ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກເຄື່ອນໄຫວ ຊີເຣຍ ກ່າວວ່າ ລັດຖະບານ ຖີ້ມລະເບີດ ໃສ່ເມືອງຍຸດທະສາດ (ວີດີໂອ)


ສະມາຊິກ ປົດປ່ອຍ ຊີເຣຍ ກໍາລັງຍິງລູກລະເບີດທີ່ເຮັດດ້າວຄົນເອງ ໃນຂະນະທີ່ມີການປະທະກັນກັບ ລັດຖະບານ
ສະມາຊິກ ປົດປ່ອຍ ຊີເຣຍ ກໍາລັງຍິງລູກລະເບີດທີ່ເຮັດດ້າວຄົນເອງ ໃນຂະນະທີ່ມີການປະທະກັນກັບ ລັດຖະບານ
ບັນດາ​ນັກ​ເຄື່ອນ​ໄຫ​ວຊີ​ເຣຍກ່າວ​ວ່າ ເຮືອບິນ​ລົບຂອງ​ລັດຖະ
ບານໄດ້​ຖີ້ມລະ​ເບີດໃສ່​ຫົວ​ເມືອງ​ຍຸດ​ທະ​ສາດ​ແຫ່ງ​ນຶ່ງທີ່​ພວກ​|
ກະບົດ​ຍຶດ​ໄດ້​ໃນ​ອາ ທິດແລ້ວ​ນີ້ ​ໃນ​ຂະນະ​ທີ່ທະຫານຊີ​ເຣຍ
ປະ​ທະ​ກັນ​ກັບພວກ​ນັກລົບຝ່າ​ຍ ຄ້າຍຢູ່​ນ​ອກ​ນະຄອນຫລວງ
ຊີ​ເຣຍ.


ກຸ່ມ​ສິ້ງຊອດ​ສິດທິ​ມະນຸດ​ໃນຊີ​ເຣຍ ​ແລະ​ຄະນະ​ກໍາມະການ​ປະສານ​ງານ​ທ້ອງ​ຖິ່ນໄດ້​ລາຍ
ງານ​ໃຫ້​ຊາບ​ກ່ຽວ​ກັບ​ການ​ໂຈມ​ຕີ​ຖີ້ມລ​ະ​ເບີດ​ໃນ​ວັນ​ອັງ ​ຄານມື້ນີ້ ​ໃນ​ເຂດ​ເມືອງ Maaret al-Numan ໃນ​ແຂວງ Idlib ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ ​ຊຶ່ງ​ຕັ້ງຢູ່​ແຄມ​ທາງ​ຫຼວງ ​ເຊື່ອມ​ຕໍ່ລະຫວ່າ​ງກຸງ​ Damascus ​ຫາ​ເມືອ​ງ Aleppo. ​ໃນ​ຂະນະ​ດຽວ​ກັນກໍ​ມີ​ລາຍ​ງານ​ກ່ຽວ​ກັບ
ການ​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງ​ ໃນ​ວັນ​ອັງຄານມື້ນີ້ ຢູ່​ໃນເຂດ​ຊານ ເມືອງ ຂອງ​ນະຄອນ
ຫຼວງ Damasucs.

ການ​ສູ້​ລົບ​ກັນ​ຍັງ​ດໍາ​ເນີນ​ຢູ່​ຕໍ່​ໄປ ທ່າມກາງ​ການ​ເຕືອນ​ຂອງນາໆ​ຊາດທີ່ ​ເວົ້າວ່າ ສະຖານະ​ການ​ໃນຊີ​ເຣຍ ກໍາລັງ​ຊຸດ​ໂຊມ​ລົງ.

ຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ຈັນ​ວານ​ນີ້ ທູດ​ພິ​ເສດ ຂອງ​ອົງການ​ສະຫະ​ປະຊາ​ຊາດ ແລະສັນນິບາດ​ອາຣັບ ຮັບຜິດ ຊອບກ່ຽວ​ກັບ​ເລື່ອງຊີ​ເຣຍ ​ທ່ານ Lakhdar Brahimi ກ່າວ​ວ່າ ວິ​ກິດ​ການ ທີ່​ດຳ​ເນີນ​ມາ​ເປັນ​ເວລາ 19 ​ເດືອນໃນ​ຊີ​ເຣຍ “​ໄດ້​ຮ້າຍ​ແຮງ​ຂຶ້ນ ຕື່ມໃນແຕ່ລະມື້” ​ແລະ​ມີ​ຄວາມ​ຈຳ​ເປັນ ທີ່​ຈະຕ້ອງ​ຢຸດເຊົາ​ການ​ນອງ​ເລືອດນີ້.

ທ່ານ​ໄດ້​ຮຽກຮ້ອງ​ໃຫ້ອີຣ່ານຊ່ວຍເພື່ອ​ຈັດ​ໃຫ້​ມີການ​ຢຸດ​ຍິງ​ໃນ​ລະຫວ່າງ ບຸນ​ຂອງ​ຊາວ​ມຸສລິ​ມທີ່ມີ​ຊື່ວ່າ Eid al-Adha ຊຶ່ງ​ຈະ​ເລີ້ມ​ໃນ​ອາທິດ​ໜ້າ​ ນີ້.

ນາຍົກລັດຖະມົນ​ຕີອີຣັກ ທ່ານ Nouri al-Maliki ​ໄດ້ກ່າວ​ຢໍ້າ​ເຖິງ​ຄຳ ຮຽກ​ຮ້ອງ​ເພື່ອໃຫ້​ມີ​ການ​ແກ້ໄຂ​ໂດຍ​ໄວກ່ຽ​ວກັບບັນຫາຊີ​ເຣຍຫລັງ​ຈ​າກ ​ໄດ້​ພົບ​ປະ​ກັບ​ທ່ານ Brahimi ທີ່​ກຸງ Baghdad.

XS
SM
MD
LG