ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ປ່ອຍ ແມ່​ຍິງຄ​ຣິ​ສ​ຕຽນ ທີ່​ສານ​ສູງ​ສຸດ ປາ​ກິ​ສ​ຖານ ພົບ​ວ່າ ບໍ່ມີ​ຄວາມ​ຜິດນັ້ນ ມີ​ການ​ຊັກ​ຊ້າ


ນາງ​ເອ​ເຊຍ ບີ​ບີ ພວມ​ຟັງ​ການ​ສັ່ງ​ສອນ ຂອງ​ເຈົ້າ​ແຂວງໆ​ປັນ​ຈາບ ທ່ານ​ຊາ​ລ​ມານ ທາ​ເຊຍ ຢູ່​ທີ່​ຄຸກ ໃກ້ໆ​ນະ​ຄອນ​ລາ​ຮໍ ປະ​ເທດປາ​ກິ​ສ​ຖານ.
ນາງ​ເອ​ເຊຍ ບີ​ບີ ພວມ​ຟັງ​ການ​ສັ່ງ​ສອນ ຂອງ​ເຈົ້າ​ແຂວງໆ​ປັນ​ຈາບ ທ່ານ​ຊາ​ລ​ມານ ທາ​ເຊຍ ຢູ່​ທີ່​ຄຸກ ໃກ້ໆ​ນະ​ຄອນ​ລາ​ຮໍ ປະ​ເທດປາ​ກິ​ສ​ຖານ.

ການ​ປ່ອຍ​ຕົວ​ແມ່​ຍິງ​ຄ​ຣິ​ສ​ຕຽນ​ຄົນ​ນຶ່ງຢູ່​ປາ​ກິ​ສ​ຖານ ທີ່​ຖືກ​ພົບ​ເຫັນ​ວ່າ ບໍ່​ມີ​ຄວາມ​ຜິດ ໂດຍ​ສານ​ສູງ​ສຸດ ໃນ​ຂໍ້​ຫາ​ໝິ່ນ​ປະ​ໝາດ​ສາ​ສະ​ໜາ ເມື່ອ​ຕົ້ນ​ອາ​ທິດນີ້ ໄດ້​ມີການ​ຊັກ​ຊ້າ.

ນາງ​ເອ​ເຊຍ ບີ​ບີ ໄດ້​ຖືກ​ພົບ​ເຫັນ​ວ່າ ບໍ່​ມີ​ຄວາມ​ຜິດ​ໃນ​ວັນ​ພຸດ​ຜ່ານ​ມາ ຊຶ່ງໄດ້​ພາໃຫ້​ມີ​ການ​ປະ​ທ້ວງ​ໃນ​ທົ່ວ​ປະ​ເທດ. ການ​ປ​ະ​ທ້ວງ​ຢູ່​ທົ່ວ​ປະ​ເທດ ກຳ​ນົດ​ຈະ​ມີ​ຂຶ້ນອີກ ຫລັງ​ຈາກ​ພິ​ທີ​ສວດ​ມົນ​ພາ​ວະ​ນາ ໃນ​ວັນ​ສຸກມື້ນີ້.

ພວກ​ທະ​ຫານ​ໄດ້​ເຕືອນວ່າ ຄວາມ​ອົດ​ທົນ​ກ່ຽວ​ກັບ​ການ​ປະ​ທ້ວງ ໃກ້​ຈະ​ໝົດ​ລົງ​ແລ້ວ.

ໂຄ​ສົກ​ຂອງກອງ​ທັບ ທ່ານ​ອາ​ຊິ​ຟ ກາ​ຟົວ ກ່າວ​ວ່າ “ພວກ​ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ ການ​ໃຫ້​ຄວາມ​ເຫັນ​ໃດໆ​ກ່ຽວ​ກັບ​ພວກ​ເຮົາ ແຕ່​ການ​ເອົາ​ມາດ​ຕະ​ການ​ສາ​ມາດ​ມີ​ຂຶ້ນ ອີງ​ຕາມ​ກົດ​ໝາຍ​ແລະ​ລັດ​ຖະ​ທຳ​ມະ​ນູນ. ຢ່າ​ບັງ​ຄັບ​ໃຫ້​ພວກ​ເຮົາ ເອົາ​ບາດ​ກ້າວ​ດັ່ງ​ກ່າວ.”

​ນັບ​ເປັນ​ມື້​ທີ 2 ລຽນ​ຕິດ ທີ່​ພວກ​ຫົວ​ຮຸນ​ແຮງອິ​ສ​ລາມ ໂຮມ​ຊຸມ​ນຸມ​ປະ​ທ້ວງ ປະ​ນາມ​ການ​ຕັດ​ສິນ ຂອງ​ສານ​ສູງ​ສຸດ ທີ່​ໃຫ້​ປ່ອຍ ນາງ​ເອ​ເຊຍ ບີ​ບີ
​ນັບ​ເປັນ​ມື້​ທີ 2 ລຽນ​ຕິດ ທີ່​ພວກ​ຫົວ​ຮຸນ​ແຮງອິ​ສ​ລາມ ໂຮມ​ຊຸມ​ນຸມ​ປະ​ທ້ວງ ປະ​ນາມ​ການ​ຕັດ​ສິນ ຂອງ​ສານ​ສູງ​ສຸດ ທີ່​ໃຫ້​ປ່ອຍ ນາງ​ເອ​ເຊຍ ບີ​ບີ

ນາງ​ບີ​ບີ ທີ່​ເຮັດ​ວຽກ​ຫາ​ລ້ຽງ​ຊີບ​ປະ​ຈຳ​ວັນ ໄດ້​ຖືກ​ຈັບ ຫລັງ​ຈາກ​ຜິດ​ກັນ​ກັບ​ພວກ​ແມ່​ຍິງ​ ທີ່​ນາງ​ໄປ​ເກັບ​ໝາກແບ​ຣີ​ນຳນັ້ນ.

ອີງ​ຕາມ​ຄຳ​ເວົ້າ​ຂອງ​ນາງ​ຢູ່​ສານ​ແລ້ວ ນາງ​ບີ​ບີ​ໄດ້​ຖຽງ​ກັນ​ຢ່າງ​ແຮງກັບ​ພວກ​ແມ່ ​ຍິງ ​ຫຼັງ​ຈາກ​ພວກ​ແມ່​ຍິງ​ ໄດ້​ປະ​ຕິ​ເສດ ບໍ່​ຍອມ​ດື່ມ​ນ້ຳ​ທີ່​ນາງ​ໄປ​ຕັກ​ມາ​ໃຫ້​ເຂົາ​ເຈົ້າ ຍ້ອນ​ນາງ​ນັບ​ຖື​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG