ສະມາຊິກສະພາແຫ່ງຊາດຫວຽດນາມຄົນນຶ່ງ ໄດ້ຮຽກຮ້ອງ
ໃຫ້ສະພາພິຈາລະນາ ອອກກົດໝາຍໃຫ້ມີການລົງປະຊາ
ມະຕິ ກ່ຽວກັບຮ່າງກົດໝາຍຕ່າງໆ ທີ່ມີການສະເໜີຂຶ້ນນັ້ນ.
ນັກປະວັດສາດ Dung Trung Quoc ໄດ້ບອກກັບ VOA
ພະແນກພາສາຫວຽດນາມວ່າ ປະຊາຊົນສາມັນທໍາມະດາ
ຄວນຈະມີໂອກາດອອກສຽງໃຫ້ຄວາມຄິດຄວາມເຫັນ ໃນ
ການຕັດສິນໃຈອັນສໍາຄັນຂອງປະເທດນໍາ.
ທ່ານ Quoc ແມ່ນນຶ່ງໃນສອງ ຂອງສະມາຊິກສະພາ ທີ່ບໍ່ໄດ້
ລົງຄະແນນສຽງ ໃນຮ່າງກົດໝາຍລັດຖະທໍາມະນູນ ໃນອາທິດ
ທີ່ແລ້ວນີ້. ທ່ານຍັງກ່າວອີກວ່າ ທ່ານບໍ່ພໍໃຈ ກັບ ເນື້ອໃນໃຈຄວາມຂອງຮ່າງລັດຖະທຳ
ມະນູນບາງຂໍ້ ໂດຍສະເພາະແລ້ວແມ່ນ ບົດບາດເດັ່ນໆ ຂອງພັກຄອມມູນິສຫວຽດນາມ.
ໃນຂະນະດຽວກັນນີ້ ນັກເສດຖະສາດ Nguyen Quang A ແມ່ນນຶ່ງ ໃນກຸ່ມປັນຍາຊົນ
ຫຼາຍສິບຄົນ ທີ່ໄດ້ສົ່ງຄໍາຮ້ອງເຖິງປະທານສະພາແຫ່ງຊາດຫວຽດນາມ ຮຽກຮ້ອງໃຫ້ມີສິດ
ເສລີຫຼາຍຂຶ້ນ ແລະໃຫ້ມີການປ່ຽນແປງໃນບົດບາດເດັ່ນໆຂອງພັກຄອມມູນິສຫວຽດນາມນໍາ
ໃນຮ່າງກົດໝາຍລັດຖະທໍາມະນູນສະບັບໃໝ່ນີ້.