົນລະ​ເຮືອນ ສິດທິ​ທາງການ​ເມືອງ ​ທາງເສດຖະກິດ ທາງວັດທະນາ​ທໍາ ​ແລະ​ທາງ​ສັງ​ຄົມ.
XS
SM
MD
LG