ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

VOA ນໍາສະເໜີ ບົດເພງ ທີ່ຫາກໍໄດ້ຮັບ ລາງວັນ ACMA ຄັ້ງທີ 46


Hunter Hayes
Hunter Hayes
ສບາຍດີ ໃນຄໍ່າຄືນນີ້ ວັນນະສອນຈະພາທ່ານຜູ້ຟັງຂ້າມນໍ້າ ຂ້າມ
ທະເລມາຟັງເພງສາກົນ ຢູ່ທີ່ອາເມຣິການີ້ ໃນແນວເພງລູກທົ່ງ
ອາເມຣິກັນ ຊຶ່ງເພງທີ່ຈະຫຼິ້ນໃຫ້ຟັງໃນຄືນນີ້ ຫາກໍໄດ້ຮັບລາງວັນ
ACMA ທີ່ຈັດພິທີປະກາດຜົນໄປໃນວັນທີ 1 ພະຈິກຜ່ານມານີ້ເອງ.
​ຂໍເເນະນໍານັກຮ້ອງໜຸ່ມສຽງໃສ ທີ່ໄດ້ ລາງວັນ “ນັກຮ້ອງໜ້າໃໝ່
ແຫ່ງປີ” ຫຼື “New Artist Of The year” - Hunter Hayes
ຜູ້ຊຶ່ງຫາກໍໄດ້ເຂົ້າສູ່ວົງການເພງ ແລະກໍດັງຕູມເລີຍ. ເພງ
“Somebody’s Heartbreak” ກໍເປັນນຶ່ງໃນເພງດັງຫຼາຍໆ
ເພງຂອງຜູ້ກ່ຽວ. ເຊີນຮັບຟັງໄດ້.

ເພງ: “Somebody’s Heartbreak” by Hunter Hayes

ສ່ວນເພງ “Over You” ນີ້ເປັນຜົນງານການແຕ່ງເພງຂອງ
Miranda Lambert ທີ່ແຕ່ງຮ່ວມກັບສາມີຄົນເກັ່ງ Blake Shelton ຊຶ່ງເພງນີ້ໄດ້ຮັບ ລາງວັນ “Song Of The Year” ຫຼືເພງຍອດຍ້ຽມແຫ່ງປີ. ພ້ອມນີ້ Miranda Lambert ກໍໄດ້ຮັບລາງວັນນັກຮ້ອງຍິງຍອດຍ້ຽມ ແຫ່ງປີຫຼື “Female Vocalist Of The Year” ນໍາດ້ວຍ. ເອົາ ເຊີນຮັບຟັງໄດ້.

ເພງ: “Over You” by Miranda Lambert
Blake Shelton -Miranda Lambert
Blake Shelton -Miranda Lambert


ຂໍມ້ວນທ້າຍດ້ວຍເພງທີ່ໄດ້ຮັບລາງວັນສູງສຸດໃນວົງການເພງ
ກໍຄື “Entertainer Of The Year” ທີ່ປີນີ້ ພິກແນວໄປເລີຍ
ເພາະຫຼາຍໆຄົນຄິດວ່າ ຈະເປັນ Taylor Swiff ນັກຮ້ອງສາວ
ນ້ອຍຄົນເກັ່ງ ຜູ້ທີ່ໄດ້ຮັບລາງວັນມາແລ້ວຫຼາຍໆປະເພດໃນປີ
ກາຍນີ້ ແຕ່ກັບເປັນວ່າ ລາງວັນນີ້ໄດ້ແກ່ສາມີຄົນເກັ່ງຂອງ
Miranda Lambert ຄື Blake Shelton ທັງຍັງໄດ້ຕໍາແໜ່ງ
ນັກຮ້ອງຊາຍຍອດຍ້ຽມແຫ່ງປີນໍາອີກ ຊຶ່ງປີນີ້ໄດ້ຮັບ 3 ລາງວັນ
ເລີຍ.

ວັນນະສອນ ຂໍນໍາສະເໜີເພງເກົ່າ Classic ທີ່ໂດງດັງ ຊຶ່ງ Micheal Bouble ກໍນໍາມາ
ຂັບຮ້ອງ ແຕ່ເພງນີ້ເປັນແນວລູກທົ່ງບ້ານນາ ຖືກໃຈ ຄໍເພງ Country Music ເປັນທີ່ສຸດ
ເຊີນຮັບຟັງໄດ້ໃນບົດເພງ “Home.”

ເພງ: “Home” by Blake Shelton
XS
SM
MD
LG