ພວກເຈົ້າໜ້າທີ່ຈີນ ໄດ້ຈັບກຸມ ພວກທີ່ໂຕນໜີອອກຈາກເກົາຫຼີ
ເໜືອຈຸນຶ່ງ ທີ່ພະຍາຍາມເດີນທາງໄປຍັງ ປະເທດເອເຊຍຕາເວັນ
ອອກສຽງໃຕ້ປະເທດນຶ່ງ ເພື່ອໃຫ້ໄປຮອດຈຸດໝາຍປາຍທາງ
ຄືເກົາຫຼີໃຕ້.
ພວກນັກເຄື່ອນໄຫວສິດທິມະນຸດ ໄດ້ກ່າວຕໍ່ VOA ພະແນກເກົາ
ຫຼີວ່າ ຕໍາຫຼວດຈີນໄດ້ກັກຂັງ ພວກທີ່ໂຕນໜີ 11 ຄົນ ແລະຫົວໜ້າ
ນໍາພາອີກ 2 ຄົນ ໃນແຂວງຄຸນໝິງ ທາງພາກຕາເວັນຕົກສຽງໃຕ້
ໃນວັນສຸກແລ້ວນີ້. ພວກເຂົາເຈົ້າໄດ້ກ່າວວ່າ ພວກໂຕນໜີຈຸນີ້
ກໍາລັງຈະຂຶ້ນລົດເມ ເພື່ອເຂົ້າໄປຍັງປະເທດນຶ່ງ ທີ່ບໍ່ໄດ້ລະບຸໃນເຂດເອເຊຍຕາເວັນອອກ
ສຽງໃຕ້. ແຫຼ່ງຂ່າວໄດ້ລາຍງານວ່າ ມີ 2 ຄົນສາມາດຫລົບໜີຈາກການຈັບກຸມດັ່ງກ່າວນີ້ໄດ້.
ພວກນັກເຄື່ອນໄຫວຍັງໄດ້ກ່າວອີກວ່າ 2 ຄົນ ຫົວໜ້ານໍາພານັ້ນແມ່ນຖືສັນຊາດຈີນ
ເຊື້ອສາຍເກົາຫຼີ.
ການໂຕນໜີຈາກການກົດຂີ່ແລະຄວາມທຸກຍາກຂອງຊາວເກົາຫຼີເໜືອນີ້ ຕາມປົກກະ
ຕິແລ້ວຈະເດີນທາງແບບລັບໆ ໄປຍັງປະເທດເພື່ອນບ້ານຂອງຈີນໂດຍໄພຮັບຄວາມ
ຊ່ວຍເຫຼືອຈາກພວກນຳທາງ. ມີພວກໂຕນໜີຊາວເກົາຫຼຼີເໜືອຫລາຍໆຄົນພະຍາຍາມ
ເດີນທາງໄປມຽນມາລາວ ແລະຫວຽດນາມ ໃນຄວາມຫວັງເພື່ອຈະໄປຂຶ້ນເຮືອບິນຢູ່ໃນ
ປະເທດທີ່ກ່າວມານັ້ນ ບິນໄປຍັງປະເທດເກົາຫຼີໃຕ້ ໃນທີ່ສຸດ.
ຈີນຖືພວກທີ່ໂຕນໜີດັ່ງກ່າວນີ້ວ່າ ເປັນພວກອົບພະຍົບຫລົບໜີທາງດ້ານເສດຖະກິດ
ທີ່ຜິດກົດໝາຍ ແລະຖືກສົ່ງກັບຄືນປະເທດ ຖ້າຫາກວ່າຖືກທາງການຈີນຈັບໄດ້.