ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

50 ຄົນ ເສຍຊີວິດ ໃນການປະທະກັນ ຢູ່ພາກໃຕ້ ຊີເຣຍ


ພວກນັກເຄື່ອນໄຫວດ້ານສິດທິມະນຸດຂອງຊີເຣຍກ່າວວ່າ ການ
ສູ້ລົບກັນລະຫວ່າງກຳລັງທະຫານລັດຖະບານແລະພວກຕໍ່ຕ້ານ
ທີ່ແຂວງ Daraa ໃນພາກໃຕ້ຂອງປະເທດເຮັດໃຫ້ມີຜູ້ເສຍຊີວິດ
ຢ່າງໜ້ອຍ 50 ຄົນ ຫຼາຍກວ່າເຄິ່ງນຶ່ງແມ່ນເປັນພົນລະເຮືອນ.

ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ທີ່ມີສຳນັກງານຢູ່ປະເທດອັງ
ກິດກ່າວວ່າ ການສູ້ລົບກັນເກີດຂຶ້ນໃນວັນພຸດຜ່ານມາຂະນະທີ່ ທະຫານຈົງຮັກພັກດີຕໍ່ປະທານາ ທິບໍດີຊີເຣຍທ່ານ Bashar al-
Assad ບຸກໂຈມຕີເພື່ອຂັບໄລ່ພວກຕໍ່ຕ້ານອອກຈາກເມືອງ Sa-
namein.

ພວກນັກລົບຂອງຝ່າຍຕໍ່ຕ້ານຢຶດພື້ນທີ່ໄດ້ຫຼາຍຂຶ້ນເປັນລຳດັບຢູ່ໃນເຂດພາກໃຕ້ຂອງຊີເຣຍ ໃນໄລຍະສອງສາມອາທິດຜ່ານມານີ້ ໃນຄວາມພະຍາຍາມ ເພື່ອເຂົ້າຄວບຄຸມເສັ້ນທາງເຂົ້າ ອອກ ໄປຍັງນະຄອນຫຼວງດາມັສກັສ ແລະດ່ານຂ້າມຊາຍແດນໄປຍັງປະເທດຈໍແດັນ.

ກຸ່ມດັ່ງກ່າວຍັງເວົ້າວ່າ ການສູ້ລົບກັນ ທີ່ເມືອງ Sanamein ເຮັດໃຫ້ພົນລະເຮືອນ ເສຍຊີວິດ ຢ່າງໜ້ອຍ 29 ຄົນ ພວກຕໍ່ຕ້ານລັດຖະບານ 16 ຄົນ ແລະທະຫານທີ່ນິຍົມທ່ານ Assad 9 ຄົນ ຊຶ່ງສ່ວນໃຫຍ່ແລ້ວແມ່ນຍ້ອນການຍິງໂຈມຕີ ແລະການສັງຫານແບບຮວບຮັດຕັດຕອນ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ແມ່ນຝ່າຍໃດເປັນຜູ້ໂຈມຕີພົນລະເຮືອນກັນແທ້.

ປະມວນພາບ ຫຼ້າສຸດ ຈາກຊີເຣຍ
please wait

No media source currently available

0:00 0:00:31 0:00
XS
SM
MD
LG