ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວເປັນເຈົ້າພາບ ກອງປະຊຸມສຸດຍອດ ລະດັບຂົງເຂດ 2 ບັ້ນ


ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 6 ລະຫວ່າງ ລາວ ມຽນມາ ກໍາປູ​ເຈຍ ​ແລະ​ຫວຽດນາມ ຢູ່​ນະຄອນ​ວຽງ​ຈັນ ​
ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 6 ລະຫວ່າງ ລາວ ມຽນມາ ກໍາປູ​ເຈຍ ​ແລະ​ຫວຽດນາມ ຢູ່​ນະຄອນ​ວຽງ​ຈັນ ​
ກອງ​ປະສຸດ​ຍອດ ACMECS ​ຄັ້ງ​ທີ່ 5 ​ແລະ​ກອງ​ປະຊຸມ​ສຸດ​
ຍອດ​ຄັ້ງ​ທີ 6 ລະຫວ່າງ ລາວ ມຽນມາ ກໍາປູ​ເຈຍ ​ແລະ​ຫວຽດ
ນາມ ຢູ່​ນະຄອນ​ວຽງ​ຈັນ ​ໄດ້​ຮັບຮອງ​ເອົາ​ແຜນ​ປະຕິບັດ​ງານ
​ຮ່ວມ​ກັນ​ໄປ​ຈົນ​ເຖິງ​ປີ 2015.

ກອງປະຊຸມສຸດຍອດຄັ້ງທີ 5 ຂອງການຮ່ວມມືທາງເສດຖະກິດ
ໃນລຸ່ມແມ່ນໍ້າອິຣະວະດິ ແມ່ນໍ້າເຈົ້າພະຍາ ແລະແມ່ນໍ້າຂອງ
(ACMECS) ທີ່ເປັນ ການ ຮ່ວມມືລະຫວ່າງມຽນມາ ລາວ ໄທ
ກໍາປູເຈຍ ແລະຫວຽດນາມ ຊຶ່ງມີຂຶ້ນຢ່າງເປັນທາງການໃນວັນ
ທີ 13 ມີນາທີ່ຜ່ານມານີ້ ຢູ່ນະຄອນວຽງຈັນ ໄດ້ສິ້ນສຸດລົງດ້ວຍ
ການທີ່ຜູ້ນໍາລັດຖະບານຈາກທັງ 5 ປະເທດດັ່ງກ່າວ ໄດ້ຮັບຮອງ
ເອົາຖະແຫຼງການວຽງຈັນແລະແຜນປະຕິບັດການໃນ ຊ່ວງປີ
2013-2015 ລວມກັນຢ່າງເປັນທາງການ

ພາຍໃຕ້ແຜນປະຕິບັດການດັ່ງກ່າວ ຜູ້ນໍາລັດຖະບານຈາກທັງ 5 ປະເທດພາຄີ ໄດ້ເນັ້ນ
ໜັກໃຫ້ຄວາມສໍາຄັນເປັນພິເສດໃນການອໍານວຍປະເທດ ທາງດ້ານການຄ້າ ແລະ
ການລົງທຶນລະຫວ່າງກັນ ລວມໄປເຖິງການສົ່ງເສີມ ການຜະລິດດ້ານກະສິກໍາ ການພັດ
ທະນາອຸດສາຫະກໍາແປຮູບສິນຄ້າ ແລະການພັດທະນາໃຫ້ທັງ 5 ປະເທດພາຄີ ເປັນເຂດ
ສົ່ງເສີມການທ່ອງທ່ຽວອັນນຶ່ງອັນດຽວກັນ.

ພ້ອມກັນນັ້ນ ໃນຖານະທີ່ລາວເປັນເຈົ້າພາບຈັດກອງປະຊຸມສຸດຍອດໃນຄັ້ງນີ້ ຜູ້ນໍາລັດ
ຖະບານລາວກໍຍັງໄດ້ເນັ້ນຢໍ້າ ໃຫ້ຄວາມສໍາຄັນເປັນພິເສດ ກັບການພັດທະນາການ
ເຊື່ອມຕໍ່ທາງດ້ານຄົມມະນາຄົມຂົນສົ່ງ ແລະການພັດທະນາການ ກວດກາສິນຄ້າ ແລະ
ການເດີນທາງໄປມາລະຫວ່າງປະຊາຊົນທັງ 5 ປະເທດ ພາຄີດ້ວຍລະບົບການໃຫ້ບໍລິ
ການແບບປະຕູດຽວ (one stop service) ອີກດ້ວຍ ດັ່ງທີ່ທ່ານທອງສິງ ທໍາມະວົງ
ນາຍົກລັດຖະມົນຕີລາວໄດ້ຖະແຫຼງ ຢືນຢັນວ່າ:

ກອງປະຊຸມສຸດຍອດ ACMECS ຄັ້ງທີ 5
ກອງປະຊຸມສຸດຍອດ ACMECS ຄັ້ງທີ 5
ປະເທດສະມາຊິກ ACMECS ຄວນສຶກສາແລະຖອດ
ຖອນບົດຮຽນເພື່ອຂະຫຍາຍການຈັດຕັ້ງປະຕິບັດການ
ບໍລິການ ສໍາລັບ ສປປ.ລາວ ກໍໄດ້ປະກອບສ່ວນເຂົ້າ ໃນການຈັດຕັ້ງປະຕິບັດແຜນງານ ແລະໂຄງການຕ່າງໆ
ຂອງ ACMECS ໂດຍສະເພາະການພັດທະນາຊັບພະ
ຍາກອນມະນຸດ ການພັດທະນາການເຊື່ອມຕໍ່ດ້ານພະ
ລັງງານກໍ່ສ້າງແລະປັບປຸງເສັ້ນທາງຄົມມະນາຄົມ.”


ກອງປະຊຸມສຸດຍອດ ACMECS ໄດ້ຮັບການສ້າງຕັ້ງຂຶ້ນນັບຕັ້ງ
ແຕ່ປີ 2003 ເປັນຕົ້ນມາ ຢູ່ສະຫະພາບມຽນມາຫຼືພະມ້າ ພາຍໃຕ້
ເປົ້າໝາຍເພື່ອ ເສີມສ້າງການຮ່ວມມືລະຫວ່າງກັນ ເຂົ້າໃນການພັດທະນາທາງເສດຖະກິດ
ເພື່ອຫລຸດຜ່ອນຄວາມແຕກໂຕນກັນໃນລະດັບຂອງການພັດທະນາທາງເສດຖະກິດລະຫວ່າງ
ປະເທດພາຄີ ກໍຄືໃນຖານະທີ່ເປັນປະເທດສະມາຊິກ ໃນກຸ່ມອາຊ່ຽນດ້ວຍກັນ ທີ່ມີເປົ້າໝາຍ
ຈະກ້າວໄປສູ່ການເປັນປະຊາຄົມນາໆ ຊາດອັນນຶ່ງອັນດຽວກັນ ໃຫ້ໄດ້ຢ່າງແທ້ຈິງໃນປີ 2015 ອີກດ້ວຍ.

ACMECS ໄດ້ເນັ້ນໜັກການຮ່ວມມືກັນໃນ 8 ດ້ານດ້ວຍກັນ ກໍຄືດ້ານການຄ້າແລະ
ການລົງທຶນດ້ານອຸດສາຫະກໍາແລະພະລັງງານ ດ້ານການກະເສດ ດ້ານການທ່ອງທ່ຽວ ການ
ພັດທະນາຊັບພະຍາກອນມະນຸດ ການເຊື່ອມໂຍງການຄົມມະນາຄົມຂົນສົ່ງດ້ານສາທາ
ລະນະສຸກ ແລະສະພາບແວດລ້ອມທໍາມະຊາດ.

ກອງປະຊຸມສຸດຍອດ ACMECS ຄັ້ງທີ 5 ຈັດຂຶ້ນໃນວັນທີ 13 ມີນາ 2013
ກອງປະຊຸມສຸດຍອດ ACMECS ຄັ້ງທີ 5 ຈັດຂຶ້ນໃນວັນທີ 13 ມີນາ 2013

ນອກຈາກກອງປະຊຸມສຸດຍອດ ACMECS ດັ່ງກ່າວແລ້ວ ທາງການລາວກໍຍັງເປັນເຈົ້າພາບຈັດກອງປະຊຸມສຸດຍອດ
ຄັ້ງທີ 6 ລະຫວ່າງຜູ້ນໍາຈາກມຽນມາ ລາວ ກໍາປູເຈຍ ແລະ
ຫວຽດນາມ (CLMV) ໃນວັນທີ 12 ມີນາອີກດ້ວຍ ໂດຍ
ກອງປະຊຸມຄັ້ງນີ້ ຜູ້ນໍາລັດຖະບານລາວຈາກທັງ 4 ປະເທດ
ພາຄີ ກໍໄດ້ຮັບຮອງເອົາຖະແຫຼງການວຽງຈັນ ແລະແຜນປະ
ຕິບັດການຮ່ວມ ໃນຊ່ວງປີ 2013-2015 ດ້ວຍເຊັ່ນກັນ.

ທັງນີ້ກໍເພາະວ່າກອງປະຊຸມ CLMV ຖືເປັນພາກສ່ວນນຶ່ງ
ໃນ ACMECS ແລະອາຊ່ຽນ ທີ່ມີເປົ້າໝາຍຈະພັດທະນາເສດຖະກິດ ຂອງມຽນມາ ລາວ
ກໍາປູເຈຍ ແລະຫວຽດນາມ ທີ່ເປັນສະມາຊິກໃໝ່ທີ່ມີລະດັບການພັດທະນາທາງເສດຖະ
ກິດ ທັນກັບປະເທດສະມາຊິກເກົ່າໃນກຸ່ມອາຊ່ຽນດ້ວຍກັນ ຈຶ່ງຕ້ອງມີການກໍານົດແຜນການ
ພັດທະນາຮ່ວມກັນເປັນກໍລະນີພິເສດ.

ການຮ່ວມມືລະຫວ່າງມຽນມາ ລາວ ກໍາປູເຈຍ ແລະຫວຽດນາມ ຈະເນັ້ນໜັກໃນ 9 ຂະ
ແໜງການ ຊຶ່ງໃນນີ້ 8 ຂະແໜງການກໍຄືກັນກັບການຮ່ວມມື ACMECS ສ່ວນຂະແໜງ
ການທີ 9 ນັ້ນ ກໍຄືການເຊື່ອມຕໍ່ເທັກໂນ ໂລຈີ່ດ້ານຂໍ້ມູນ-ຂ່າວສານ ແລະການສື່ສານ ດ້ວຍ
ຫວັງວ່າເທັກໂນໂລຈີ່ດັ່ງກ່າວນີ້ ຈະມີບົດບາດຢ່າງສໍາຄັນ ຕໍ່ການພັດທະນາຊັບພະຍາ
ກອນມະນຸດແລະການເຂົ້າເຖິງຂໍ້ມູນ-ຂ່າວສານຢ່າງເທົ່າທັນກັນ ລະຫວ່ງປະຊາຊົນໃນອາ
ຊ່ຽນນັ້ນເອງ.
XS
SM
MD
LG