ນັກສືບຣັດເຊຍຄົນນຶ່ງທີ່ຖືກກ່າວຫາ ຈັບໂຕໄວ້ ໂດຍສະຫະລັດ ໃນຂໍ້ຫາ ແຊກຊືມເຂົ້າ
ໃນວົງວຽນຂອງພັກຣີພັບບລິກັນ ເພື່ອນຳເອົາຂໍ້ມູນໄປໃຫ້ມົສກູນັ້ນ ກຳລັງກຽມພ້ອມທີ່
ຈະຮັບສາລະພາບຜິດ ຢູ່ໃນສານ ທີ່ຈະຟັງຄຳໃຫ້ການໃນວັນພະຫັດມື້ອື່ນນີ້.
ການກ່າວຫາວ່າກະທຳຄວາມຜິດຕໍ່ອັນທີ່ນາງມາເຣຍ ບູຕີນາ ຄາດວ່າ ຈະຮັບສາລະ
ພາບຜິດຍັງບໍ່ທັນໄດ້ເປີດເຜີຍເທື່ອ. ນາງບູຕີນາ ໄດ້ຖືກກັກຂັງມາ ນັບແຕ່ໄດ້ຖືກຈັບ
ໃນເດືອນກໍລະກົດ.
ນາງບູຕີນາອາຍຸ 30 ປີບໍ່ໄດ້ຮັບສາລະພາບຜິດຕໍ່ການກ່າວຫາ ວ່າ ນາງໄດ້ປະຕິບັດ
ຜິດກົດໝາຍ ທີ່ບໍ່ໄດ້ລົງທະບຽນວ່າເປັນນັກສືບໃຫ້ລັດຖະບານຣັດເຊຍ ຊຶ່ງ ນາງຮ້ອງ
ວ່າສິດທິໃນການຖືອາວຸດ ເພື່ອສ້າງສາຍພົວພັນກັບສະມາຄົມປືນຍາວ ແຫ່ງຊາດທີ່
ມີອຳນາດຫຼາຍທີ່ສຸດຂອງສະຫະລັດ ໃນຄວາມພະຍາຍາມທີຈະສົ່ງເສີມພັກຣີພັບບລິ
ກັນຢູ່ໃນສະຫະລັດ.
ນາງບູຕີນາໄດ້ຖືກກ່າວຫາວ່າ ສ້າງຄວາມພົວພັນສ່ວນໂຕ ກັບນັກເຄື່ອນໄຫວສະມາ
ຄົມປືນຍາວ NRA ຂອງພັກຣິພັລລິກັນ ທ່ານພອລ ເອຣິກສັນ ແລະຢູ່ກິນກັບຜູ້ກ່ຽວ.
ນາງບູຕີນາຍັງໄດ້ລົງທະບຽນວ່າເປັນນັກສຶກສາຂັ້ນກາຍປະລິນຍາຕີ ຢູ່ມະຫາວິທະຍາ
ໄລອາເມຣິກັນ ໃນນະຄອນຫຼວງວໍຊິງຕັນ ບ່ອນທີ່ນາງໄດ້ຮັບປະລິນຍາໂທຝ່າຍຄວາມ
ສຳພັນຕ່າງປະເທດໃນຕົ້ນປີນີ້.
ກະຊວງຍຸຕິທຳສະຫະລັດກ່າວຫາວ່ານາງບູຕີນາໄດ້ເປັນ “ສາຍລັບຣັດເຊຍ” ຜູ້ທີ່ຮັກ
ສາການຕິດຕໍ່ກັບພວກນັກສືບຣັດເຊຍໃນການປະຕິບັດງານ ທີ່ແນໃສ່ການແຊກຊືມ
ເຂົ້າໃນ “ການຕັດສິນໃຈແຫ່ງຊາດຂອງສະຫະລັດໃນການກະກຽມໄປໜ້າຂອງລາຍ
ການແກ່ສະຫະພັນແຫ່ງຊາດຣັດເຊຍ.” ເຂົາເຈົ້າກ່າວຫາວ່າວຽກງານຂອງນາງຢູ່ໃນ
ສະຫະລັດ ໄດ້ຮັບຄຳແນະນຳຈາກ ໂດຍອະດີດສະມາຊິກສະພາຣັດເຊຍ ຜູ້ທີ່ໄດ້
ຖືກລົງໂທດໂດຍກະຊວງການເງິນສະຫະລັດ ຍ້ອນການກ່າວຫາວ່າທ່ານພົວພັນກັບ
ປະທານາທິບໍດີຣັດເຊຍ ທ່ານວລາເດເມຍ ປູຕິນ.
ຜູ້ນຳຣັດເຊຍກ່າວໃນວັນອັງຄານວານນີ້ວ່າ ທ່ານບໍ່ເຄີຍໄດ້ຍິນຊື່ນາງບູຕີນາ ຈົນ
ຮອດມື້ຖືກຈັບໃນເດືອນກໍລະກົດ. ທ່ານປູຕິນກ່າວວ່າ ເວລາທ່ານຖາມຫ້ອງການ
ສືບລັບຣັດເຊຍເພື່ອຂໍ້ມູນກ່ຽວກັບນາງ ທ່ານໄດ້ບອກວ່າ “ບໍ່ມີໃຜຮູ້ຫຍັງໝົດກ່ຽວ
ກັບນາງ.”