ບັນດານັກເຄື່ອນໄຫວ ຊີເຣຍ ກ່າວໃນວັນອາທິດມື້ນີ້ ວ່າ ການ
ໂຈມຕີທາງອາກາດຫຼາຍບັັ້ນ ຢູ່ໃນພາກເໜືອຂອງຊີເຣຍ ທີ່ເຊື່ອ
ວ່າ ມາຈາກເຮືອບິນຂອງຣັດເຊຍນັ້ນ ໄດ້ສັງຫານຢ່າງໜ້ອຍ 18
ຄົນ ແລະ ເຮັດໃຫ້ອີກ 40 ຄົນ ບາດເຈັບ.
ມີລາຍງານວ່າ ການໂຈມຕີນັ້ນ ແມ່ນໄດ້ຖືກຕະຫລາດແຫ່ງໜຶ່ງ
ທີ່ແອອັດໄປດ້ວຍຝູງຊົນ.
ກຸ່ມສິ້ງຊອມສິດທິມະນຸດ ຊີເຣຍ ທີ່ມີຫ້ອງການຢູ່ໃນອັງກິດ ເຊິ່ງ
ຕິດຕາມເບິ່ງຄວາມຮຸນແຮງຢູ່ໃນຊີເຣຍ ໄດ້ກ່າວວ່າ ການໂຈມຕີ
ທາງອາກາດ ໄດ້ເກີດຂຶ້ນ ຢູ່ໃນເມືອງ Ariha ຂອງແຂວງ Idlib
ຫ່າງຈາກເຂດຊາຍແດນຂອງເທີກີ ປະມານ 20 ກິໂລແມັດ.
ບໍລິເວນດັ່ງກ່າວ ແມ່ນຄວບຄຸມໂດຍ ພວກນັກຕໍ່ສູ້ອິສລາມຫົວຮຸນແຮງຈັດ ລວມທັງພວກ
ກຸ່ມແນວໂຮມ Nusra ທີ່ເປັນເຄືອຂ່າຍ ກຸ່ມ al-Qaida. ແຕ່ກໍບໍ່ແມ່ນບໍລິເວນບ່ອນທີ່ ກຸ່ມ
ລັດອິສລາມ ເຄື່ອນໄຫວຢູ່ຢ່າງແຂງຂັນ.
ຣັດເຊຍ ໄດ້ເລີ້ມປະຕິບັດການໂຈມຕີທາງອາກາດ ໃນຊີເຣຍ ແຕ່ເດືອນກັນຍາເປັນຕົ້ນມາ
ແລະ ໄດ້ຖືກ ສະຫະລັດ ແລະ ບັນດາປະເທດໃນກຸ່ມແນວໂຮມທະຫານ ທີ່ ກຳລັງປະຕິບັດ
ການໂຈມຕີທາງອາກາດ ຢູ່ນັ້ນ ຕຳນິຕິຕຽນວ່າ ເປັນການແນເປົ້າໝາຍໃສ່ ພວກນັກຮົບ
ຕໍ່ຕ້ານລັດຖະບານຊີເຣຍ ແລະ ບໍ່ແມ່ນພວກລັດອິສລາມ ຫົວຮຸນແຮງເລີຍ.