ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກນັກຕໍ່ສູ້ ຈາກເຄືອຂ່າຍ Al-Qaida ຢຶດເອົາ ຄ້າຍທະຫານຊີເຣຍໄດ້ ແຫ່ງໜຶ່ງ


ແຜນທີ່ປະເທດຊີເຣຍ
ແຜນທີ່ປະເທດຊີເຣຍ

ບັນດາ​ນັກ​ເຄື່ອນ​ໄຫວ ກ່າວ​ວ່າ ພວກ​ນັກ​ຕໍ່ສູ້​ຈາກ​ກຸ່ມ Nusra
Front ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ພວກ al-Qaida ​ໄດ້​ຢຶດ​ເອົາ​ຄ້າຍ
​ທະຫານ​ແຫ່ງ​ນຶ່ງ ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍ.

ກຸ່ມ​ສິ້ງຊອມສິດທິ​ມະນຸດຊີ​ເຣຍ ຫຼື Syrian Observatory for
Human Rights ທີ່​ມີ​ຫ້ອງການ​ຢູ່​ໃນ​ອັງກິດ ກ່າວ​ວ່າ ພວກ​ຫົວ​
ຮຸນ​ແຮງ ຈາກ​ກຸ່ມ​ທີ່​ເອີ້ນວ່າ Jund al-Aqsa ​ໄດ້​ຊ່ອຍ​ ພວກ​ນັກ
​ຕໍ່ສູ້​ແນວໂຮມ Nusra ຢຶດ​ເອົາ​ຄ້າຍ Wadi Deif ​ຢູ່​ແຂວງ Idlib ​
ໃນ​ວັນ​ຈັນ​ມື້​ນີ້.

ກອງ​ກຳລັງຂອງ​ຝ່າຍ​ທີ່​ຕໍ່ຕ້ານລັດຖະບານ​ຊີ​ເຣຍ​ ​ໄດ້ທຳການປິດ
​ລ້ອມ​ຄ້າຍ​ແຫ່ງ​ນັ້ນ​ ມາຫຼາຍໆ​ບັ້ນ ນັບ​ຕັ້ງ​ແຕ່ປີ 2012 ​ເປັນຕົ້ນມາ. ສະຖານ​ທີ່​ດັ່ງກ່າວ​ນີ້ ​
ແມ່ນ​ຕັ້ງຢູ່​ປະ​ມານໜຶ່ງ​ກິ​ໂລ​ແມັດ​ ຫ່າງ​ຈາກ​ຖະໜົນໃຫຍ່ ສາຍ​ນຶ່ງ ທີ່​ເນ່ງຈາກ​ເໜືອ​ຫາ​ໃຕ້​
ໃນ​ຊີ​ເຣຍ ຊຶ່ງ​ເປັນ​ຖະໜົນ​ ທີ່​ເຊື່ອມ​ຕໍ່​ກັບ​ເມືອງ​ຕ່າງໆ​ຂອງ​ແຂວງ Aleppo ​ເຊັ່ນ​ເມືອງ Hama ​ແລະ Homs ໄປຍັງນະຄອນຫລວງ Damascus ຂອງ​ຊີ​ເຣຍ.

ອົງການ​ຂ່າວ SANA ຂອງ​ທາງ​ການຊີ​ເຣຍ ລາຍ​ງານ​ວ່າ ກອງ​ກຳລັງ​ຊີ​ເຣຍ ​ໄດ້​ສັງຫານ “ພວກກໍ່​ການ​ຮ້າຍ” ຫຼາຍຄົນ ​ໃນ​ບໍລິ​ເວນ​ໃກ້ໆ​ກັບ​ຄ້າຍ​ດັ່ງກ່າວ​ນັ້ນ. ລັດຖະບານ​ຊີ​ເຣຍ​
ໃຊ້​ສັບ ພວກ​ກໍ່​ການ​ຮ້າຍ ​ເອີ່ຍ​ເຖິງ​ພວກ​ນັກ​ຕໍ່ສູ້​ຕໍ່ຕ້ານ​ລັດຖະບານ ຢູ່ເລື້ອຍໆ​.

XS
SM
MD
LG