ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພະ​ລັງ ຫ້າວ​ຫັນ ຢູ່ໃນ ສະ​ພາຕ່ຳ ຕໍ່​ການ ແຕ່ງ​ຕັ້ງ ທ. ວິດ​ເທ​ເກີ ເປັນຜູ້ ຮັກສາການ ລມຕ ກຊ ຍຸ​ຕິ​ທຳ ເພີ້ມຄວາມ​ຮ້ອນ​ແຮງຂຶ້ນ


ທ່ານ​ແມັ​ຕ ວິດ​ເທເກີ ເວ​ລາ​ນັ້ນ​ເປັນ​ຫົວ​ໜ້າ​ຫ້ອງ​ການ​ກະ​ຊວງ​ຍຸ​ຕິ​ທຳ ວັນ​ທີ 29 ສິງ​ຫາ 2018​.
ທ່ານ​ແມັ​ຕ ວິດ​ເທເກີ ເວ​ລາ​ນັ້ນ​ເປັນ​ຫົວ​ໜ້າ​ຫ້ອງ​ການ​ກະ​ຊວງ​ຍຸ​ຕິ​ທຳ ວັນ​ທີ 29 ສິງ​ຫາ 2018​.

ການ​ອອກ​ຈາກ​ຕຳ​ແໜ່ງ​ຂອ​ງ​ທ່ານ ​ແຈັ​ຟ ແຊັ​ສ​ສັນ ໃນ​ນາມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ
ເຮັດ​ໃຫ້ການ​ສະ​ແດງ​ຄວາມ​ຫ້າວ​ຫັນ​ອອກ​ມາ​ໃໝ່ ຂອງ​ພວກ​ສະ​ມາ​ຊິກ​ສະ​ພາ​ຕໍ່​ຈາກ
ພັກ​ເດ​ໂມ​ແຄ​ຣັດ ກ່ຽວ​ກັບ​ການ​ສືບ​ສວນ​ເລື້ອງ​ການ​ພົວ​ພັນ​ຂອງ​ຣັດ​ເຊຍໃນ​ການ​ເລືອກ
​ຕັ້ງ​ປະ​ທາ​ນາ​ທິບໍ​ດີ ປີ 2016 ນັ້ນປາ​ກົດ​ວ່າ​ກຳ​ລັງ​ເລີ້ມໄດ້​ຮັບ​ແຮງ​ກະ​ຕຸ້ນຂຶ້ນ.

ໜັງ​ສື​ພິ​ມວໍຊິ​ງ​ຕັນ​ໂພ​ສ໌ ໃນ​ວັນ​ພະ​ຫັດ​ວານ​ນີ້ ໄດ້​ອ້າງ​ເຖິງ​ຄຳ​ເວົ້າ​ຂອງ​ແຫຼ່ງ​ຂ່າວ​ທີ່​ມີ​
ຄວາມໃກ້​ຊິດ​ກັບວ່າ ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງຍຸ​ຕິ​ທຳ​, ທ່ານ​ແມັ​ຕ ວິດ​ເທເກີ ​ລາຍ​
ງານ​ວ່າ ທ່ານ​ບໍ່​ມີເຈດ​ຕະ​ນາ ທີ່​ຈະຂໍ​ຖອນ​ໂຕຈາກ​ການ​ຮັບ​ຜິດ​ຊອບດູ​ແລ​ໄອ​ຍະ​ການ
​ພິ​ເສດ ​ໃນ​ເລື້ອງ​ສືບ​ສວນການແຊ​ກ​ແຊງຂອງ​ຣັດ​ເຊຍເຂົ້າໃນການ​ເລືອກ​ຕັ້ງ​ປີ 2016
ຍ້ອນ​ວ່າ ​ທ່ານ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ສືບ​ສວນນັ້ນ​ຢູ່​ໃນ​ຂອບ​ເຂດຄວາມ​ສາ​ມາດ
​ສ່ວນ​ໂຕ​ຂອງ​ທ່ານ. ທ່ານ​ວິດ​ເທ​ເກີ ແມ່ນອ​ະ​ດີດຫົວ​ໜ້າ​ຫ້ອງ​ການຂອງ​ທ່ານ​ແຊັ​ສ​ສັນ.

ແຫຼ່ງ​ຂ່າວ​ດຽວກ​ກັນ​ຍັງໄດ້​ບອກ​ໜັງສື​ພິມວໍ​ຊິງ​ຕັນໂພ​ສວ່າ ເຂົາ​ເຈົ້າ​ບໍ່​ເຊື່ອດອກ​ວ່າ​
ທ່ານ​ຈະໃຫ້​ການ​ອະ​ນຸ​ມັດ​ໃດໆ ທີ່​ຮຽກ​ຮ້ອງ​ເອົາເອກ​ະ​ສານ​ທີ່​ໃຊ້​ເປັນ​ພາກ​ສ່ວນ​ໃນ
ການ​ສືບ​ສວນ​ຈາກປະ​ທາ​ນາ​ທິບໍ​ດໍ​ໂນ​ລ ທ​ຣຳ.

ທີ່​ປຶກ​ສາ​ທຳ​ນຽບ​ຂາວ ທ່​ານ​ນາງ​ແຄ​ລ​ຢານ ຄອນ​ເວ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ ໃນ​ວັນ
​ພະ​ຫັດ​ວານ​ນີ້​ວ່າ ທ່ານ​ນາງ​ບໍ່ໄດ້​ເຫັນວ່າ ຈະ​ມີ​ເຫດ​ຜົນໃດໆ ທີ່​ເຮັດ​ໃຫ້ ທ່ານ​ວິດ​ເທເກີ
​ ຂໍ​ຖອນ​ໂຕ​ຈາກການ​ດູ​ແລ​ເລື້ອງນີ້.

ທ່ານ​ໂຣ​ເບີດ​ ມັ​ລ​ເລີ ໄອ​ຍະ​ການ​ສືບ​ສວນ​ພິ​ເສດ ກ່ຽວກ​ັບ​ການ​ແຊກ​ແຊງ​ຂອງ​ຣັດ​ເຊຍ ໃນ​ການ​ເລືອກ​ຕັ້ງ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ປີ 2016.
ທ່ານ​ໂຣ​ເບີດ​ ມັ​ລ​ເລີ ໄອ​ຍະ​ການ​ສືບ​ສວນ​ພິ​ເສດ ກ່ຽວກ​ັບ​ການ​ແຊກ​ແຊງ​ຂອງ​ຣັດ​ເຊຍ ໃນ​ການ​ເລືອກ​ຕັ້ງ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ປີ 2016.

ທ່ານ​ນາງ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ບໍ່ຮູ້​ວ່າ ມີ​ເຫດ​ຜົນ​ຫຍັງ ທີ່​ທ່ານ​ຕ້ອງ​ຖອນ​ໂຕ.​ຂ້າ​ພະ
​ເຈົ້າຈະ​ບໍ່​ຖອນ​ໂຕ. ທ່ານກໍ​ບໍ່ຖອນ​ໂຕ.”

ແຕ່​ຢູ່​ໃນ​ລາຍ​ງ​ານ​ບົດ​ໃຫ້​ຄວາມ​ຄິດ​ເຫັນ ຢູ່ໃນ​ໜັງ​ສື​ພິມ​ນິ​ຢອ​ກ​ໄທມ໌ ​ທີ່​ໄດ້​ເຜີຍ​ແຜ່​ຢູ່ອິນ​
ເຕີ​ແນັດ ໃນ​ວັນ​ພະ​ຫັດ​ວານ​ນີ້ ທ່ານ​ຈອດຈ໌ ຄອນ​ເວ ສາ​ມີ​ຂອງ​ທ່ານນ​າງ​ ຄອນ​ເວ,ເອີ້ນ
ການ​ແຕ່ງ​ຕັ້ງທ່ານ​ວິດ​ເທ​ເກີ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີວ່າ “ບໍ່​ຖືກ​ຕ້ອງ​ຕາມ​ລັດ​ຖະ​ທຳ​ມະ​ນູນ.”

ທ່ານຂຽນ​ວ່າ “ມັນຜິດ​ກົດ​ໝາຍ. ແລະ​ໝາຍ​ຄວາມ​ວ່າທຸກ​ສິ່ງ​ທຸກ​ຢ່າງ​ທີ່​ທ່ານ​ວິດ​ເທເກີ
​ເຮັດ​ນັ້ນ ຫຼື​ພະ​ຍາ​ຍາມ​ທີ່​ຈະ​ເຮັດຢູ່​ໃນ​ໜ້າ​ທີ່​ນັ້ນ ແມ່ນ​ບໍ່​ຖືກ​ຕ້ອງ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສ​ດາອັງ​ກິດ

XS
SM
MD
LG