ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

11 ຄົນບາດເຈັບ ໃນການໂຈມຕີ ທີ່ໃຊ້ລົດ ແລ່ນເຂົ້າຕຳ ກຸ່ມນັກສຶກສາ ແລະໃຊ້ພ້າຟັນ

ສະຖານທີ່ເກີດອາຊະຍາກຳ ບ່ອນທີ່ເຈົ້າໜ້າທີ່ສືບສວນ ສອບສວນ ກຳລັງເກັບກຳເອົາຫຼັກຖານ ຈາກທາງຍ່າງ ໃນຂະນະທີ່ ຕຳຫຼວດຮັບມື ກັບການໂຈມຕີ ຢູ່ທີ່ມະຫາວິທະຍາໄລ ລັດ Ohio ຫຼື OSU, ວັນທີ 28 ພະຈິກ 2016, ໃນນະຄອນ Columbus ຂອງລັດ Ohio.

ນັກສຶກສາ ຊາວໂຊມາເລຍ ຂອງມະຫາວິທະຍາໄລ ລັດ Ohio ຫຼື OSU ໄດ້ຂັບລົດ ຂອງລາວ ແລ່ນເຂົ້າໃສ່ຝູງຄົນທີ່ຍ່າງຢູ່​ແຄມທາງ ໃນວັນຈັນວານນີ້ ແລະ ຕໍ່ຈາກນັ້ນ ກໍໄດ້ອອກມາຈາກລົດ ແລ້ວເລີ່ມຕົ້ນແທງຜູ້ຄົນ ຢ່າງ​ບໍ່​ເລືອກ​ໜ້າ ເຮັດໃຫ້ 11 ຄົນ ໄດ້ຮັບບາດເຈັບ. ຜູ້ກ່ຽວໄດ້ຖືກຍິງຕາຍໂດຍເຈົ້າໜ້າທີ່ຕຳຫຼວດ.

ລົດຄັນໜຶ່ງ ຊຶ່ງຕຳຫຼວດ ກ່າວວ່າ ໄດ້ຖືກນຳໃຊ້ ໂດຍຜູ້ກໍ່ການຮ້າຍ ເພື່ອແລ່ນໄປຕຳເອົາກຸ່ມນັກສຶກສາ ທີ່ຢູ່ນອກຫໍປະຊຸມ Watts ຂອງເຂດມະຫາວິທະຍາໄລ ລັດ Ohio ໃນນະຄອນ Columbus, ວັນທີ 28 ພະຈິກ 2016. (Courtesy of Mason Swires/thelantern.com)

ຜູ້ບັນຊາການຕຳຫຼວດທີ່ນະຄອນ Columbus ທ່ານນາງ Kim Jacobs ໄດ້ກ່າວວ່າ “ພວກເຮົາຕ້ອງພິຈາລະນາວ່າ ມັນເປັນ” ການໂຈມຕີກໍ່ການຮ້າຍ.

ມະຫາວິທະຍາໄລ ລັດ Ohio ໄດ້ລະບຸໂຕຄົນຮ້າຍ ຄື ທ້າວ Abdul Razak Ali Artan ຊຶ່ງເປັນນັກສຶກສາຂອງ​ມະຫາວິທະຍາ​ໄລ. ປະຊາຊົນ​ໃນ​ນະ​ຄອນ Columbus ກ່າວຕໍ່ ວີໂອເອ ພະແນກພາສາ ໂຊມາເລຍ ວ່າ ຊາຍຄົນນັ້ນ ມີເຊື້ອສາຍໂຊມາເລຍ ແລະ ມີອາຍຸປະມານ 20 ປີ.

ນັກສຶກສາທີ່ຊື່ດຽວກັນນີ້ ໄດ້ມີ​ການ​ຂຽນປະຫວັດຂໍ້​ມູນ ລົງ​ໃນໜັງສືພິມນັກສຶກສາສະບັບ​ເມື່ອເດືອນສິງຫາຜ່ານມາ ຊຶ່ງຜູ້ກ່ຽວໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບການຂາດແຄນ ຂອງຫ້ອງສວດມົນ ສຳລັບຊາວມຸສລິມ ຢູ່ໃນເຂດມະຫາວິທະຍາ.

ບັນດາເຈົ້າໜ້າທີ່ໂຮງໝໍ ໄດ້ກ່າວວ່າ ພວກຜູ້ເຄາະຮ້າຍທີ່ໄດ້ຮັບບາດເຈັບນັ້ນ ບໍ່ມີຜູ້ໃດ ມີອາການສາຫັດ​ ທີ່​ເປັນອັນຕະລາຍເຖິງແກ່ຊີວິດ.

ແຜນທີ່ ຂອງບໍລິເວນ ທີ່ນັກສຶກສາ ຊາຍໜຸ່ມຊາວໂຊມາເລຍ ຂອງມະຫາວິທະຍາໄລ ລັດ Ohio ກໍ່ເຫດການໂຈມຕີ ດ້ວຍລົດຍົນ ແລະ ພ້າຟັດຄົນ.
ແຜນທີ່ ຂອງບໍລິເວນ ທີ່ນັກສຶກສາ ຊາຍໜຸ່ມຊາວໂຊມາເລຍ ຂອງມະຫາວິທະຍາໄລ ລັດ Ohio ກໍ່ເຫດການໂຈມຕີ ດ້ວຍລົດຍົນ ແລະ ພ້າຟັດຄົນ.

ປະທານມະຫາວິທະຍາ​ໄລ OSU ທ່ານ Michael Drake ໄດ້ກ່າວວ່າ ໃນເບື້ອງຕົ້ນ ມີຂ່າວລືວ່າ ມີຜູ້ຕ້ອງສົງໄສ ຄົນທີສອງ. ເຖິງຢ່າງໃດກໍຕາມ ທ່ານ Drake ໄດ້ກ່າວວ່າ ເຈົ້າໜ້າທີ່ຕຳຫຼວດ ໄດ້ກວດຄົ້ນ ບໍລິເວນ ແລະ ເຊື່ອວ່າ ມີຜູ້ຮ້າຍພຽງຄົນດຽວເທົ່ານັ້ນ. ອົງການສັນຕິບານກາງ FBI ກໍໄດ້ເຂົ້າຮ່ວມໃນການສືບສວນສອບສວນນີ້.

ທ່ານ Drake ໄດ້ກ່າວອີກວ່າ ທ່ານຈະບໍ່ສັນນິຖານ ກ່ຽວກັບຈຸດປະສົງ​ໃນການໂຈມຕີ. ທ່ານໄດ້ກ່າວວ່າ ມັນເປັນການໂຈມຕີທີ່ເຈາະຈົງ ເພາະວ່າ ຜູ້ຕ້ອງສົງ ໄສຂັບລົດ ຂອງ
ລາວ ຂຶ້ນຂອບທາງ ເພື່ອຕຳພວກຄົນຍ່າງ ຢູ່ເທິງທາງຍ່າງ. ທ່ານໄດ້ກ່າວຕື່ມວ່າ ຜູ້ຕ້ອງສົງໄສ ຕໍ່ຈາກນັ້ນ ໄດ້ອອກມາຈາກລົດ ແລະເລີ້ມ​ເອົາ​ພ້າຟັນຜູ້ຄົນ.

ຜູ້ບັນຊາການຕຳຫຼວດ ຂອງມະຫາວິທະຍາ​ໄລ OSU ທ່ານ Craig Stone ໄດ້ກ່າວວ່າ ຕຳຫຼວດຂອງວິທະຍາໄລ ໄດ້ໄປຮອດຈຸດເກີດເຫດ ແລະ ໄດ້ຍິງສັງຫານຜູ້ຕ້ອງສົງໄສ ພາຍໃນບໍ່ເທົ່າໃດນາທີ ຫຼັງຈາກການໂຈມຕີໄດ້ເລີ້ມຂຶ້ນ. ບັນດາເຈົ້າໜ້າທີ່ ກ່າວວ່າ ຕຳຫຼວດ Alan Horujko ບັງເອີນ ຢູ່ໃນບໍລິເວນເກີດ​ເຫດ ຍ້ອນວ່າ ນ້ຳມັນຮົ່ວ ແລະ ໄດ້ເຫັນເຫດການກຳລັງເກີດຂຶ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Police Activity at Scene of Ohio State University Shooting
please wait

No media source currently available

0:00 0:00:56 0:00

XS
SM
MD
LG