ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ແພດທຣິກ ແຊນນາແຮນ ກ່າວວ່າ ຈີນ ຍັງຄົງ ເປັນບູລິມະສິດ ອັນດັບສູງ


Tensions Rise With Iran, N. Korea, But Shanahan's Focus Is on China
please wait

No media source currently available

0:00 0:01:44 0:00

ເຊີນຊົມ ວີດີໂອ ພາສາອັງກິດ

ລັດຖະມົນຕີນຮັກສາການຊົ່ວຄາວ ກະຊວງປ້ອງກັນປະເທດ ທ່ານແພັດ ແຊນນາແຮນ
ກ່າວວ່າ ຈີນຍັງຄົງເປັນບູລິິມະສິດ ອັນດັບສູງໃນດ້ານການປ້ອງກັນປະ​ເທດຂອງທ່ານຢູ່
ແຕ່ຄວາມໝາຍອັນນັ້ນ ອາດຈະບໍ່ມີນ້ຳໜັກເລີຍ ໃນລະຫວ່າງ ການເດີນທາງໄປຍັງ
ເອເຊຍ ຂະນະທີ່ ໄພຂົ່ມຂູ່ຂອງອີຣ່ານ ຍັງປະກົດໃຫ້ເຫັນ ຊຶ່ງມີຜົນຕໍ່ແຜນການທັງຫຼາຍ
ຂອງອາເມຣິກາ ທີ່ຈະເພັ່ງເລັງໃສ່ຄູ່ແຂ່ງມະຫາອຳ ນາດດັ່ງກ່າວ.

ໃນການກ່າວຖະແຫຼງຕໍ່ບັນດານັກຂ່າວ ລະຫວ່າງການເດີນທາງໄປຍັງນະຄອນຫຼວງ
ຈາກາຕາ ໃນວັນພຸດວານນີ້ ທ່ານແຊນນາແຮນ ໄດ້ກ່າວວ່າ ໄພຂົ່ມຂູ່ໃນ ເຂດພາກ
ຕາເວັນອອກກາງ ແລະເກົາຫຼີເໜືອ ຈະ “ຍາດເອົາເວລາໄປຫຼາຍ” ແຕ່ສະຫະລັດ
ຕ້ອງບໍ່ສູນເສຍເປົ້າໝາຍຂອງການເສີມຂະຫຍາຍອຳນາດດ້ານ ການທະຫານຂອງຈີນ.

“ການຈັດຕັ້ງປະຕິບັດ ຍຸດທະສາດໃນດ້ານປ້ອງກັນຊາດ ເປັນບູລິມະສິດອັນດັບສູງ
ຂອງຂ້າພະເຈົ້າ ແລະຈີນ ເປັນບູລິມະສິດ ພາຍໃນ ຍຸດທະສາດ ໃນດ້ານ ການປ້ອງ
ກັນຊາດ ນຳ”
ທ່ານແຊນນາແຮນ ໄດ້ກ່າວຕອບຕໍ່ຄຳຖາມຈາກວີໂອ ເອ. ທ່ານໄດ້ອ້າງ
ອີງເຖິງ ແນວທາງໃນການຫັນປ່ຽນ ຈາກການຕໍ່ຕ້ານການກໍ່ການຮ້າຍເປັນສ່ວນໃຫຍ່ ຂອງຄະນະລັດຖະບານ ທ່ານທຣຳ ໄປສູ່ນະໂຍບາຍ ທີ່ເພັ່ງເລັງໃສ່ເລື້ອງການແຂ່ງຂັນ
ກັບຣັດເຊຍ ແລະຈີນ ໃຫ້ຫຼາຍຂຶ້ນ.

ທ່ານແຊນນາແຮນ ໄດ້ເລີ້ມດຳເນີນການ ໃນສິ່ງທີ່ບັນດາເຈົ້າໜ້າທີ່ ເອີ້ນວ່າ “ການເດີນ
ທາງເພື່ອໄປຮັບຟັງ”
ໃນຂົງເຂດເອເຊຍ-ປາຊີຟິກ ທີ່ແນໃສ່ເພື່ອ ໃຫ້ການຄ້ຳປະກັນ
ຕໍ່ບັນດາພັນທະມິດ ຄວາມໝັ້ນໝາຍຂອງອາເມຣິກາ ຕໍ່ພວກເຂົາເຈົ້າ. ທ່ານ
ແຊນນາແຮນ ແມ່ນມີກຳນົດ ຈະກ່າວຄຳປາໄສ ໃນເລື້ອງທ່າທີ ຂອງກອງທັບສະຫະລັດ
ໃນເອເຊຍ ຊຶ່ງຈະເພັ່ງເລັງໃສ່ຈີນໂດຍສະເພາະ ໃນລະ ຫວ່າງກອງປະຊຸມປະຈຳປີ ໃນ
ດ້ານການປ້ອງກັນປະເທດ ທີ່ມີຊື່ວ່າ Shangri La ຢູ່ທີ່ສິງກະໂປ ໃນທ້າຍສັບປະດານີ້.

ທ່ານແຊນນາແຮນ ໄດ້ເວົ້າວ່າ “ຂ້າພະເຈົ້າ ບໍ່ໄດ້ໄປຈ່າວຂາຍຫຍັງຢູ່ທີ່ນັ້ນ.”

ໃນລະຫວ່າງກອງປະຊຸມດັ່ງກ່າວ ລັດຖະມົນຕີຮັກສາການຊົ່ວຄາວ ກະຊວງປ້ອງກັນ
ປະເທດສະຫະລັດ ທ່ານນີ້ ຄາດກັນວ່າ ຈະພົບປະກັບ ລັດຖະມົນຕີ ປ້ອງກັນປະເທດ
ຂອງຈີນ ທ່ານ ວີ ເຟິງເຮ. ທ່ານແຊນນາແຮນ ໄດ້ກ່າວວ່າ ທ່ານຈະລະບຸພາກສ່ວນຕ່າງໆ
ຂອງການຮ່ວມມືກັບປັກກິ່ງ ແລະຈະຊີ້ໃຫ້ເຫັນ ບັນຫາຕ່າງໆ ບ່ອນທີ່ຈີນ ແລະສະຫະລັດ
ບໍ່ເຫັນດີນຳກັນ ຢ່າງກົງໄປກົງມາ.

ທັງສອງປະເທດດັ່ງກ່າວ ແມ່ນກຳລັງມີສົງຄາມການຄ້ານຳກັນ ຢ່າງລົງເລິກ ໃນຂະນະ
ດຽວກັນ ກອງທັບຂອງພວກເຂົາເຈົ້າ ສືບຕໍ່ແຍ່ງຊີງເພື່ອຂະຫຍາຍອິດທິພົນຢູ່ໃນພາກພື້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG