ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄູບາທີ່ເປັນນັກເຄື່ອນໄຫວ ຫລົບໜີອອກຈາກ ກໍາປູເຈຍ ຍ້ອນຢ້ານຖືກຈັບ ແລະໃຫ້ສິກຈາກການເປັນພະ


ຄູບາ Bor Bet ທີ່ເປັນນັກເຄື່ອນໄຫວຖືປ້າຍທີ່ຂຽນວ່າ 'Free Mr. Rong Chhun' ຊຶ່ງແປວ່າ “ຈົ່ງປ່ອຍຕົວທ່ານຣອງ ຈະຮຸນ) ຢູ່ຕໍ່ໜ້າສານໃນນະຄອນພະນົມເປັນ ໃນເດືອນສິງຫາ 2020. (ພາບໂດຍຄູບາ Bor Bet)
ຄູບາ Bor Bet ທີ່ເປັນນັກເຄື່ອນໄຫວຖືປ້າຍທີ່ຂຽນວ່າ 'Free Mr. Rong Chhun' ຊຶ່ງແປວ່າ “ຈົ່ງປ່ອຍຕົວທ່ານຣອງ ຈະຮຸນ) ຢູ່ຕໍ່ໜ້າສານໃນນະຄອນພະນົມເປັນ ໃນເດືອນສິງຫາ 2020. (ພາບໂດຍຄູບາ Bor Bet)

ໃນລະດູຮ້ອນທີ່ຜ່ານມາ, ພະສົງທີ່ເປັນນັກເຄື່ອນໄຫວທີ່ມີຊື່ສຽງອົງນຶ່ງຂອງກຳປູເຈຍ, ຄູບາບໍເບັດ (Bor Bet) ໄດ້ເຂົ້າຮ່ວມການປະທ້ວງ ທີ່ເກີດຈາກການຈັບກຸມຜູ້ນຳຂອງຜູ້ອອກແຮງງານ, ທ່ານຣອງ ຈະຮຸນ (Rong Chhun). ດຽວນີ້ພະສົງອົງດັ່ງກ່າວໄດ້ຫລົບໜີໄປຢູ່ປະເທດໄທກັບຜູ້ຄັດຄ້ານລັດຖະບານກຳປູເຈຍຄົນອື່ນໆ, ໂດຍໃຫ້ຄໍາໝັ້ນສັນຍາວ່າ ຈະກັບຄືນບ້ານ.

ເຊັ່ນດຽວກັນກັບພະສົງສາມະເນນຂອງກຳປູເຈຍຫຼາຍໆອົງ ຄູບາບໍເບັດໄດ້ມີຄວາມຄິດໃນດ້ານການເຄື່ອນໄຫວ, ເຮັດວຽກຮ່ວມກັບແນວໂຮມຂອງຂະບວນການທີ່ຄັດຄ້ານຕໍ່ລັດຖະບານທີ່ນັບມື້ນັບຜະເດັດການຂອງນາຍົກລັດຖະມົນຕີຮຸນ ເຊນ. ພວກສະໜັບສະໜຸນປະຊາທິປະໄຕ, ສະຫະພັນກໍາມະບານ, ພວກປົກປ້ອງສິດທິມະນຸດ, ແລະປົກປ້ອງສິ່ງແວດລ້ອມ ເຂົາເຈົ້າລ້ວນແຕ່ເຂົ້າຮ່ວມການເດີນຂະບວນຂອງກັນແລະກັນ.

ເມື່ອເຈົ້າໜ້າທີ່ໄດ້ຈັບກຸມທ່ານຣອງ ຈະຮຸນ (Rong Chhun), ອະດີດນັກປົກປ້ອງສິດທິມະນຸດໃນວັນທີ 31 ກໍລະກົດຜ່ານມາ ແລະກ່າວຫາທ່ານວ່າ "ທໍາການກະຕຸ້ນທີ່ໃຫ້ເກີດຄວາມບໍ່ສະຫງົບໃນສັງຄົມ," ໃນຂະນະທີ່ທ່ານໄດ້ຕິດຕາມຄະດີຂອງພວກຊາວນາຢູ່ໃນແຂວງຕະບອງ ຂະມໍາ, ຊຶ່ງເປັນແຂວງນຶ່ງ ຢູ່ຊາຍແດນຕິດກັບຫວຽດນາມ ບ່ອນທີ່ວ່າດິນຂອງພວກເຂົາເຈົ້າ ຖືກຢຶດໄປໂດຍເປັນສ່ວນນຶ່ງຂອງການປັກຫຼັກໝາຍຊາຍແດນຢ່າງເປັນທາງການຊຶ່ງເປັນບັນຫາຖົກຖຽງກັນມາເປັນເວລາດົນນານນັ້ນ.

ຄູບາບໍເບັດ ຊຶ່ງເປັນຜູ້ນຶ່ງ ໃນບັນດາພວກທີ່ເປັນພັນທະມິດຢ່າງບໍ່ເປັນທາງການຂອງນັກເຄື່ອນໄຫວນັ້ນ ໄດ້ລົງໄປສູ່ຖະໜົນຫົນທາງໃນນະຄອນພະນົມເປັນຢ່າງວ່ອງໄວ. ການປະທ້ວງທີ່ສະໜັບສະໜູນທ່ານ ຣອງ ຈະຮຸນ ແມ່ນຖືວ່າເປັນການກະທຳທີ່ຜິດກົດໝາຍ ຂອງລັດຖະບານ ເຊິ່ງໄດ້ຈັບກຸມ ແລະກ່າວຫາຢ່າງ
ໜ້ອຍ 12 ຄົນໃນຂໍ້ຫາ “ກໍ່ໃຫ້ເກີດການກະທໍາຜິດກົດໝາຍທີ່ຮຸນແຮງ ຫຼືກໍ່ກວນຄວາມບໍ່ສະຫງົບໃນສັງຄົມ” ແລະ “ຂັດຂວາງອຳນາດການປົກຄອງ.”

ບັນດາກຸ່ມປົກປ້ອງສິດທິມະນຸດຢູ່ໃນທ້ອງຖິ່ນກ່າວວ່າ ຂໍ້ກ່າວຫາດັ່ງກ່າວແມ່ນສ່ວນນຶ່ງຂອງຄວາມພະຍາຍາມຂອງລັດຖະບານທີ່ຈະເຮັດໃຫ້ພວກຕ້ານລັດຖະ ບານ ບໍ່ໃຫ້ອອກປາກອອກສຽງໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG