ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ​ສິດທິ​ມະນຸດ​ ຍິນ​ດີ​ນຳ ການຕັດສິນ​ໃຈ​ ທີ່ ລັດຖະບານ​ໄທ ຈະຍົກເລີກການຟ້ອງຮ້ອງ


​ແຜ່ນ​ທີ່​ປະ​ເທດ​ໄທ
​ແຜ່ນ​ທີ່​ປະ​ເທດ​ໄທ

ພວກ​ນັກ​ເຄື່ອນ​ໄຫວ​ ​ແລະ​ກຸ່ມປົກ​ປ້ອງ​ສິດທິ​ມະນຸດ ​ສະ​ແດງ​ຄວາມ​ຍິນ​ດີ​ກັບການ ຕັດສິນ​ໃຈ​ຂອງ​ລັດຖະບານ​ໄທ ທີ່​ຈະຍົກ​ເລີກ​ການ​ຟ້ອງ​ຮ້ອງດຳ​ເນີນຄະດີ​ຕໍ່​ພວກ​ນັກ​ເຄື່ອນ​ໄຫວ​ 3 ຄົນ ​ຊຶ່ງ​ເປັນ​ຜູ້​ຂຽນ​ລາຍ​ງານ ​ໃນ​ປີ​ກາຍ​ນີ້ ທີ່​ກ່າວ​ຫາ ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພຂອງ​ໄທ ​ກະທຳ​ແບບ​ບໍ່​ຖືກຕ້ອງແລະ​ທໍລະ​ມານ ​ໃນຈັງຫວັດພາກ​ໃຕ້ ​ທີ່​ວຸ້ນ​ວາຍຂອງ​ປະ​ເທດ.

​ໃນ​ຕົ້ນ​ປີ 2016 ທ່ານ ສົມຊາຍ ຫອມ​ລະ​ອໍ ​ແລະ​ທ່ານ ພອນ​ເພັນ ຄົງ​ກະຈອນ​ກີ ​ແລະ​ທ່ານນາງ ອັນ​ຊະນາ ຮິມມິ​ນາ ທະນາ​ຍຄວາມ​ຂອງ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ​ໄດ້​ພິມ​ເຜີຍ​ແ​ຜ່​ລາຍ​ງານ ກ່ຽວ​ກັບ 54 ກໍລະນີ ທີ່​ກ່າວ​ຫາ​ວ່າ​ມີ​ການ​ທໍລະ​ມານ ​ແລະ​ກະທຳແບບ​ຜິດໆ ຕໍ່​ພວກ​ນັກ​ໂທດ ທີ່ຖືກ​ກັກ​ຂັງ​ໂດ​ຍພວກທະຫານ.

ສາມ​ຈັງຫວັດຊາຍ​ແດນ​ພາກ​ໃຕ້​ຂອງ​ປະ​ເທດ ທີ່​ຜູ້​ຄົນ​ສ່ວນ​ໃຫຍ່​ເປັນ​ຊາວ​ມາ​ເລ ມຸສລິ​ມ
​ໄດ້​ເປັນ​ສູນ​ກາງຂອງ​ການກໍ່​ກະບົດ ​ທີ່​ມີ​ມາ​ເປັນ​ເວລາ 12 ປີ ທີ່​ໄດ້​ເຮັດ ​ໃຫ້​ມີ​ຜູ້​ເສຍ​ຊີວິດ
ຫຼາຍ​ກວ່າ 6 ພັນ​ຄົນ ​ໂດ​ຍທີ່​ມີ​ຄວາມ​ຄືບ​ໜ້າແຕ່ພຽງ​ເລັກ​ນ້ອຍ ​ໃນ​ຄວາມ​ພະຍາຍາມ ທີ່​ຈະ​ບັນລຸ​ການ​ແກ້​ໄຂ​ແບບສັນຕິ​ນັ້ນ.

ຫລັງ​ຈາກ​ໄດ້​ມີ​ການ​ເຜີຍ​ແຜ່​ລາຍ​ງານໃຫ້ສາທາລະນະ​ຊົນຮູ້​ແລ້ວ ​ເຈົ້າ​ໜ້າ​ທີ່​ຮັກ ສາ​ຄວາມ​ປອດ​ໄພ​ພາຍ​ໃນ ຫຼື ISCO ກໍ​ໄດ້​ຍື່ນຟ້ອງ​ຕໍ່​ພວກ​ນັກ​ເຄື່ອນ​ໄຫວ ​ໂດຍກ່າວຫາ​ພວກ​ເຂົາ​ເຈົ້າວ່າ ​ໃສ່ຮ້າຍ​ປ້າຍ​ສີ ​ແລະ​ກະທຳ​ຄວາມ​ຜິດ ​ໃນ​ກົດໝາຍ​ກໍ່​ອາ​ຊະ​ຍາ​ກຳ​ທາງ​ຄອມ​ພິວ​ເຕີ. ພວກ​ເຂົາ​ເຈົ້າ​ປະ​ເຊີນ​ກັບ​ການ​ຕິດ​ຄຸກ ​ເຖິງ 5 ປີ ​ແລະ​ປັບ​ໃໝ ​ໃນ​ຈຳ​ນວນ​ເງິນ 2 ພັນ 8 ຮ້ອຍໂດ​ລາ.

ການ​ຕັດສິນໃຈ​ທີ່​ຈະ​ຍົກ​ເລີກ​ການ​ຟ້ອງ​ຮ້ອງ​ ​ໃນ​ວັນ​ອັງຄານຜ່ານ​ມາ​ນີ້ ມີ​ຂຶ້ນຫລັງຈາກ​ໄດ້
​ມີການເຈລະຈາ ​ແລະ​ການ​ຕົກລົງ ​ໂດຍ​ພວກ​ນັກ​ເຄື່ອນ​ໄຫວ ທີ່​ຈະນຳ​ສະ​ແດງ​ຫຼັກຖານ
ໃນ​ຂັ້ນຕໍ່​ໄປ ຕໍ່​ທາງອົງການ ISCO ກ່ອນ​ທີ່ຈະ​ນຳລາຍ​ງານ​ໃດໆ​ອອກ​ເຜີຍ​ແຜ່.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG