ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານຊີເຣຍ ຍັງສືບຕໍ່ ຍິງປືນໃຫຍ່ ຖະຫຼົ່ມ ນະຄອນດາມັສກັສ (ສະໄລດ໌)


Protesters shield themselves as they clash with police in central Kyiv, Jan. 20, 2014.
Protesters shield themselves as they clash with police in central Kyiv, Jan. 20, 2014.
ບັນດາ​ນັກ​ເຄື່ອນ​ໄຫວຊີ​ເຣຍ ລາຍ​ງານ​ວ່າ ກໍາລັງ​ຂອງ​ຝ່າຍລັດ
ຖະບານ​ຍັງ​ສືບ​ຕໍ່​ຍິງປືນ​ໃຫຍ່​ຖະຫລົ່ມ​ຢ່າງ​ຮ້າ​ຍ​ແຮງ ມື້​ນຶ່ງ​ຫລັງ​
ຈາກເລ​ຂາ​ທິການ​ໃຫຍ່ສະຫະ​ປະ ຊາ​ຊາດ ທ່ານ Ban Ki-
moon ໄດ້ສະ​ແດງ​ຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບການໂຈມຕີ​ທາງ​
ອາ ກາດ ​ແລະ​ທາງ​ປືນໃຫຍ່ ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ.


ບັນ​ດາ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ການ​ຍິງ​ປືນ​ໃຫຍ່ຖະຫລົ່​ມຄຸ້ມ Douma ​ໃນ​ເຂດ ຊານ​ເມືອງນະຄອນຫຼວງ Damuscus ​ໄດ້​ສັງຫານ​ສອງ​ຄົນ​ໃນ​ວັນ​ອັງ​ຄານມື້ນີ້ ​ແລະ​ນອກ​ນັ້ນ ກໍາລັງລັດຖະບານ ຍັງໄດ້ຍິງ​ຖະຫລົ່ມ​ທີ່​ໜັ້ນຕ່າງໆ ຂອງ​ພວກ​ກະບົດ ຢູ່​ນອກ​ນະຄອນ​ຫລວງນຳ​ດ້ວຍ.

ຄະນະ​ກໍາມະການ​ປະສານ​ງານ​ທ້ອງ​ຖິ່ນ ກ່າວ​ວ່າ ການ​ໂຈມ​ຕີ ​ຍັ​ງ​ໄດ້​ເກີດ​ຂື້ນ​ທີ່​ເມືອງ Daara ​ແລະ Idlib.

ໂຄສົກສະຫະ​ປະຊາ​ຊາດຄົນ​ນຶ່ງ ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ Ban ​ໄດ້​ຮ້ອງ​ຂໍ​ຕໍ່ ລັດ ຖະມົນຕີ​ການ​ຕ່າງປະ​ເທດຊີ​ເຣຍ ທ່ານ Walid al-Moualem ​ເພື່ອໃຫ້​ລັດຖະບານ ຈົ່ງ “ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນໃຈ ​ແກ່ປະຊາຊົນ​ຂອງ​ຕົນ.” ທັງ​ສອງ​ທ່ານ​ໄດ້​ພົບປະ​ກັນ​ຢູ່​ນ​ອກກອງ​ປະຊຸມສະມັດຊາ​ໃຫຍ່ ສະຫະ​ປະຊາ​ຊາດ ທີ່ນະຄອນ​ນິວຢ້ອກ.

​ໃນຂະນະ​ທີ່​ກ່າວ​ຄໍາ​ປາໄສ ​ຕໍ່ກອງ​ປະຊຸມສະມັດຊາ​ໃຫຍ່ ສະຫະ​ປະຊາ​ຊາດນັ້ນ ທ່ານ Moualem ​ໄດ້ກ່າວ​ຫາວ່າ ສະຫະລັດ ຝຣັ່ງ ກາ​ຕ້າ ຊາ​ອຸ​ດີອາ​ຣາ​ເບຍ ​ແລະ​ເທິ​ກີ ໃຫ້ການ​ສະໜັບສະໜຸນຕໍ່ “ພວກ​ກໍ່​ການ​ຮ້າຍ” ​ໃນຊີ​ເຣຍ ​ໂດຍ​ການ​ສົ່ງອາວຸດ​ ແລະ​ເງິນ​ໄປ​ໃຫ້​ພວກ​ກະບົດ. ທ່ານຍັງໄດ້​ໃຫ້​ທັດສະນະກ່ຽວ​ກັບ​ການ ທີ່​ຢາກ​ໃຫ້ປະທານາທິບໍດີຊີ​ເຣຍ ທ່ານ Bashar al-Assad ລາ​ອອກ​ຈາກ​ໜ້າ​ທີ່​ນັ້ນ​ວ່າ “​ເປັນ​ການ​ແຊກ​ແຊງ​ໂດຍ​ກົງ” ​ເຂົ້າ​ໃນ​ກິດ​ຈະ​ການພາຍ​ໃນ​ຂອງຊີ​ເຣຍ.

ອົງການຂ່າວ​ SANA ຂອງ​ລັດຖະບານຊີ​ເຣຍ ກ່າວ​ວ່າ ​ໃນ​ວັນ​ອັງ​ຄານມື້ນີ້ ທະ ຫານໄດ້​ສັງຫານພວກກໍ່​ການ​ຮ້າຍກຸ່ມ​ນຶ່ງ ແລະ​ໄດ້​ທໍາລາຍ “​ໂຮງງານ​ເຮັດ​ລະ ເບີດ” ຢູ່​ທີ່​ເມືອງ Aleppo.

ໃນ​ວັນ​ຈັນ​ວານ​ນີ້​ໄດ້​ເກີດໄຟໄໝ້ຢູ່​ໃນ​ຫລາຍໆເຂດຂອງເມືອງ ​Aleppo ຊຶ່ງ​ເປັນ ​ຫົວເກົ່າ​ແກ່​ສະ​ໄໝໂບຮານ​ໃນ​ຂະນະ​ທີ່ພວກ​ກະບົດ​ແລະ​ກໍາລັງ​ລັດຖະບານພວມ​ ທຳ​ການ​ສູ້​ລົບ​ກັນ​ຢ່າງ​ດຸ​ເດືອດຢູ່​ນັ້ນ.

XS
SM
MD
LG