ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫົວໜ້າ ທຳນຽບຫ້າແຈ ຈະຖືກສືບສວນ ດ້ານຈັນຍາບັນ


ຜູ້ຮັກສາການຊົ່ວຄາວແທນ ລມຕ ປ້ອງກັນປະເທດ ທ່ານ Pat Shanahan ຊ້າຍ ໄປເຖິງກາບູລ ອັຟການິສຖານ ວັນທີ 11 ກຸມພາ ປີ 2019
ຜູ້ຮັກສາການຊົ່ວຄາວແທນ ລມຕ ປ້ອງກັນປະເທດ ທ່ານ Pat Shanahan ຊ້າຍ ໄປເຖິງກາບູລ ອັຟການິສຖານ ວັນທີ 11 ກຸມພາ ປີ 2019

ຫ້ອງການກວດກາທົ່ວໄປຂອງທຳນຽບຫ້າແຈແພນຕາກອນ ໄດ້ລົງມືສືບສວນ ກ່ຽວ
ກັບຂໍ້ກ່າວຫາ ຕໍ່ລັດຖະມົນຕີປ້ອງກັນປະເທດຮັກ​ສາ​ການຊົ່ວຄາວ ທ່ານ Pat
Shanahan ເລື້ອງກົດລະບຽບຈັນຍາບັນໂດຍການສົ່ງເສີມອະດີດນາຍ ຈ້າງ ບໍ​ລິ​
ສັດ Boeing ຂອງເພິ່ນ ໃນຂະນະທີ່ຮັບໃຊ້ລັດຖະບານຂອງທ່ານ ທຣຳຢູ່.

ກຸ່ມພົນລະເມືອງສິ້ງຊອມ ໃນການຮັບຜິດຊອບແລະຈັນຍາບັນ ໃນວໍຊິງຕັນ ໄດ້ຍື່ນຄຳ
ຕໍ່ວ່າດ້ານຈັນຍາ ໃນສັບປະດາແລ້ວນີ້ ໂດຍ​ກ່າວ​ອ້າງວ່າ ປາກົດວ່າ ທ່ານ Shanahan
ໄດ້ສົ່ງເສີມບໍ​ລິ​ສັດ Boeing ແລະດູຖູກ ອະດີດຄູ່ແຂ່ງ ເຊັ່ນບໍ​ລິ​ສັດ Lockheed Martin
ຢູ່ໃນຄຳຖະແຫລງຂອງທ່ານ.

ຕົວຢ່າງອັນນຶ່ງ ທີ່ມີຢູ່ໃນຄຳຈົ່ມວ່າ ການກ່າວຫາກໍຄື ທ່ານ Shanahan ໄດ້ ຊຸກຍູ້ທຳ
ນຽບຫ້າແຈ ໃຫ້ຊື້ເຄື່ອງບິນລົບ​ອາຍ​ພົ່ນໂບອິງ ລຸ້ນ F-15X ຫຼາຍກວ່າເຮືອບິນລົບອາຍ
ພົ່ນຈາກຄູ່ແຂ່ງຂອງໂບອິງ.

ຫ້ອງການຂອງລັດຖະມົນຕີດັ່ງກ່າວ ໄດ້ອອກຖະແຫລງການ ໃນວັນພຸດວານນີ້ ເນັ້ນຢໍ້າ
ວ່າ ທ່ານ Shanahan ຍິນດີໃຫ້ຜູ້ກວດກາທົ່ວໄປສຳຫລວດຄືນ.”

ຖະແຫລງການດັ່ງກ່າວອ່ານວ່າ “ລັດຖະມົນຕີຊົ່ວຄາວ Shanahan ຄົງມີພັນ ທະຕະ
ຫລອດມາ ໃນການນັບຖືຂໍ້ຕົກລົງເລື້ອງຈັນຍາບັນ ທີ່ໄດ້ຍື່ນຕໍ່ ດີໂອດີ. ຂໍ້ຕົກລົງດັ່ງ
ກ່າວ ເຮັດໃຫ້ແນ່ໃຈວ່າ ເລື້ອງໃດໆທີ່ກ່ຽວຂ້ອງກັບໂບອິງ ແມ່ນຈະ ໃຫ້ພວກເຈົ້າໜ້າທີ່
ທີ່ເໝາະສົມພາຍໃນທຳນຽບຫ້າແຈແກ້ໄຂເພື່ອລົບລ້າງຄວາມ ຂັດແຍ້ງທີ່ອາດມີຂຶ້ນ
ຫລືມີແທ້ ກັບເລື້ອງຜົນປະໂຫຍດຂອງໂບອິງ.”

ທ່ານ Shanahan ໄດ້ຮັບໃຊ້ເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແພນຕາ
ກອນ ລຸນຫລັງທີ່ໄດ້ໃຊ້ເວລາມາ ກັບບໍ​ລິ​ສັດໂບອິງເປັນເວລາຫລາຍ ກວ່າສາມທົດສະ
ວັດ.

ທ່ານໄດ້ເຂົ້າມາຮັບບົດບາດເປັນລັດຖະມົນຕີປ້ອງກັນປະເທດຮັກ​ສາ​ການຊົ່ວ ຄາວ ລຸນຫລັງອະດີດລັດຖະມົນຕີປ້ອງກັນປະເທດ ຈິມ ແມຕິສ ໄດ້ລາອອກ ໃນວັນທີ 20 ທັນ
ວາ ທີ່ເວົ້າຢູ່ໃນໃບລາອອກຂອງທ່ານວ່າ ປະທານາທິບໍດີ ດໍໂນລ ທຣຳ “ມີສິດເລືອກເອົາ
ລັດຖະມົນຕີປ້ອງກັນປະເທດ ຜູ້ທີ່ມີແນວຄິດ ຄືເພິ່ນ.”

ທ່ານປະທານາທິບໍດີ ໄດ້ຕັດສີນໃຈ ສັບປ່ຽນທ່ານ ແມຕິສ ກ່ອນວັນເວລາ ທີ່ທ່ານໄດ້ຄາດ
ໝາຍໄວ້ໂດຍເລືອກເອົາທ່ານ Shanahan ຂຶ້ນມາແທນໃນວັນທີ 1 ມັງກອນ ປີ 2019.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG